Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍິງຊໍ້າຈົນເສຍຊີວິດທີ່ ບ້ານໜອງໄກ່ໂອກ ເມືອງຊານໄຊ

Posted on 02/08/202002/08/2020 By All in LAOS No Comments on ຍິງຊໍ້າຈົນເສຍຊີວິດທີ່ ບ້ານໜອງໄກ່ໂອກ ເມືອງຊານໄຊ

ອັດຕະປື: ເກີດເຫດການຍິງກັນເສຍຊີວິດທີ່ ບ້ານໜອງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ໃນວັນທີ່ 30 ກໍລະກົດ 2020 ຜ່ານມາ. ຈາກການໃຫ້ຂໍ້ມູນຂອງນ້ອງຊາຍຜູ່ເສຍຊີວິດ ໃນວັນທີ່ 1/8/2020 ນີ້ວ່າ

“ເກີດເຫດການທີ່ເມືອງ ຊານໄຊ ແຂວງ ອັດຕະປືບ້ານໜອງໄກ່ໂອກ.ໃນຄື້ນວັນທີ30.7.2020.ຂ້າພະເຈົ້າກັບອ້າຍຂ້າພະເຈົ້າເອງໄດ້ອອກໄປຈູດຕໍ ເວລາປະມານ.8:50 ໂມງນາທີ.ຝ ໄດ້ອອກໄປຈາກບ້ານປະມານ 2 ຫລັກ. ອ້າຍຂ້າພະເຈົ້າເປັນຜູ້ຂັບລົດຂ້າພະເຈົ້າເອງເປັນຜູ້ຊ້ອນທ້າຍທາງຫລັງ.

“ຂ້າພະເຈົ້າກັບອ້າຍຂ້າພະເຈົ້າໄດ້ຂີ່ລົດດີໆໄດ້ມີຄົນລັດຍິງອ້າຍຂ້າພະເຈົ້າ ທີແອວນັດທີ1 ແຕ່ຍັງບໍ່ທັນຂາດລົມຫາຍໃຈ. ອ້າຍຂ້າພະເຈົ້າໄດ້ບອກກັບຂ້າພະເຈົ້າວ່າໜີໆຕົນເອງໄດ້ຖືກຍິງແລ້ວແຕ່ຂ້າພະເຈົ້າຍັງບໍ່ທັນໜີ.

ຜູ່ກໍ່ເຫດແມ່ນ ທ.ບາຍ ໄດ້ຍິງຊ້ຳອີກນັດທີ 2 ໄດ້ຍິງໃສ່ທີຫົວ ຕາຍຄາທີ່ເລີຍ.

ໄດ້ເຫັນອ້າຍຂ້າພະເຈົ້າເປັນແນວນັ້ນຂ້າພະເຈົ້າຈິງແລ່ນໜີໄປປະມານ 50 ແມັດ. ຂ້າພະເຈົ້າຈິ່ງໂທຫາຄົນທາງບ້ານມາຊ່ວຍ. ປກສ ບ້ານຈະໄປເອົາສົບອ້າຍຂ້າພະເຈົ້າ, ແຕ່ ທ.ບາຍ ໄດ້ຍິງຄູອີກ 1 ນັດ ຜູ້ຮ້າຍໄດ້ໃຊ້ອາວຸດປືນເຊກະເຊ ພວກ ປກສ ບ້ານເລີຍບໍ່ກ້າເຂົາໄປໃກ້ ທ.ບາຍ.

ທ.ບາຍ ນອນເຝົ້າສົບອ້າຍຂ້າພະເຈົ້າຮອດເຊົ້າ ວັນທີ່ 31 ກໍລະກົດ 2020 ເຮັດໃຫ້ພວກ ປກສ ບ້ານບໍ່ໄດ້ໄປເອົາສົບອ້າຍຂ້າພະເຈົ້າໃນຄືນນັ້ນ.

ທ.ບາຍໄດ້ຍິງອ້າຍຂ້າພະເຈົ້າເວລາ 21:00 ໂມງ ນາທີ ວັນທີ່ 31 ກໍລະກົດ 2020 . ຮອດເຊົ້າຈິງໄດ້ເອົາສົບອ້າຍຂ້າພະເຈົ້າໄດ້. ທ.ບາຍໄດ້ຜິດກັບພີ່ນ້ອງຂອງລາວ ຊື່ ທ.ຄຳທອງ .ພວກເຂົາເຈົ້າເຈລະຈາບໍ່ຕົກບໍ່ແຕກ ເຮັດໃຫ້ ທ.ບາຍ ຄຽດແຄ້ນ ຈິ່ງຂົ່ມຄູ້ດ້ວຍອາວຸດ.


ໂດຍ ແມ່ນອ້າຍຂ້າພະເຈົ້າບໍ່ເຄີຍຜິດຖຽງກັນກັບ ທ.ບາຍ ທີ່ຜ່ານມາ.

ໃນຕອນນີ້ພວກເຈົ້າໜ້າທີ່ຍັງຈັບຕົວທ.ບາຍ ຍັງບໍ່ທັນໄດ້.ທ.ບາຍໄດ້ໄປລົບໜີ້ຢູ່ປ່າພ້ອມກັບລູກລາວສອງຄົນ..

ແຊ້ຊ່ວຍກັນເພື່ອເປັນກຳລັງໃຈໄຫ້ພວກເຈົ້າໜ້າທີ່ແດ່.

ຂໍໄຫ້ໄດ້ຈັບ.ທ.ບາຍ ໄດ້ໄວ້ໆນີ້ເຖີດ.😭😭

.

ຂ່າວສານບ້ານເມືອງ

Post navigation

Previous Post: ລະວັງເດີພີ່ນ້ອງ! ຂາດອີກແລ້ວ ທາງພູເກົ້າຫຼັກ
Next Post: ແຈ້ງຂ່າວມໍລະນະກຳ ສະຫາຍ ພົນຈັດຕະວາ ບຸນລ້ຽງ ແສງພະຈັນ

Related Posts

ສປປ ລາວ ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາເສດຖະກິດ-ສັງຄົມ ສປຊ ເປັນຄັ້ງທຳອິດ  ຂ່າວສານບ້ານເມືອງ
ເຕືອນການເດີນທາງ ນໍ້າຫ້ວຍນອງ ບ້ານນໍ້າເຕົ່າ ເມືອງແກ່ນທ້າວ (ມີຄລິບ) ຂ່າວສານບ້ານເມືອງ
ສະເທືອນຂວັນຍິງກັນທີ່ບໍ່ແກ້ວ ຂ່າວສານບ້ານເມືອງ
ຂ່າວດີ ເປີດປະເທດຢ່າງເປັນທາງການ ເລີ່ມ 9 ພຶດສະພາ 2022 ຂ່າວສານບ້ານເມືອງ
ໜ້າເປັນຫ່ວງ! ຈົນຄະນະຮັບຜິດຊອບຕ້ອງໂຈະການສັກຢາ ເພາະປະຊາຊົນເວົ້າບໍ່ຟັງຄວາມ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 3ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme