ລັດຖະບານຍີ່ປຸ່ນ ສຶບຕໍ່ໃຫ້ການຊ່ວຍເຫຼືອຫຼາຍກ່ວາ 2,9 ລ້ານໂດລາສະຫະລັດໃຫ້ແກ່ລັດຖະບານລາວ ເພື່ອນໍາໃຊ້ເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ, ພາຍໃຕ້ໂຄງການສະໜອງທຶນການສຶກສາເພື່ອການພັດທະນາຊັບພະຍາກອນມະນຸດ ( JDS).

ສະເພາະການຊ່ວຍເຫຼືອຄັ້ງນີ້ ແມ່ນແນໃສ່ຍົກລະດັບຄວາມຮູ້ ໃຫ້ແກ່ພະນັກງານລັດ ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ລວມທັງໝົດ 20 ທຶນຕໍ່ປີ, ຮຽນທີ່ສະຖາບັນ ແລະ ມະຫາວິທະຍາໄລ ທີ່ປະເທດຍີ່ປຸ່ນ, ຊຶ່ງໂຄງການດັ່ງກ່າວ ເລີ່ມແຕ່ເດືອນນີ້ຈົນເຖິງເດືອນເມສາ 2024.

ພິທີເຊັນສັນຍາໂຄງການດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 28 ກໍລະກົດ ທີ່ນະຄອນຫຼວງວຽງຈັນ, ລະຫວ່າງ ທ່ານນາງ ສີສົມບູນ ອານຸວົງ, ຫົວໜ້າ ກົມຮ່ວມມືສາກົນຂອງກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໂຢຊິມະລຸ ໂຢນິຢາມາ, ຫົວໜ້າ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາລາວ (JICA), ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ສໍາລັບໂຄງການດັ່ງກ່າວ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາຕັ້ງແຕ່ປີ 1999, ມາຮອດປັດຈຸບັນ ມີທັງໝົດ 420 ຄົນ ໄດ້ຖືກສົ່ງໄປປະເທດຍີ່ປຸ່ນ.
ຂ່າວ: ວຽງຈັນທາຍ