Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງຂ່າວມໍລະນະກຳ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ

Posted on 02/08/202002/08/2020 By All in LAOS No Comments on ແຈ້ງຂ່າວມໍລະນະກຳ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ

ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງກອງທັບ, ກົມປ້ອງກັນພາຍໃນ ພ້ອມດ້ວຍ ຄອບຄົວແສງພະຈັນ ຂໍແຈ້ງຂ່າວ ຄວາມເສົ້າສະຫຼົດໃຈມາຍັງການ ຈັດຕັ້ງພັກ-ລັດ, ເພື່ອນມິດສະ ຫາຍ ແລະ ຍາດຕິພີ່ນ້ອງທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນວ່າ:

ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ ອະດີດກໍາມະການຄະ ນະພັກກະຊວງປ້ອງກັນປະເທດ, ອະດີດຫົວຫນ້າກົມປ້ອງກັນພາຍ ໃນກອງທັບ ໄດ້ເຖິງແກ່ມໍລະນະກໍາແລ້ວໃນເວລາ 21:30 ໂມງ ຂອງ ວັນທີ 30 ກໍລະກົດ 2020 ດ້ວຍພະຍາດກະທັນຫັນ ລວມອາຍຸ ໄດ້ 70 ປີ

ປັດຈຸບັນສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ທີ່ສະໂມສອນກົມໃຫຍ່ ການເມືອງກອງທັບ (ກະຊວງປ້ອງກັນປະເທດ) ເພື່ອຈາລຶກຜົນງານ, ຄຸນງາມຄວາມດີຂອງເພິ່ນທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາເພື່ອປະ ເທດຊາດ, ການປະຕິວັດ ກໍຄືກອງທັບປະຊາຊົນລາວ, ກະຊວງປ້ອງ ກັນປະເທດ, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງໄວ້ອາໄລ ເປັນ ເວລາ 4 ວັນ, ນັບແຕ່ວັນທີ 31 ກໍລະກົດ ເຖິງ ວັນທີ 3 ສິງຫາ 2020.

– ພິທີວາງພວງມະລາ ຢ່າງເປັນທາງການ ຈັດຂຶ້ນໃນວັນ ອາທິດ ວັນທີ 2 ສິງຫາ 2020.

– ວັນຊາປະນາກິດສົບຈະໄດ້ຈັດຂຶ້ນໃນວັນຈັນ ວັນທີ 3 ສິງຫາ 2020 , ເວລາ 13:00 ໂມງ ຢູ່ທີ່ວັດບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ເບື້ອງຫຼັງໂຮງກາຍຍະສິນ).

– ວັນອັງຄານ ວັນທີ 4 ສິງຫາ 2020 ເປັນມື້ເກັບດູກ.

– ວັນພຸດ ວັນທີ 5 ສິງຫາ 2020 ເປັນມື້ຫາງຫາກະກຽມ.

– ວັນພະຫັດ ວັນທີ 6 ສິງຫາ 2020 ເປັນມື້ຕັກບາດຖວາຍສັງກະ ທານ ທີ່ເຮືອນເພິ່ນເອງ ບ້ານຄໍາສະຫວາດ ໜ່ວຍ 47, ເມືອງໄຊເສດ ຖາ, ນະຄອນຫຼວງວຽງຈັນ, ພະສົງ 9 ອົງ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ຍິງຊໍ້າຈົນເສຍຊີວິດທີ່ ບ້ານໜອງໄກ່ໂອກ ເມືອງຊານໄຊ
Next Post: ຊາຍໃຈກ້າແລ່ນໃສ່ລົດໃຫຍ່ ເຈັບສາຫັດ ເຂດບ້ານຂຸນຕາ

Related Posts

ຖອດຖອນແລກປ່ຽນບົດຮຽນ ການກໍ່ສ້າງກອງວັດທະນະທຳ ຢູ່ກອງພັນ705 ຂ່າວສານບ້ານເມືອງ
ແຈ້ງຂ່າວ ພິທີຊາປະນະກິດ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ ຂ່າວສານບ້ານເມືອງ
ປ່າສະຫງວນຫ້ວຍຍາງດົງໝາກຄາຍມີເນື້ອທີ່ ຫຼາຍກວ່າ 268 ເຮັກຕາ ຂ່າວສານບ້ານເມືອງ
21 ເມສາ ລາວລາຍງານຜູ່ຕິດເຊື້ອເພີ່ມ +0 ເປັນມື້ທີ່ 9 ຂ່າວສານບ້ານເມືອງ
ເມືອງໂພນໄຊ ແຂວງຫຼວງພະບາງ ຍັງມີຄວາມຕ້ອງການທືນພັດທະນາພື້ນຖານໂຄງລ່າງ ຫຼາຍດ້ານເພື່ອກ້າວຂື້ນເປັນເມືອງພົ້ນທຸກໃນອານາຄົດ ຂ່າວສານບ້ານເມືອງ
ມະຫາກໍາບຸນຊ້າງ ໄຊຍະບູລີ 13-20 ກຸມພາ 2023 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme