Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມາຮູຈັກສິດທິຂັ້ນພື້ນຖານຂອງເດັກນ້ອຍມີຫຍັງແດ່

Posted on 05/08/202005/08/2020 By News No Comments on ມາຮູຈັກສິດທິຂັ້ນພື້ນຖານຂອງເດັກນ້ອຍມີຫຍັງແດ່

ເດັກນ້ອຍແມ່ນຜູ້ທີ່ຈະກ້າວເປັນຊາວໜຸ່ມໃນອະນາຄົດ,ເປັນຜູ້ທີ່ຈະສືບທອດພາລະກິດ ແລະ ການພັດທະນາທັກສະໃນດ້ານຕ່າງໆ ຢູ່ໃນສັງຄົມ ແລະ ຢູ່ໃນບັນດາປະເທດໃນໂລກ. ເພາະສະນັ້ນປະເທດໃດກໍຕາມ ເມື່ອເດັກນ້ອຍເກີດມາ ຄວນໄດ້ຮັບການປົກປ້ອງ, ລ້ຽງດູ ແລະ ກ້າວສູ່ການສົ່ງເສີມທາງການສຶກສາ ໃຫ້ມີຄວາມຮູ້ຄວາມສາມາດໃນດ້ານວິຊາການຕ່າງໆຂື້ນໄປເຖິງການຮັບໃຊ້ສັງຄົມ ແລະ ປະເທດຊາດນັ້ນເອງ.

Image may contain: one or more people, tree, house, plant, sky and outdoor
ພາບປະກອບ

ເມື່ອເວົ້າເຖິງການປົກປ້ອງ ຫຼືການຄຸ້ມຄອງເດັກໃນແຕ່ລະໄວ ຈົນເຖິງເກນອາຍຸຄົບ 18 ປີໃນປະເທດລາວເຮົາ,ເພາະລັດຖະບານລາວ ໄດ້ກໍານົດສະຖານະພາບເດັກລະຫວ່າງໄວໄວ້ໃນກົດໝາຍແຫ່ງ ສປປ ລາວ ເດັກຕັ້ງແຕ່ເກີດຮອດ 17 ປີ, ແມ່ນຖືວ່າຍັງແມ່ນເດັກ.

วันเด็กน้อยสากล hashtag on Twitter
ພາບປະກອບ

ສໍາລັບ ສິດທິພື້ນຖານຂອງເດັກປະກອບມີດັ່ງນີ້:

1. ເດັກແມ່ນບຸກຄົນທີ່ມີອາຍຸຕໍ່າກວ່າ 18 ປີລົງມາ

2. ສິດທິເດັກກໍ່ແມ່ນສິດທິມະນຸດ

3. ເດັກນ້ອຍມີ 4 ສິດທິຂັ້ນພື້ນຖານໃນການໃຊ້ຊີວິດໃນສັງຄົມ ຄື: ສິດທິໃນການຢູ່ລອດ,ສິດທິໃນການພັດທະນາ,ສິດທິໃນການໄດ້ຮັບການປົກປ້ອງ ແລະ ສິດທິໃນການມີສ່ວນຮ່ວມ ຕາມ ສສດ (ສົນທິສັນຍາວ່າດ້ວຍສິດທິເດັກ) ແລະ ເດັກມີສິດທິໄດ້ຮັບການປົກປ້ອງຄື: ເດັກນ້ອຍທຸກຄົນ,ລວມທັງເດັກພິການ,ເດັກເຄາະຮ້າຍຈາກການທາລຸນທຸກຮູບແບບ,ຖຶກລະເລີຍ,ຖຶກຂູດຮີດ ແລະ ໄດ້ຮັບອັນຕະລາຍ,ລວມທັງສິດທີ່ຈະໄດ້ຮັບການປົກປ້ອງພິເສດຈາກການຖືກລະເມີດໃນຂະບວນການຂອງລະບົບຍຸດຕິທໍາ.

นักศึกษาจาก สปป.ลาว ร่วมพิธีเปิดกีฬาสี วษท.อด. 2557 - YouTube
ພາບປະກອບ

ທັງໝົດທີ່ກ່າວມານັ້ນແມ່ນເພື່ອ ເຮັດໃຫ້ພັດທະນາການຂອງເດັກນ້ອຍ ໃນແຕ່ລະໄລຍະເພດໄວ ໄດ້ຮັບການສົ່ງເສີມ ໄປຕາມວິວັດທະນາການຂອງເດັກນ້ອຍແຕ່ລະທ້ອງຖິ່ນ ໃຫ້ສົມໄວ້ຂອງເດັກເພາະເດັກກໍ່ຄືໜໍ່ແໜງຂອງປະເທດຊາດປຽບສະເໜືອນອະນາຄົດຂອງຊາດຂອງແຕ່ລະປະເທດໃນທົ່ວໂລກ, ເຊິ່ງໃນໂລກແຫ່ງຄວາມເປັນຈິງນັ້ນ ຍັງມີບາງປະເທດ,ບາງທ້ອງຖິ່ນ ເດັກນ້ອຍຍັງຖືປ່ອຍປະລະເລີຍ ເຮັດໃຫ້ເຂົາເຈົ້າອຶດຫິວ ທີ່ຮ້າຍແຮງໄປກວ່ານັ້ນເດັກຍັງຖືຕົກຢູ່ໃນລະບົບການຄ້າມະນຸດ, ຖືກທາລຸນ,ຖືກຂົ່ມຂືນ ແລະ ເສຍຊີວິດ.

กฐินสัมฤทธิ์เด็กดี V-Star ประจำปี 2557 ณ สาธารณรัฐประชาธิปไตย ...
ພາບປະກອບ

ຈາກສະພາບການດັ່ງກ່າວລັດຖະບານຂອງບັນດາປະເທດໃນໂລກຈິ່ງໃຫ້ຄວາມສົນໃຈຕໍ່ວຽກງານສິດທິເດັກຫຼາຍຂື້ນ, ໂດຍສະເພາະ ສປປ ລາວ ເຮົາ ກໍ່ໄດ້ມີກົດໝາຍວ່າດ້ວຍການຄ້າມະນຸດສະບັບເລກທີ່ 73/ ສພຊ, ລົງວັນທີ 17 ທັນວາ 2015,ໂດຍມີແຜນປະຕິບັດງານແຫ່ງຊາດ ໃນນັ້ນລວມທັງການປົກປ້ອງ,ຄຸ້ມຄອງແມ່ຍິງ-ເດັກນ້ອຍ ໃນທົ່ວປະເທດ.

Jeunes filles Hmong. Muang Sing. Laos | Thierry Leclerc | Flickr
ພາບປະກອບ


ໂດຍ: ເພັດສາຄອນ ສິມມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ມາຮູຈັກສິດທິຂັ້ນພື້ນຖານຂອງເດັກນ້ອຍມີຫຍັງແດ່
Next Post: ດ່ວນ! ວັງວຽງ ນໍ້າກໍາລັງມາແຮງ ຖ້ວມເຮືອນແຄມນໍ້າຊອງເເລ້ວ

Related Posts

ພາກັນເລາະລັກລົດຈັກໄປຂາຍແລ້ວເງິນມາຊື້ ຢ າ ເ ສ ບ ຕິ ດ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ແຈ້ງໃຫ້ສຶບຕໍ່ປະຕິບັດ ຄໍາສັ່ງເລກທີ່ 06/ນຍ ຢ່າງເຂັ້ມງວດ ແລະ ຖືກຕ້ອງຈົນຮອດ 3 ພຶດສະພາ 2020 ຂ່າວສານບ້ານເມືອງ
ລົດໄຫຼຕໍາກັນກາງພູເກົ້າຫຼັກ ມື້ນີ້ (ມີຄລິບ) ຂ່າວສານບ້ານເມືອງ
ເກີດເຫດ ໄ ຟ ໄ ໝ້ ໂຮງແຮມຢູ່ນະຄອນຫຼວງພະບາງ ຂ່າວສານບ້ານເມືອງ
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ເດີນທາງຢ້ຽມຢາມ ສປປ ລາວ (22-24 ສິງຫາ) ຂ່າວສານບ້ານເມືອງ
ແຂວງໄຊສົມບູນ ອອກຄໍາສັ່ງ ປິດແຂວງແລ້ວ ເພື່ອຕ້ານ ໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme