Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຈົ້າເມືອງຊີ້ນຳໃຫ້ ກອງຮ້ອຍ 3 ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ-ທັນສະພາບການ

Posted on 04/08/202004/08/2020 By News No Comments on ເຈົ້າເມືອງຊີ້ນຳໃຫ້ ກອງຮ້ອຍ 3 ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ-ທັນສະພາບການ

ໃນວັນທີ 31 ກໍລະກົດ 2020, ຢູ່ສະໂມສອນກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ 2020 ແລະ ແຜນການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງສົກປີ 2020-2021 ຂອງກອງຮ້ອຍ 3 ເຊິ່ງເປັນກຽດເຂົ້າຮ່ວມຂອງທ່ານ ເດດສົງຄາມ ທຳມະວົງ ກຳມະການພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ

Image may contain: 1 person

ໂດຍທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ ແລະ ເພື່ອເຮັດໃຫ້ເມືອງສີສັດຕະນາກມີຄວາມສະຫງົບ ແລະ ຫຼຸດຜ່ອນປະກົດຫຍໍ້ທໍ້ທີ່ເກີດຂຶ້ນປະຕິບັດໃຫ້ໄດ້ຕາມ 4 ຫຼຸດຂອງເຈົ້າຄອງນະຄອນຫຼວງວຽງຈັນວາງອອກ, ພະນັກງານກໍ່ສ້າງຮາກຖານການເມືອງ ຕ້ອງເອົາໃຈໃສ່ເຮັດວຽກ ແລະ ໜ້າທີ່ຕົນໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ພ້ອມກັນເຮັດໃຫ້ຖືກຕາມທິດຊີ້ນຳ ແລະ ໄປໃນທິດທາງດຽວກັນຢ່າງເປັນເອກະພາບກັນ

Image may contain: one or more people and people sitting

ໂດຍປະສານສົມທົບກັບພາກສ່ວນກຽວຂ້ອງສືບຕໍ່ແກ້ໄຂສະພາບຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ວ່ອງໄວ ແລະ ທັນກັບເຫດການ, ລົງເລິກໃກ້ຊິດຕິດແທດກັບບ້ານ ແລະ ປະຊາຊົນ ໂຄສະນາເຜີຍແຜ່ ແລະ ປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ທັງປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ໃຫ້ດີຂຶ້ນກວ່າເກົ່າ.

Image may contain: one or more people, people sitting and indoor

ໃນກອງປະຊຸມ ພັທ ບຸນສົງ ດາລາແສນ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຫັັນລົງກໍ່ສ້າງຮາກຖານການເມືອງໃນ 6 ເດືອນຕົ້ນປີ 2020 ວ່າ: ໃນທົ່ວເມືອງສີສັດຕະນາກສາມາດແກ້ໄຂການອອກປຶ້ມສຳມະໂນຄົວໃໝ່ໃຫ້ພົນລະເມືອງໄດ້ 371 ຫົວ, ມີ 1.840 ຄົນ, ຍິງ 974 ຄົນ ແລະ ອອກບັດປະຈຳຕົວໃຫ້ພົນລະເມືອງໄດ້ 1.560 ບັດ ຍິງ 871 ຄົນ, ມີປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງທັງໝົດມີ 78 ເລື່ອງ, ແກ້ໄຂໄດ້ 60 ເລື່ອງ, ກັກຕົວດຳເນີນຄະດີ 28 ລາຍ, ມີ 56 ຄົນ, ຍິງ 8 ຄົນ

Image may contain: 1 person, sitting and indoor

ວຽກງານກວດກາ ແລະ ຄຸ້ມຄອງຄົນຕ່າງປະເທດ ໄດ້ເກັບກຳສະຖິຕິ 94 ແຫ່ງ, ມີພະນັກງານ 234 ຄົນ, ຍິງ 67 ຄົນ, ຄົນຕ່າງປະເທດມີ 121 ຄົນ, ຍິງ 23 ຄົນ, ມີ 23 ສັນຊາດ ລົງກວດກາພົບເຫັນຄົນຕ່າງປະເທດທີ່ລັກປະກອບອາຊີບ ແລະ ບໍ່ມີເອກະສານອະນຸຍາດມີ 47 ຄົນ, ໃນຈໍານວນ 121 ຄົນ, ຍິງ 23 ຄົນ, ຮັບແຈ້ງພາດສະປອດເສຍ 17ຄົນ, ຍິງ 11 ຄົນ, ມີ 7 ສັນຊາດ; ຮັບແຈ້ງແຂກພັກເຊົາຢູ່ຕາມໂຮງແຮມ-ເຮືອນພັກ 3171 ຄົນ, ຍິງ 1362 ຄົນ. ພ້ອມນີ້ ໄດ້ແກ້ໄຂຄະດີທີ່ມີການພົວພັນກັບຄົນຕ່າງປະເທດທີ່ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍໄດ້ 2 ເລື່ອງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ
Next Post: ລ້ຽງງົວພຽງ 4 ປີ ສາມາດສ້າງລາຍຮັບ ໄດ້ 100 ລ້ານກວ່າກີບ

Related Posts

Update ໄວຣັດໂຄໂຣນາ 9:52 ວັນທີ 6 ກຸມພາ 2020 – ປົວດີ 1153 ຄົນ, ເສຍຊີວິດ ແລ້ວ 564 ຄົນ ຂ່າວສານບ້ານເມືອງ
ຫຼາຍບ້ານຂອງເມືອງຈໍາປາສັກ ໄດ້ຮັບຜົນກະທົບຈາກພາຍຸ ໂນຣຸ ຂ່າວສານບ້ານເມືອງ
ລົດກູ້ໄພໂຮງໝໍສຳລັບຂົນສົ່ງຄົນເຈັບ ແລະ ລົດດັບເພີງ ບໍ່ໄດ້ເສຍຄ່າຜ່ານທາງດ່ວນ ຂ່າວສານບ້ານເມືອງ
ປກສ ແຂວງສະຫວັນນະເຂດ ເລື່ອນຊັ້ນໃຫ້ນາຍຕຳຫຼວດ ຂ່າວສານບ້ານເມືອງ
ຄວາມອົດທົນພະຍາຍາມຄືບໍ່ເກີດຂອງຄວາມສໍາເລັດ ຂ່າວສານບ້ານເມືອງ
ຂ່າວດ່ວນໂຄວິດລາວພົບຜູ້ຕິດເຊື້ອ ໃໝ່ 566ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme