Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໜີບໍ່ລອດ… ຈອດລົດຖິ້ມຢາບ້າ 2.000 ເມັດ ໄວ້ແຄມທາງແລ້ວຫຼົບໜີ

Posted on 03/08/202003/08/2020 By News No Comments on ໜີບໍ່ລອດ… ຈອດລົດຖິ້ມຢາບ້າ 2.000 ເມັດ ໄວ້ແຄມທາງແລ້ວຫຼົບໜີ

ທ້າວ ດອນນາແພງ ອາຍຸ 25 ປີ ຢູ່ບ້ານຫົວຊຽງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ນຳເອົາຢາບ້າ ຈຳນວນ 2.000 ເມັດ ໄປຂາຍໃຫ້ຄົນສັ່ງຊື້ຢູ່ເສັ້ນທາງ ເຂດບ້ານໜອງພົງ ເມືອງຫາດຊາຍຟອງ.
ແຕ່ໄປບໍ່ຮອດຈຸດນັດໝາຍ ເພາະຖືກເຈົ້າໜ້າທີ່ແກ້ໄຂເຫດສຸກເສີນ 1191 ຕິດຕາມຈັບຕົວໄດ້ ໃນຂະນະທີ່ກຳລັງຂັບຂີ່ລົດຈັກຫຼົບໜີ. ຫຼັງຈາກທີ່ຜູ້ກ່ຽວຖິ້ມຢາບ້າຈຳນວນດັ່ງກ່າວໄວ້ແຄມທາງ.

ເຈົ້າໜ້າທີ່ເປີດເຜີຍວ່າ: ຜູ້ຖືກຫາລາຍນີ້ ຖືກຈັບຕົວໃນວັນທີ 8 ມິຖຸນາ ທີ່ຜ່ານມາ, ແລ້ວສົ່ງຜູ້ກ່ຽວ ພ້ອມຂອງກາງຖືກຈັບ ມັດ ເທົ່າກັບ 2.000 ເມັດ ໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີຕາມກົດໝາຍ.

Image may contain: 2 people, text

ຜ່ານການສອບສວນໃນເບື້ອງຕົ້ນ, ຜູ້ຖືກຫາ ຮັບສາລະພາບວ່າ: ໄດ້ເລີ່ມເຄື່ອນໄຫວພົວພັນຊື້-ຂາຍຢາບ້າ ມາແຕ່ເດືອນມັງກອນ 2020 ແລະ ໃນໄລ ຍະຜ່ານມາ, ຜູ້ກ່ຽວໄດ້ຕິດຕໍ່ຊື້ຢາບ້າມາຂາຍຈຳນວນຫຼາູ້ກ່ຽວ ຄັ້ງລະ 1 ມັດ ເທົ່າກັບ 2.000 ເມັດ. ຫຼັງຈາກທີ່ໄດ້ຢາບ້າມາແລ້ວ ກໍເອົາໄປຂາຍໃຫ້ຄົນທີ່ໂທລະສັບມາສັ່ງຊື້. ມາຮອດຕົ້ນເດືອນເມສາ 2020, ຜູ້ກ່ຽວໄດ້ເອົາຢາບ້າ ຈຳນວນ 5 ຖົງ ເທົ່າ ກັບ 1.000 ເມັດ ໄປຂາຍອີກ ໂດຍນັດຊື້ຂາຍຢາບ້າໃຫ້ກັນຢູ່ຕາມແຕມທາງ. ມາຮອດວັນທີ 8 ມິຖຸນາ ຜ່ານມາ, ເວລາປະມານ 14:30 ໂມງ ຊາຍຄົນດັ່ງກ່າວ ກໍໂທລະສັບມາສັ່ງຊື້ຢາບ້າອີກ ຈໍານວນ 1 ມັດ ໂດຍນັດສົ່ງຢາບ້າໃຫ້ກັນຢູ່ເສັ້ນທາງລະຫວ່າງເຂດບ້ານຈອມສີ ຫາ ບ້ານໜອງພົງ ເມືອງຫາດຊາຍຟອງ. ຈາກນັ້ນ, ຜູ້ກ່ຽວກໍໄດ້ເອົາຢາບ້າ 1 ມັດເທົ່າ ກັບ 2.000 ເມັດ ກຽມຈະອອກໄປຂາຍໃຫ້. ແຕ່ພໍຂີ່ລົດໄປຮອດເຂດບ້ານໜອງພົງ ກໍເຫັນເຈົ້າໜ້າທີ່ ຂັບຂີ່ລົດສວນທາງມາ, ຜູ້ກ່ຽວຈຶ່ງໂຍນຢາບ້າຖິ້ມໄວ້ຢູ່ແຄມທາງ ແລ້ວກໍຂີ່ລົດຈັກຫຼົບໜີ, ແຕ່ເຈົ້າໜ້າທີ່ ໄດ້ສັງເກດເຫັນຕອນຖິ້ມຢາບ້າ ແລະ ສາມາດຕາມຈັບໄປດຳເນີນຄະດີ ພ້ອມຂອງກາງດັ່ງກ່າວ.

ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ປັດຈຸບັນ, ຄະດີດັ່ງກ່າວນີ້ ແມ່ນຢູ່ໃນຂັ້ນຕອນສອບສວນຂະຫຍາຍຜົນຫາທີ່ມາຂອງຢາບ້າ ທີ່ຜູ້ຖືກຫາລາຍນີ້ ນຳມາຂາຍ ເພື່ອຈະໄດ້ຂຶ້ນເປັນເປົ້າໝາຍ ຕິດຕາມຈັບຕົວ ມາດໍາເນີນຄະດີຕາມກົດໝາຍຕື່ມອີກ.

ຂ່າວສານບ້ານເມືອງ

Post navigation

Previous Post: ບ້ານນາກອກ ເມືອງບໍ່ແຕນ ນໍ້າປ່າໄຫຼຖ້ວມຫຼາຍເຂດ
Next Post: ປະກາດຫາຍາດພີ່ນ້ອງ ທ້າວຄໍາ (ສະຕິບໍ່ດີ) ຖຶກກັກຕົງຢູ່ສູນ ຫຼັກ 4 ສະຫວັນນະເຂດ

Related Posts

ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ກົມໃຫຍ່ຕໍາຫຼວດ ຫຼາຍທ່ານ ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງຕຳແໜ່ງໃໝ່ ຂ່າວສານບ້ານເມືອງ
ແຂວງວຽງຈັນເລັ່ງກວດກັ່ນກອງຄົນເຈັບ ແລະ ເກັບຕົວຢ່າງ ຂ່າວສານບ້ານເມືອງ
ເກືອບຖືກຫໍາແຕກຕາຍເຈັບສາຫັດທີ່ບ້ານນາຝ້າຍ ຂ່າວສານບ້ານເມືອງ
ເຊັນສັນຍາໂຄງການກໍ່ສ້າງຕາຂ່າຍ ໄຟຟ້າແຮງກາງ ແຕ່ບ້ານຫລັງຜາ ຫາສາມແຍກຜາງົວ ເມືອງລອງ ຂ່າວສານບ້ານເມືອງ
ບ້ານນໍ້າແອ່ງ ວິກິດໜັກ ນໍ້າປ່າໄຫຼຖ້ວມ ເສຍຫາຍ (ມີຄລິບ) ຂ່າວສານບ້ານເມືອງ
ເຊັນສັນຍາຮ່ວມທຸລະກິດ ເພີ່ມເຕີມ ການປ່ຽນແທນຜູ້ຖືຮຸ້ນໃນໂຄງການຊອກຄົ້ນ ສຳຫຼວດ ຂຸດຄົ້ນປຸງແຕ່ງ ແຮ່ຄຳ ແລະ ແຮ່ຕິດພັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme