Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງກວດກາປ່າໄມ້ເຊກອງປ່ອຍງູເຫຼືອມຄືນສູ່ທຳມະຊາດ

Posted on 04/08/202004/08/2020 By All in LAOS No Comments on ກອງກວດກາປ່າໄມ້ເຊກອງປ່ອຍງູເຫຼືອມຄືນສູ່ທຳມະຊາດ

ເຊກອງ: ໃນຕອນແລງວັນທີ 3 ສິງຫາ 2020 ນີ້, ກອງກວດກາປ່າໄມ້ ແຂວງເຊກອງ ຮ່ວມກັບ ຫ້ອງການກະສິກຳແລະປ່າໄມ້ ເມືອງລະມາມ ໄດ້ນຳເອົາງູເຫຼືອມຈຳນວນ 1 ໂຕ ປ່ອຍຄືນສູ່ທໍາມະຊາດ ຢູ່ທີ່ຫ້ວຍເຫ່ວ ເຂດບ້ານນາວາ ເມືອງລະມາມ ແຂວງເຊກອງ.ໂດຍມີຄະນະກອງກວດກາປ່າໄມ້ແຂວງ,ມີຫ້ອງການກະສິກຳແລະປ່າໄມ້ເມືອງລະມາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມບູນ ທອງສະຫັວດ ຮອງຫົວໜ້າໜ່ວຍງານກວດກາສັດນ້ຳ-ສັດປ່າ ກອງກວດກາປ່າໄມ້ ພະແນກກະສິກຳແລະປ່າໄມ້ແຂວງເຊກອງໄດ້ເວົ້າວ່າ: ງູ ທີ່ນຳໄປປ່ອຍໃນຄັ້ງນີ້ມີຈຳນວນ 1 ໂຕ, ມີຄວາມຍາວ 3,30 ແມັດ, ນໍ້າໜັກ 25 ກິໂລກຣາມ, ທີ່ໄດ້ມາຈາກພະແນກການເງິນແຂວງເຊກອງ, ຊຶ່ງແມ່ນພະນັກງານ ໄດ້ພົບເຫັນຢູ່ຂ້າງຫໍພັກຂອງພະນັກງານພະແນກການເງິນແຂວງ ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງມາຈັບເອົາງູດັ່ງກ່າວ ເພື່ອໄປມອບໃຫ້ ພະແນກກະສິກຳແລະປ່າໄມ້ແຂວງ ໂດຍສະເພາະແມ່ນກອງກວດກາປ່າໄມ້ ເພື່ອນຳໄປປ່ອຍຄືນສູ່ທຳມະຊາດຢູ່ທີ່ຫ້ວຍເຫ່ວ ເຂດບ້ານນາວາ ເພື່ອໃຫ້ມີການແຜ່ພັນສືບຕໍ່ໄປ.


ຂ່າວ: ເພັດສົມພອນ ພົມມະສອນ

ຂ່າວສານບ້ານເມືອງ

Post navigation

Previous Post: ໂຄວິດ-19 ສົ່ງຜົນແຮງງານອຸດົມໄຊ 2 ພັນກວ່າຄົນວ່າງງານ
Next Post: ຕັດສິນປະຫານ ຊີວິດ 2 ຈຳເລີຍ ຄະດີຢາບ້າ 293.800 ເມັດ

Related Posts

ລົງດາບ 94 ບໍລິສັດ ໂຈະການດໍາເນີນທຸລະກິດຊົ່ວຄາວ! ຂ່າວສານບ້ານເມືອງ
ນາຍົກລັດ​ຖະ​ມົນ​ຕີ ເນັ້ນ​ໃຫ້ຂະແໜງການທະນາຄານເອົາ​ໃຈ​ໃສ່​ຕື່ມ​ບາງ​ບັນ​ຫາ​ສຳ​ຄັນ ຂ່າວສານບ້ານເມືອງ
ເຕືອນການສັນຈອນ! ທາງນໍ້າຖ້ວມ ເຂດບ້ານໂພນແຍງ ເມືອງຄູນ ຂ່າວສານບ້ານເມືອງ
ພະຍາກອນອາກາດ ແລະ ລະດັບ ແມ່ນໍ້າຂອງ ວັນທີ 4 ກໍລະກົດ ຂ່າວສານບ້ານເມືອງ
ອຸບັດຕິເຫດ! ທາງເຮືອບິນເຮັດໃຫ້ເຮືອບິນຫັກອອກເປັນສອງທ່ອນ ຂ່າວສານບ້ານເມືອງ
ກັກໂຕເຈົ້າຂອງຫ້ອງແຖວ ພ້ອມພັກພວກພາກັນ ມົ້ ວ ສຸ ມ ຢ າ ເ ສ ບ ຕ ິ ດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme