Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ທຸກຍາກໃນ ເມືອງໝື່ນ ແຂວງວຽງຈັນ

Posted on 31/07/202031/07/2020 By News No Comments on ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທີ່ທຸກຍາກໃນ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 29 ກໍລະກົດ 2020 ເມືອງໝື່ນ ແຂວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອຈາກ ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ພິທີໄດ້ຈັດຂຶ້ນ ທີ່ມະຫາວິທະຍາໄລແຫ່ງຊາດ ເຄື່ອງທີ່ນຳມາມອບປະກອບມີ : ຊຸດກິລາ 12 ຊຸດ,ບານເຕະ 1 ໜ່ວຍ,ບ້ານຕີ 1 ໜ່ວຍ,ກະຕໍ້ 2 ໜ່ວຍ,ເຄື່ອງນຸ້ງຮົ່ມ 75 ແກັດ ແລະ 9 ເປົ່າ,ລວມມູນຄ່າ 24,756,000 ກີບ

Image may contain: one or more people, crowd and outdoor

ໂດຍການມອບແມ່ນ ຄະນະພາກວິຊາ ແລະ ນັກສຶກ ພາຍໃນພາກວິຊາສັງຄົມສົງເຄາະ ແລະ ການພັດທະນາວິທະຍາສາດສັງຄົມ ໃຫ້ກຽດກ່າວມອບ ແລະ ຕ່າງໜ້າ ເມືອງໝື່ນ ກ່າວຮັບໂດຍທ່ານ ພອນເທີດ ສຸຫວັດດີ ຮອງເລຂາພັກເເມືອງ ປະທານກວດກາພັກ-ລັດ ເມືອງໝື່ນ ,ມີທ່ານ ລີຕົວ ລີເລ່ຍນູ ກຳມະການພັດເມືອງ ຫົວໜ້າຫ້ອງການ ແຮງງານ ແລະ ສະຫວັດດີການສັງຄົມເມືອງໝື່ນ ພ້ອມດ້ວຍຄະນະກ່າວຮັບ.

Image may contain: one or more people and outdoor

ໂດກາດນີ້ ທ່ານ ພອນເທີດ ສຸຫວັດດີ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງໝື່ນ ກໍ່ໄດ້ຕ່າງໜ້າໃຫ້ຄະນະພັກ,ອົງການປົກຄອງເມືອງໝື່ນ ກ່າວສະເເດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງມະຫາວິທະຍາໄລ ແຫ່ງຊາດ ກໍ່ຄື ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາວິທະຍາສາດສັງຄົມ ທີ່ໄດ້ໃຫ້ການຊ່ວຍແກ່ເມືອງໝື່ນ ພ້ອມທັງໃຫ້ສັນຍາວ່າຈະນຳເອົາການຊ່ວຍເຫຼືອນີ້ ໄປມອບຕໍ່ໃຫ້ພໍ່ແມ່ປະຊາຊົນຄອບຄົວທຸກຍາກພາຍໃນເມືອງໝື່ນ ເຖິງຄອບຄົວຂອງເຂົາເຈົ້າ.

Image may contain: shoes and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ດ່ວນ! BCEL ຮັບພະນັກງານ ຈໍານວນຫຼາຍ
Next Post: ເມືອງທ່າແຕງ ຕິດຕັ້ງປ້າຍບອກຂອບເຂດປ່າສະຫງວນບ້ານຫົວເຊໂດນ ແລະ ບ້ານໜອງກັນ

Related Posts

ສປປລາວ ໄດ້ຮັບເລືອກຕັ້ງ ເປັນຮອງປະທານສະມັດຊາໃຫຍ່ ສປຊ ສະໄຫມທີ 76 ຂ່າວສານບ້ານເມືອງ
ນໍ້າຮໍາຂຶ້ນ ຖ້ວມຂົວ ຮົ່ວສວນ ເຮືອນຊານ ປະຊາຊົນ ເຂດບ້ານກຸ່ມ ເມືອງບໍ່ແຕນ ຂ່າວສານບ້ານເມືອງ
ຍີ່ປຸ່ນ ສືບຕໍ່ຊ່ວຍເຫຼືອຫຼາຍກ່ວາ 123 ຕື້ກີບ ເພື່ອຄວບຄຸມພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ນາຍົກສັ່ງ! ໃຫ້ກຽມສັກວັກຊີນໃຫ້ກຸ່ມເປົ້າໝາຍທີ່ມີອາຍຸ 12-17 ປີ ຂ່າວສານບ້ານເມືອງ
ຈີນກວດພົບປີກໄກ່ແຊ່ແຂງນຳເຂົ້າຈາກບຣາຊິນປົນເປື້ອນໄວຣັດໂຄວິດ-19 ຂ່າວສານບ້ານເມືອງ
ບັນຫາທ້ອງລາຍ ໃນຊ່ວງຖືພາ ແລະ ຫຼັງເກີດລູກ ສາມາດປ້ອງກັນໄດ້ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme