Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລ້ຽງງົວພຽງ 4 ປີ ສາມາດສ້າງລາຍຮັບ ໄດ້ 100 ລ້ານກວ່າກີບ

Posted on 04/08/202004/08/2020 By News No Comments on ລ້ຽງງົວພຽງ 4 ປີ ສາມາດສ້າງລາຍຮັບ ໄດ້ 100 ລ້ານກວ່າກີບ

ທຸລະກິດ: ການລ້ຽງສັດເປັນອາຊີບກໍເປັນວິທີຫນຶ່ງທີ່ສາມາດສ້າງລາຍຮັບເຂົ້າຄອບຄົວເປັນຢ່າງດີ ແລະ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກຈົນກາຍເປັນຄອບຄົວຕົວແບບເທື່ອລະກ້າວດັ່ງຄອບຄົວຂອງ ທ່ານ ໄມຈິດ ປັນຍາສັກ ປະຊາຊົນບ້ານນາຫ້ວຍ ເມືອງແບງ ແຂວງ ອຸດົມໄຊ ທີ່ໄດ້ຫັນຈາກການປຸູກສາລີ ມາເປັນການລ້ຽງງົວ ເຊິ່ງມາຮອດປັດຈຸບັນນີ້ສາມາດສ້າງລາຍຮັບຈາກການຂາຍງົວໄດ້ເປັນຈຳນວນຫຼວງຫລາຍ.

ງົວ, ກະທິງ & ຄວາຍ ສຳລັບຂາຍໃນ ໄຊທານີ ...
ພາບປະກອບ

ທ່ານ ໄມຈິດ ປັນຍາສັກ ກ່າວວ່າ: ເບື້ອງຕົ້ນຄອບຄົວຂອງຕົນເອງໄດ້ພ້ອມກັນປູກສາລີແຕ່ເນື່ອງຈາກສະພາບຮ່າງກາຍບໍ່ເອື້ອອຳນວຍຈຶ່ງຫັນມາລ້ຽງສັດໃຫຍ່ໂດຍສະເພາະແມ່ນລ້ຽງງົວອີກຢ່າງຫນຶ່ງກໍຍ້ອນຕົນເອງມັກຮັກໃນອາຊີບດັ່ງກ່າວຈຶ່ງນຳເອົາແຫລ່ງທຶນຈາກທະນາຄານນະໂຍບາຍຈຳນວນຫນຶ່ງມາຊື້ແມ່ພັນພ້ອມເນື້ອທີ່ດິນຕອນຫນຶ່ງເພື່ອປູກຫຍ້າ ໃນປີ 2016.

Image may contain: 1 person, standing, cloud, sky, outdoor and nature
ໂຄງການ ລ້ຽງ ງົວຢູ່ແຂວງຊຽງຂວາງ ...
ພາບປະກອບ

ນັບຕັ້ງແຕ່ເລີ່ມຈັດຕັ້ງປະຕິບັດ ຈົນຮອດປັນຈຸບັນ ສາມາດຂາຍງົວອອກທັງຫມົດ 17-18 ໂຕ ລວມເປັນເງິນ 100 ລ້ານກວ່າກີບ,ສະເພາະປີ 2020 ນີ້ ຂາຍອອກ 4 ໂຕ ປັດຈຸບັນຕົນເອງຍັງມີງົວທັງຫມົດ 20 ໂຕ ໃນນັ້ນ ເປັນງົວລາດ ທົ່ວໄປ 13 ໂຕ ແລະ ເປັນງົວພັນ ທີ່ໄດ້ຮັບການຊ່ວຍເຫຼືອ ຈາກແຂວງ ຈຳນວນ 7 ໂຕ.

