Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຄົນຈີນລັກເຂົ້າ ສປປ ລາວ ອີກແລ້ວ 38 ຄົນ ຖືກຈັບສົ່ງກັບປະເທດ

Posted on 04/08/202004/08/2020 By All in LAOS No Comments on ຄົນຈີນລັກເຂົ້າ ສປປ ລາວ ອີກແລ້ວ 38 ຄົນ ຖືກຈັບສົ່ງກັບປະເທດ

ບໍ່ແກ້ວ: ວັນທີ 1 ສິງຫາ 2020 ທາງພະແນກ ຕມ ປກສ ແຂວງບໍ່ແກ້ວ ໄດ້ນໍາ-ສົ່ງຄົນຕ່າງປະເທດສັນຊາດຈີນ ຈໍານວນ 38 ຄົນ ຍິງ 3 ຄົນ ທີ່ລັກລອບເຂົ້າເມືອງຜິດກົດໝາຍ ໃຫ້ກັບເຈົ້າໜ້າທີ ຕໍາຫຼວດ ສປ ຈີນ ທີ່ ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປ ຈີນ.

ພິທີມອບ-ຮັບຜູ້ເຂົ້າເມືອງຜິດກົດໝາຍຈັດຂຶ້ນທີ່ດ່ານ ຕມ ສາກົນ ແຂວງຫຼວງນໍາທາ-ດ່ານ ຕມ ສາກົນ ບໍຫານ ເມືອງຫຼາ ແຂວງ ຈິງຫົງ ສປຈີນ.

ເຈົ້າໜ້າທີ່ ຝ່າຍລາວນໍາພາໂດຍ ທ່ານ ພັທ ສົມປອງແກ້ວປັນຍາ ຫົວໜ້າພະແນກ ຕມ ປກສ ແຂວງບໍ່ແກ້ວ, ມີທ່ານ ຮອ ຄໍາຫຼາ ໄຈຍະເກດ ຮອງໜ່ວຍງານ, ສົມທົບກັບ ຝ່າຍ ຕມ ສາກົນ ບໍ່ເຕນ ພັທ ວຽງວິໄຊ ສະໄຫວວັນ ຫົວໜ້າ ຕມ ສາກົນ ບໍ່ເຕນ, ພັຕ ວິໄຊ ບຸນສຸວັນ ຮອງຫົວໜ້າ ສາກົນ ບໍ່ເຕນ.

ເຈົ້າໜ້າທີ່ ຝ່າຍ ສປ ຈີນ ນໍາພາໂດຍ ທ່ານ ຢ່າງເຟ ຫົວໜ້າ ທືມ 1 ດ່ານ ສາກົນ ກວດຄົນເຂົ້່າ-ອອກເມືອງ ບໍ່ຫານ.

ທັ້ງນີ້ທາງພະແນກ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແກ້ໄຂຕໍ່ກັບຄະດີຄື ສືບຕໍ່ສຶກສາອົບຮົມໃຫ້ພວກກ່ຽວຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍການເຂົ້າ-ອອກເມືອງ.

ຖ້າພວກກ່ຽວຫາກຍັງມີການເຄື່ອນໄຫວການກະທຳຜິດໃນຄັ້ງໜ້າ ທາງເຈົ້າໜ້າທີ່ ພວກເຮົາຈະດຳເນີນຕາມລະບຽບກົດ ໝາຍຂອງ ສປປ ລາວ ຢ່າງເຂັ້ມງວດ ນີ້ຖືເປັນຄັ້ງທີ 3 ຕິດຕໍ່ກັນທີ່ພົນລະເມືອງຈີນລັກເຂົ້າລາວ ແລະໄດ້ມີການມອບ-ຮັບຜ່ານດ່ານດັ່ງກ່າວ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ລາຄານໍ້າມັນປັບຂຶ້ນອີກແລ້ວ ເລີ່ມ 5 ສິງຫາ 2020
Next Post: ຄໍາແນະນໍາ ການປະກອບເອກະສານ ເຂົ້າ-ອອກ ສປປ ລາວ (1 ສິງຫາ 2020 ເປັນຕົ້ນໄປ)

Related Posts

ເປັນເລື່ອງດີ ສະຫວັນນະເຂດມີຫ້ອງໄຂ່ຫຼັງທຽມ ແລະ ກວດໂຄວິດ ໄດ້ແລ້ວ ຂ່າວສານບ້ານເມືອງ
ປກສ ເມືອງໄຊທານີ ມ້າງຄະດີປຸ້ນຊັບ, ລັກຊັບ ແລະ ຊື້-ຂາຍຊັບຜິດກົດໝາຍ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 05 ແຂວງບໍ່ແກ້ວ ມີຈຳນວນຜູ້ສະໝັກ 09 ທ່ານ, ເລືອກເອົາ 06 ທ່ານ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່, ປະທານປະເທດ ພ້ອມພັນລະຍາ ແລະ ຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ຢູ່ແຂວງຫຼວງນ້ຳທາ ຂ່າວສານບ້ານເມືອງ
ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ ຂ່າວສານບ້ານເມືອງ
ຂໍຄວາມຊ່ວຍເຫຼືອ ຕາມຫາລູກແລະລົດແດ່! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme