ໃນວັນທີ 5 ສີງຫາ 2020 ນີ້ຫ້ອງການສາທາລະນະສຸກເມືອງລະຄອນເພັງ ແຂວງສາລະວັນ ຈັດພິທີທຳລາຍຜະລີດຕະພັນເຄື່ອງສຳອາງທີ່ມີສານຕ້ອງຫ້າມ,ອາຫານໝົດອາຍຸ, ເຊື່ອມຄຸນນະພາບ, ບໍ່ມີສະຫລາກ ແລະ ບໍ່ຮັບປະກັນຄຸນນະພາບ ຢູ່ທີເດີນຫ້ອງການສາທາລະນະສຸກເມືອງ

ເຂົ້າຮ່ວມເປັນກຽດມີ ທ່ານ ພູວຽງ ຜີ່ນຄຳຜີວ ກຳມະການພັກເມືອງ-ຫົວໜ້າຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມມີ ພາກສ່ວນພະແນກສາທາລະນະສຸກແຂວງ ມີຄະນະກຳມະການຄຸ້ມຄອງ, ຕີດຕາມ ກວດກາ,ສະກັດກັ້ນ ເຄື່ອງ ອຸປະໂພກ ແລະບໍລິໂພກ, ເຄື່ອສໍາອາງຕ້ອງຫ້າມ ແລະ ສິນຄ້າໝົດອາຍຸ ຂັ້ນເມືອງເຂົ້າຮ່ວມ.

ເພື່ອເຮັດໃຫ້ປະຊາຊົນຊາວເມືອງລະຄອນເພັງເຮົາໄດ້ບໍລິການຊົມໃຊ້ ຜະລີດຕະພັນປະເພດອາຫານເຄື່ອງດື່ມ, ເຄື່ອງກົດສະເມຕີກ ແລະ ເຄື່ອງສຳອາງ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ ຜູ້ປະກອບການມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ເວົ້າລວມເວົ້າສະເພາະໃນຂອບເຂດເມືອງລະຄອນເພັງ ບາງຊະນິດສີນຄ້າ ບໍ່ທັນໄດ້ຮັບປະກັນຄຸນນະພາບ ຫຼື ໝົດອາຍຸນໍາໃຊ້ເຊັນ ອາຫານປະເພດກະປ໋ອງ, ໜີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງຈໍານວນໜຶ່ງ,ຈໍານວນຮ້ານທີ່ກວດລວມທັງໝົດ 77ຮ້ານ, ກວດພົບ 51ຮ້ານ, ບໍ່ພົບ 26ຮ້ານ, ລວມມູນຄ່າທັງໝົດທີຢືດໄດ້ 10,738,000 ກີບ. ສີນຄ້າດັ່ງກ່າວແມ່ນໄດ້ນໍາເອົາມາຈູດທໍາລາຍ.

ດັ່ງນັ້ນ, ຈີ່ງຮຽກຮ້ອງໃຫ້ຜູ້ປະກອບການຖືສຳຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາເບີ່ງສີນຄ້າກ່ອນທີຈະນໍາມາວາງຂາຍ ສ່ວນຜູ້ບໍລິໂພກກ່ອນຈະຊື້ເຄື່ອງບໍລິໂພກປະເພດອາຫານແຫ້ງກໍ່ຄວນກວດກາເບີ່ງ ວັນເດືອນປີຜະລິດໃຫ້ລະອຽດເພື່ອໃຫ້ໄດ້ຮັບສີນຄ້າທີດີ ມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ.


ລາຍງານຈາກ : ຫ້ອງການ ຖວທ ເມືອງລະຄອນເພັງ