ຂ.ອັດຕະປື ເຊື້ອປາກເປື່ອຍ ລົງເລັບ ...
ພາບປະກອບ

ທ່ານໄມຈິດ ປັນຍາສັກ ກ່າວຕື່ມອີກວ່າ ການລ້ຽງງົວ ຂອງຕົນເອງນີ້ ມີຄວາມສະດວກຫລາຍດ້ານ ໂດຍສະເພາະແມ່ນສະຖານທີ່ເຫມາະສົມ, ມີຫຍ້າພຽງພໍ, ບໍ່ໄດ້ໃຊ້ແຮງງານຫລາຍ, ມີວິຊາການຈາກຫ້ອງການກະສິກຳເມືອງ ແບງ ລົງໃກ້ສິດຕິດແທດ, ຕິດຕາມ ແລະ ສັກຢາໃຫ້ງົວເປັນປົກກະຕິ ແຕ່ກໍປາສະຈາກຂໍ້ຫຍູ້ງຍາກບໍ່ໄດ້ ເປັນຕົ້ນແມ່ນງົວຫລຸດອອກຈາກສູນໄປກິນຜົນລະປຸກຂອງປະຊາຊົນເຮັດໃຫ້ເກີດຄວາມບໍ່ພໍໃຈ ເຖິງຢ່າງໃດກໍຕາມຕົນເອງຍັງມີທິດທາງແຜນການໃນການຂະຫຍາຍການລ້ຽງໃຫ້ກວ້າງຂວາງຕື່ມອີກ.

ລ້ຽງງົວຊ່ວຍເສດຖະກິດຄອບຄົວດີຂຶ້ນ ...
ພາບປະກອບ

ເວົ້າລວມແລ້ວ ການລ້ຽງງົວເປັນອາຊີບ ໄດ້ສົ່ງຜົນເຮັດໃຫ້ຄອບຄົວຂອງຕົນເອງກາຍເປັນຄອບຄົວພົ້ນທຸກ, ມີຢູ່ມີກິນ, ມີບ່ອນຢູ່ຖາວອນ, ຫາກທຽບໃສ່ເມື່ອກ່ອນແລ້ວ ກຽນລ້ຽງງົວໄດ້ຊ່ວຍໃຫ້ຊີວິດມີການປ່ຽນແປງກ້າວຂື້ນເປັນຄອບຄົວທີ່ຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວ: ຄານມະນີ ຮຽນດໍຈັນ

ຂ່າວສານບ້ານເມືອງ

Post navigation

Previous Post: ເຈົ້າເມືອງຊີ້ນຳໃຫ້ ກອງຮ້ອຍ 3 ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ-ທັນສະພາບການ
Next Post: ຂ່າວດ່ວນ! ກະບະປະທະຫົກລໍ້ນ້ອຍ ຄົນເຈັບຕິດຄາລົດ 2 ຄົນ ທີ່ເມືອງຫີນບູນ

Related Posts

ສັບຊ້ອນໃຫ້ອົງການກວດກາລັດຖະບານຂຶ້ນກັບປະທານປະເທດໂດຍກົງ ເອີ້ນວ່າ​ ອົງການກວດກາແຫ່ງລັດ ຂ່າວສານບ້ານເມືອງ
ເກັບຕົວຢ່າງກວດຫາເຊື້ອໂຄວິດ ທັງໝົດ ເກືອບ 400ຄົນ ບໍ່ພົບເຊື້ອ ຂ່າວສານບ້ານເມືອງ
ເຂື່ອນໄຟຟ້ານໍ້າງື່ມ 5 ເຕືອນປະຊາຊົນລະວັງ ການປ່ອຍນໍ້າຈາກເຂື່ອນ ຂ່າວສານບ້ານເມືອງ
ອຸທາຫອນ! ເດັກ 3 ປີ ຫຼຽນ 5 ບາດຄາຄໍ ແພດລາວຊ່ວຍໄດ້ປອດໄພ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 929 ຂ່າວສານບ້ານເມືອງ
ມອບລົດຈັກທີ່ຖືກຄົນຮ້າຍລັ ກໄປ ຄືນໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme