Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປິດລ້ອມເຮືອນມົ້ວສຸມ ຈັບຜູ້ຂາຍ ພ້ອມຜູ້ເສບຢາ 7 ຄົນ

Posted on 31/07/202001/08/2020 By News No Comments on ປິດລ້ອມເຮືອນມົ້ວສຸມ ຈັບຜູ້ຂາຍ ພ້ອມຜູ້ເສບຢາ 7 ຄົນ

ໃນວັນທີ 21 ກໍລະກົດ 2020 ຜ່ານມາ, ໜ່ວຍງານຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ນຳກຳ ລັງເຈົ້າໜ້າທີ່ວິຊາສະເພາະ ເຂົ້າປິດລ້ອມເຮືອນເປົ້າໝາຍ ທີ່ໃຊ້ເປັນສະຖານທີ່ ມົ້ວສຸມຢາເສບຕິດ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ສາມາດຈັບເຈົ້າຂອງເຮືອນ ພ້ອມຢາບ້າ 145 ເມັດ.

ນອກຈາກນີ້,ຍັງກັກຕົວຜູ້ມົ້ວສຸມເສບຢາບ້າ ໄດ້ 7 ຄົນ ໄປດໍາເນີນການສອບສວນ. ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜູ້ຖືກຫາ ຄ້າຂາຍຢາເສບຕິດ ລາຍນີ້ ຊື່ ທ້າວ ດາວຫວ່າງ ອາຍຸ 35 ປີ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ກວດຄົ້ນເຮືອນຂອງຜູ້ກ່ຽວ ພົບຢາບ້າ 145 ເມັດ ແລະ ກັກຕົວຜູ້ມົ້ວສຸມເສບຢາບ້າ ຈໍານວນ 7 ຄົນ. ຜ່ານການສອບສວນ ຜູ້ຖືກຫາ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນໄດ້ຕິດຕໍ່ພົວ ພັນ ຊື້ນຳຄົນຮູ້ຈັກ ເພື່ອເອົາມາໄວ້ຂາຍໃຫ້ໝູ່ ແລະ ຄົນຮູ້ ຈັກ. ໂດຍໃຊ້ເຮືອນເປັນສະຖານທີ່ມົ້ວສຸມເສບຢາບ້າ .ສ່ວນ ຜູ້ມົ້ວສຸມທັງ 7 ຄົນ ໃຫ້ການວ່າ: ພວກກ່ຽວ ໄດ້ມາຊື້ຢາບ້ານໍາ ທ້າວ ດາວຫວ່າງ ພ້ອມທັງພາກັນມົ້ວສຸມເສບຢາບ້າ ຢູ່ໃນເຮືອນຂອງຜູ້ກ່ຽວເລີຍ.

ຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນຂອງການສອບສວນຂະຫຍາຍຜົນ ເພື່ອນໍາຈັບຜູ້ຖືກຊັດທອດໃນການພົວພັນຊື້ ຂາຍຢາບ້ານຳກັນ ມາດຳເນີນຄະດີຕາມກົດໝາຍ. ສ່ວນ ຜູ້ທີ່ມົ້ວສຸມເສບຢາບ້າ ທັງ 7 ຄົນ ແມ່ນຈະໄດ້ສຶກສາອົບຮົມແລ້ວ ມອບໃຫ້ຜູ້ປົກຄອງ ແລະ ການຈັດຕັ້ງບ້ານ ນຳໄປສຶກສາອົບ ຮົມກ່າວເຕືອນຕື່ມອີກ. ສ່ວນ ກໍລະນີ ຜູ້ທີ່ຕິດເສບຢາບ້າມາດົນ ແມ່ນຈະໄດ້ນໍາສົ່ງສູນບໍາບັດສົມສະຫງ່າ ປກສ ນະຄອນ ຫຼວງວຽງຈັນ ເພື່ອປິ່ນປົວພວກກ່ຽວ ໃຫ້ຫາຍຂາດຈາກການເສບຢາ

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງທ່າແຕງ ຕິດຕັ້ງປ້າຍບອກຂອບເຂດປ່າສະຫງວນບ້ານຫົວເຊໂດນ ແລະ ບ້ານໜອງກັນ
Next Post: ຕົ້ນປີກອງຄຸ້ມຄອງພາສີ II ເກັບລາຍຮັບລື່ນແຜນ 12,55%

Related Posts

ລະດັບນໍ້າເຊກອງຈະສູງຂຶ້ນ ເພາະມີການປ່ອຍນໍ້າອອກເຂື່ອນທີ່ຫວຽດນາມ ຂ່າວສານບ້ານເມືອງ
ກຳລັງໃຈດີໆ ຈາກທີມແພດໝໍຈີນ ໃຫ້ຜູ້ປ່ວຍຕິດເຊື້ອ ອາຍຸສູງສຸດ 91 ປີ ແລະ ອາຍຸຕໍ່າສຸດ 02 ປີ ແລະ ທຸກໆຄົນທີ່ຢູ່ສູນປິ່ນປົວ ຂ່າວສານບ້ານເມືອງ
ເກີດເຫດ ເກງປະທະເຂົ້າປ້ອມຕໍາຫຼວດເສຍຫາຍໜັກ ຂ່າວສານບ້ານເມືອງ
ວັກຊິນໂ ຄ ວິ ດ ຈໍານວນ 3 ແສນໂດສທີ່ລາວເຮົາໄດ້ຮັບການຊ່ວຍເຫລືອຈາກຈີນຈະແຈກຢາຍໃຫ້ທົ່ວປະເທດ ຂ່າວສານບ້ານເມືອງ
ຮອງນາຍົກລັດຖະມົນຕີ ຊີ້ນຳແຂວງເຊກອງ ຫັນວິກິດຈາກການລະບາດໂ ຄ ວິ ດ ເປັນໂອກາດ ຂ່າວສານບ້ານເມືອງ
ເຊັນສັນຍາໂຄງການກໍ່ສ້າງເຮືອນມ້ຽນລົດກອງພັນ 565 ກອງພົນທີ 5 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme