Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ນ້ຳຖ້ວມເມືອງເງິນ ເສຍຫາຍເປັນວົງກວ້າງ

Posted on 03/08/202003/08/2020 By All in LAOS No Comments on ນ້ຳຖ້ວມເມືອງເງິນ ເສຍຫາຍເປັນວົງກວ້າງ

ໄຊຍະບູລີ: ໃນວັນທີ 2-3 ສິງຫາ 2020 ນີ້ເມືອງເງິນ ແຂວງໄຊຍະບູລີ ໄດ້ເກີດມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ທັງເວັນ ແລະ ຄືນ ມາຮອດຕອນເຊົ້າເວລາ 5:30 ນາທີ ຂອງວັນທີ 3 ສິງຫາ 2020 ໄດ້ເຮັດໃຫ້ແມ່ນໍ້າຍາງ ເຊິ່ງເປັນແມ່ນໍ້າສາຍຫຼັກຂອງເມືອງ ບວກກັບນໍ້າປ່າໄຫຼລັ່ງເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນຂອງປະຊາຊົນເປັນຈໍານວນຫຼວງຫຼາຍ

ແລະ ຖ້ວມບ້ານເຮືອນຂອງປະຊາຊົນບ້ານແກ້ວດອນຄູນ ປະຈຸບັນ ພໍ່ ແມ່ປະຊາຊົນ, ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນຄະນະກໍາມະການຕ້ານ ແລະ ສະກັດກັ້ນໄພພິບັດຂອງເມືອງກໍາລັງເລ່ງໃຫ້ຄວາມຊ່ວຍເຫຼືອຂົນຍ້າຍເຄື່ອງຂອງ ແລະ ສັດລ້ຽງອອກຈາກເຂດດັ່ງກ່າວໄປໄວ້ໃນເຂດທີ່ປອດໄພ ສ່ວນມູນຄ່າການເສຍຫາຍຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ໂດຍ: ອິນແປງ ແຫວນຄຳ

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ພຣະສົງຮຽນຮູ້ການຕ້ານພະຍາດໂຄວິດ-19
Next Post: WeChat ອາດເປັນລາຍຕໍ່ໄປຫຼັງອາເມລິກາຂີດເສັ້ນຕາຍສັ່ງຫ້າມໃຊ້ແອັບ TikTok ໃນອີກ 45ວັນ

Related Posts

ປະຊາຊົນລາວໃນຂອບເຂດທົ່ວປະເທດສົ່ງອອກເຂົ້າໄປຈີນ ບັນລຸ 1.350 ໂຕນ ຂ່າວສານບ້ານເມືອງ
ຂໍລາຍງານຂ່າວດີມື້ນີ້ ຜູ້ຕິດເຊື້ອໂຄວິດ ນໍ້າເບີ ​43 ຈະໄດ້ອອກໂຮງໝໍແລ້ວ ຂ່າວສານບ້ານເມືອງ
ເຄີຍຕິດ ຄ ຸ ກ ມາເເລ້ວອອກມາຍັງເຮັດຄືເກົ່າໄດ້ເຂົ້າໄປອີກ ຂ່າວສານບ້ານເມືອງ
ແຂວງໄຊຍະບູລີ ເລີ່ມສັກວັກແຊັງປ້ອງກັນ ໂ ຄ ວິ ດ ຮອບທີ 1 ໃຫ້ກຸ່ມສ່ຽງ ຂ່າວສານບ້ານເມືອງ
ການເຝົ້າລະວັງພະຍາດໂຄວິດ-19 ໂດຍນຳໃຊ້ຂໍ້ມູນຈາກຫຼາຍແຫຼ່ງ ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ໃຫ້ຜູ່ທີ່ໃກ້ຊິດ ຫຼື ພົວພັນຊາຍຈີນ 2 ຄົນນີ້ລາຍງານຕົວພາຍໃນ 3 ວັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme