ໃນວັນທີ 05 ສິງຫາ 2020 ເວລາ: 13:00 ໂມງ ພາຍຸໄດ້ພັດຜ່ານເຂົ້າ ຝົນຕົກໜັກຢູ່ເຂດບ້ານກ້າງປາ ເມືອງແມດ ແຂວງວຽງຈັນ


ເກີດມີດີນເສາະເຈືອນ ເຮັດໃຫ້ລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ ອຸປະກອນໄຟຟ້າເປ່ເພ ເຮັດໃຫ້ເສົາໄຟຟ້າ ຫັກລົ້ມລົງ ຈຳນວນ 3 ຕົ້ນ.

ປັດຈຸບັນ ທາງສູນ ບໍລິການໄຟຟ້າ ເມືອງແມດ ທີ່ຂື້ນກັບລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ ແມ່ນພວມເລັ່ງສ້ອມແປງ ເພື່ອປະຊາຊົນໄດ້ນໍາໃຊ້ໄຟຟ້າໂດຍໄວ.


ພາບ-ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງວຽງຈັນ
---------------
ຢ່າລືມກົດຕິດຕາມເພຈ All in LAOS
------------------------------