Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ

Posted on 04/08/202004/08/2020 By News No Comments on ກະຊວງການຕ່າງປະເທດຈັດພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ສະຫຼອງ 53 ປີສ້າງຕັ້ງອາຊຽນ

ຕອນເຊົ້າຂອງວັນທີ 4 ສິງຫາ 2020 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດເປັນປະທານໃນພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 53 ປີ ແຫ່ງການສ້າງຕັ້ງອາຊຽນ (8 ສິງຫາ 1967 – 8 ສິງຫາ 2020) ແລະ ຄົບຮອບ 23 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23 ກໍລະກົດ 1997 – 23 ກໍລະກົດ 2020). ເຂົ້າຮ່ວມໃນພິທີ ມີບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ເອກອັກຄະລັດຖະທູດປະເທດສະມາຊິກ ອາຊຽນ ປະຈຳ ສປປ ລາວ, ຄະນະກົມ ແລະ ພະນັກງານລັດຖະກອນທີ່ກ່ຽວຂ້ອງ.

Image may contain: 3 people, people standing

ໃນພິທີສະເຫຼີມສະຫຼອງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 53 ປີຜ່ານມາ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນຖາວອນ ໃນພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນໜຶ່ງ ແມ່ນອາຊຽນ ໃນນາມເປັນອົງການຈັດຕັ້ງພາກພື້ນລະ ຫວ່າງລັດຖະບານ ໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ ກໍ່ຄືກັບປະເທດຄູ່ຮ່ວມເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນ ບົນພື້ນຖານຫຼັກການທີ່ກຳນົດໄວ້ໃນກົດບັດອາຊຽນ, ສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື (TAC) ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂື້ນ (ຫຼັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ; ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ການບໍ່ແຊກແຊງເຂົ້າໃນວຽກງານພາຍໃນຂອງກັນ ແລະ ກັນ; ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ “ວິຖີທາງຂອງອາຊຽນ” (ASEAN Way)).

ພ້ອມນີ້, ທ່ານລັດຖະມົນຕີຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງ ປະຊຸມກ່ຽວຂ້ອງຜ່ານມາ ພາຍໃຕ້ການເປັນປະທານຂອງ ສສ. ຫວຽດນາມ (ແບບທາງໄກ), ຊຶ່ງເຫັນວ່າໃນໄລຍະ ເກືອບໜຶ່ງປີຜ່ານມາ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ກຳລັງປະເຊີນກັບໄພພິບັດທຳມະຊາດ ກໍຄືການແຜ່ລະບາດຂອງພະຍາດໂຄວິດ-19 ອັນເປັນໄພຂົ່ມຂູ່ ແລະ ສົ່ງຜົນກະທົບໜັກໜ່ວງຕໍ່ສຸຂະພາບ, ການພັດທະ ນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ຂອງໂລກ, ແຕ່ສະມາຊິກອາ ຊຽນ ແລະ ປະເທດຄູ່ຮ່ວມ ກໍຍັງສືບຕໍ່ມີຄວາມສາມັກຄີ ແລະ ສາມາດຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ແຜນງານ/ໂຄງການຮ່ວມມືໃນ 3 ເສົາຄ້ຳປະຊາຄົມອາຊຽນ ໄດ້ຮັບຜົນສຳເລັດເປັນກ້າວໆມາ: ໄດ້ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດ ໂຄວິດ-19; ສ້າງຕັ້ງຄັງແຮ ອຸປະກອນການແພດສຸກເສີນອາຊຽນ; ແລະ ການຮ່າງແຜນພື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19 ສິ້ນສຸດ.

Image may contain: one or more people, people standing, suit and indoor


ນອກຈາກນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ຍັງໄດ້ເນັ້ນຕື່ມອີກວ່າ: ຕະຫລອດໄລຍະ 23 ປີ ທີ່ ສປປລາວ ໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການສູງໃນຂະບວນການລວມຂອງອາຊຽນ ອັນໄດ້ເຮັດໃຫ້ບົດບາດ ຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ນັບມື້ພົ້ນເດັ່ນຂຶ້ນ. ສະເພາະຂົງເຂດເສດຖະກິດ, ເຂດການຄ້າເສລີ ແລະ ການລົງທຶນ ອາຊຽນ ແລະ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ກໍໄດ້ປະກອບສ່ວນອັນສຳຄັນໃນການເຮັດການຄ້າ ແລະ ການລົງທຶນຢູ່ປະເທດເຮົາຂະຫຍາຍຕົວໃນຈັງຫວະສູງຂຶ້ນຢ່າງຕໍ່ເນື່ອງ.

Image may contain: one or more people, people standing, tree and outdoor

ສຸດທ້າຍ, ທ່ານລັດຖະມົນຕີ ໄດ້ຢືນຢັນເຖິງຄວາມໝາຍໝັ້ນ ຂອງ ສປປ ລາວ ທີ່ຈະສືບຕໍ່ເຂົ້າຮ່ວມໃນຂະບວນການລວມຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍ ເພື່ອສາມາດບັນລຸໄດ້ການສ້າງປະຊາຄົມອາຊຽນ ໃນປີ 2025 ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາກໍ່ຄືຄູ່ຮ່ວມມືພາຍນອກອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຄວາມໝາຍໝັ້ນຂອງຕົນໃນຖານະປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາໄດ້ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຕັດສິນປະຫານ ຊີວິດ 2 ຈຳເລີຍ ຄະດີຢາບ້າ 293.800 ເມັດ
Next Post: ເຈົ້າເມືອງຊີ້ນຳໃຫ້ ກອງຮ້ອຍ 3 ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃຫ້ວ່ອງໄວ-ທັນສະພາບການ

Related Posts

ຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວກໍາຈັດໂຄວິດ ຂ່າວສານບ້ານເມືອງ
ເດັກນ້ອຍອາຍຸ 2 ປີຕົກນໍ້າຮຸ່ງເສຍຊີວິດ ຂ່າວສານບ້ານເມືອງ
ກົມສ່ວຍສາອາກອນ ສືບຕໍ່ເຜີຍແຜ່ 4 ກົດໝາຍໃຫ້ຫົວໜ່ວຍທຸລະກິດແຂວງສະຫວັນນະເຂດ-ແຂວງຄຳມ່ວນ ຂ່າວສານບ້ານເມືອງ
ມາອີກແລ້ວ! ຈົດກາຍໄປ 840 ກວ່າກິໂລວັດໂມງ ຢູ່ບ້ານຫຼັກສອງ ເມືອງສາລະວັນ ຂ່າວສານບ້ານເມືອງ
ນາຍບ້ານນາໄຊ ຢືນຢັນ ຂ່າວຕິດເຊື້ອໂຄວິດ ຈຳ ນວນ 25 ກໍລະນີ ຢູ່ພາຍໃນບ້ານ ແມ່ນບໍ່ມີມູນຄວາມຈິງ ຂ່າວສານບ້ານເມືອງ
ມຊ ສັ່ງໂຈະ! ການຮຽນການສອນຊົ່ວຄາວເລີ່ມ 16 ສິງຫາ 2021 ເປັນຕົ້ນໄປ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme