Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໃຊ້ເງິນນາຍຈ້າງຈົນໝົດ ແລ້ວບໍ່ມີເງິນໃຊ້ແທນຄືນ ຕົວະວ່າຖືກໂຈນປຸ້ນ ສຸດທ້າຍຖືກຈັບດຳເນີນຄະດີ

Posted on 05/08/202005/08/2020 By News No Comments on ໃຊ້ເງິນນາຍຈ້າງຈົນໝົດ ແລ້ວບໍ່ມີເງິນໃຊ້ແທນຄືນ ຕົວະວ່າຖືກໂຈນປຸ້ນ ສຸດທ້າຍຖືກຈັບດຳເນີນຄະດີ

ທ້າວ ວຽງນະຄອນ ອາຍຸ 43 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ໃຊ້ເງິນນາຍຈ້າງຂອງຕົວຈົນໝົດ ແລ້ວບໍ່ມີເງິນໃຊ້ແທນ ຈຶ່ງໄດ້ສ້າງເລື່ອງເທັດຂຶ້ນມາວ່າ ມີຄົນຮ້າຍ 2 ຄົນ ໃສ່ໝວກກັກກະທົບສີດຳ ໃຊ້ປືນສັ້ນມາປຸ້ນເອົາເງິນຢູ່ໃນຮ້ານເກມ. ແຕ່ໃນທີ່ສຸດ, ຄວາມຈິງຖືກເປີດເຜີຍ; ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີໃນຂໍ້ຫາຍັກຍອກຊັບ ແລະ ການແຈ້ງເຫດການເທັດ.

Image may contain: 1 person, sitting and indoor

ໃນເບື່ອງຕົ້ນ, ທ້າວ ບຸນປອນ ອາຍຸ 32 ປີ ຢູ່ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ວັນທີ 27 ກໍລະກົດ 2020, ມີຄົນຮ້າຍຈຳນວນ 2 ຄົນ ເຂົ້າໄປປຸ້ນເອົາເງິນ ຈໍານວນ 6.470.000 ກີບ ຢູ່ຮ້ານເກມຂອງຕົນຢູ່ເຂດບ້ານໄຊສະ ຫວ່າງ ເມືອງໄຊທານີ. ຈາກການລົງເກັບຂໍ້ມູນ ແລະ ກວດກາພິສູດຫຼັກຖານການກໍ່ເຫດຂອງຄົນຮ້າຍແລ້ວ ພົບວ່າ: ບໍ່ມີການປຸ້ນຊັບ ຫຼື ກໍ່ເຫດແຕ່ຢ່າງໃດ ເພາະວ່າບໍ່ມີຫຼັກຖານໃດທີ່ຊີ້ໃຫ້ເຫັນວ່າ ເປັນການປຸ້ນຊັບ. ເມື່ອຮູ້ແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວ ທ້າວ ວຽງນະຄອນ ທີ່ເປັນຜູ້ເຮັດວຽກປະຈໍາຢູ່ຮ້ານເກມ ມາສອບສວນຫາຄວາມຈິງວ່າ ຜູ້ກ່ຽວເອົາເງິນທີ່ລູກຄ້າມາໃຊ້ບໍລິການໄປໃຊ້ຈ່າຍໝົດ ເມື່ອບໍ່ມີເງິນຈ່າຍໃຫ້ກັບນາຍຈ້າງ ຈຶ່ງສ້າງເລື່ອງເທັດດັ່ງກ່າວຂຶ້ນມາ ຫວັງເອົາຕົວຫຼົບໜີ້ນາຍຈ້າງ.

Image may contain: 3 people, people sitting and indoor

ຜ່ານການສອບສວນຢ່າງລະອຽດ, ທ້າວ ວຽງນະຄອນ ຮັບສາລະພາບວ່າ ໄດ້ເຂົ້າເຮັດວຽກ ຢູ່ຮ້ານເກມນຳ ທ້າວ ບຸນປອນ ມາໄດ້ 2 ປີ ແລ້ວ; ໄດ້ຮັບເງິນເດືອນລະ 1.800.000 ກີບ ໂດຍຮັບ ໜ້າທີ່ເບີ່ງຄວາມເປັນລະບຽບພາຍໃນຮ້ານ ແລະ ເຕີມເຊີເກມໃຫ້ກັບລູກຄ້າ ໂດຍເງິນທີ່ໄດ້ຈາກ ການໃຫ້ບໍລິການຕ່າງໆນັ້ນ ທ້າວ ວຽງລະຄອນ ຈະເປັນຜູ້ເກັບຮັກສາໄວ້ກ່ອນ ເນື່ອງຈາກວ່າທຸກໆ 7 ວັນ ທ້າວ ບຸນປອນ ຜູ້ເປັນເຈົ້າຂອງຮ້ານຈະ ເຂົ້າມາເອົາເງິນເທື່ອໜຶ່ງ. ຢ່າງໃດກໍຕາມ, ທ້າວ ວຽງລະຄອນ ໄດ້ມີການເຊື່ອງອໍາເງິນທີ່ເປັນລາຍ ໄດ້ຂອງຮ້ານເກມ ແລ້ວນຳໄປໃຊ້ຈ່າຍສ່ວນຕົວ ປະມານ 12.000.000 ກີບ.

Image may contain: 2 people, people sitting, people standing and indoor

ໃນເດືອນພຶດສະພາ 2020, ທ້າວ ບຸນປອນ ໄດ້ຄິດໄລ່ເງິນຢ່າງລະອຽດອີກຄັ້ງໜຶ່ງພົບວ່າ ເງິນ ບໍ່ຄົບ ຈຳນວນ 12.000.000 ກີບ ແລະ ຜູ້ກ່ຽວ ກໍຮັບສາລະ ພາບກັບທ້າວ ບຸນປອນ ວ່າໄດ້ເອົາເງິນຈຳນວນດັ່ງກ່າວໄປໃຊ້ຈ່າຍສ່ວນຕົວແທ້ ແລະ ທ້າວ ບຸນປອນ ໄດ້ໃຫ້ຜູ້ກ່ຽວໃຊ້ແທນເງິນຈໍານວນດັ່ງກ່າວ ໂດຍການຕັດເອົາເງິນເດືອນຂອງຜູ້ກ່ຽວ ເດືອນລະ 800.000 ກີບ ແລະ ອະນຸດຍາດໃຫ້ຜູ້ກ່ຽວສືບຕໍ່ເຮັດວຽກຢູ່ໃນຮ້ານເກມຄືເກົ່າ.

ເຖິງແມ່ນວ່າ ນາຍຈ່າງຈະຕັດເງິນເດືອນເພື່ອໃຊ້ໜີ້ ແລະ ໃຫ້ໂອກາດອີກເທື່ອ ໜຶ່ງ ແຕ່ຜູ້ກ່ຽວ ຍັງບໍ່ປັບປ່ຽນພຶດຕິກຳ ຍັງໄດ້ເອົາເງິນທີ່ລູກຄ້າມາໃຊ້ບໍລິການເອົາໄປໃຊ້ຈ່າຍສ່ວນຕົວໝົດ ເມື່ອຮອດກຳນົດຕ້ອງຈ່າຍຕາມບັນຊີເງິນທີ່ເຕີມເຊີ ລວມຈຳນວນ 6.470.000 ກີບ ຜູ້ກ່ຽວບໍ່ມີເງິນຈ່າຍ ຈຶ່ງມີແນວຄິດສ້າງເລື່ອງເທັດ ໂດຍໄປແຈ້ງອຳນາດການປົກຄອງບ້ານວ່າ: ມີຄົນຮ້າຍ 2 ຄົນ ໃສ່ໝວກກັນກະທົບສີດຳ ເຂົ້າມາໃນຮ້ານແລ້ວ ເອົາປື່ນສັ້ນປຸ່ນເອົາເງິນ ຈຳນວນ 6.470.000 ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ເສດຖະກິດ ຄ່ອຍຟື້ນຕົວດີຂຶ້ນຫຼັງລັດຖະບານຜ່ອນຜັນຫຼາຍມາດຕະການ
Next Post: ຂ່າວດ່ວນ! ນໍ້າເລີ່ມໄຫຼເຂົ້າເມືອງບໍລິຄັນແລ້ວ ແຈ້ງປະຊາຊົນຮັບມື

Related Posts

ແຈ້ງການ! ປາກປ່າສັກຈະເປີດການຮຽນ-ສອນແລ້ວ ຂ່າວສານບ້ານເມືອງ
ສະຖິຕິໃໝ່! ລາວພົບຜູ້ຕິດເຊື້ອໃໝ່ 256 ຄົນ ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີເນັ້ນໃຫ້ມີການຈັດການນໍ້າຢູ່ແຕ່ລະເຂື່ອນໃນທົ່ວປະເທດ ຂ່າວສານບ້ານເມືອງ
ລັດຖະບານ ອັດສີດນັກກິລາລາວສະຫຼຸບຜົນສໍາເລັດທີ່ຍາດຫຼຽນໃນຊີເກມ 2019 ມູນຄ່າ 600 ກວ່າລ້ານກີບ ຂ່າວສານບ້ານເມືອງ
ຊົມເຊີຍ! ຊ່ວຍຊາດພັດທະນາສາມັກຄີກັນສ້ອມແປງເສັ້ນທາງຫລວງ 13N ທີ່ເປ່ເພຢູ່ຂອບເຂດບໍລິເວນ ບ້ານນໍ້າຖ້ວມ ຂ່າວສານບ້ານເມືອງ
ເຫດທໍາຮ້າຍຮ່າງກາຍ ທີ່ບ້ານໂນນຫວາຍ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme