Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຖືກຈັບຄາດ່ານ ພ້ອມຢາໄອສ໌ 10 ກິໂລກຼາມ

Posted on 31/07/202031/07/2020 By News No Comments on ຖືກຈັບຄາດ່ານ ພ້ອມຢາໄອສ໌ 10 ກິໂລກຼາມ

26 ກໍລະກົດ ຜ່ານມາ, ເຈົ້າໜ້າທີ່ ປກສ ປະຈຳດ່ານກວດ ຫຼັກ 84 ເມືອງໂຂງ ແຂວງຈຳປາສັກ ໄດ້ກວດກາ ແລະ ຄົ້ນລົດເກງ ທີ່ສົງໄສມີການຊຸກເຊື່ອງສິ່ງຂອງຜິດກົດໝາຍ ພົບຢາໄອສ໌ 10 ກິໂລກຼາມ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ຄັນດັ່ງ ກ່າວ ທັງ 2 ຄົນ ສົ່ງໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ຕິດ ປກສ ແຂວງຈຳປາສັກ ດຳເນີນການສອບສວນ.ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ທັງ 2 ຄົນ ຊື່: ທ້າວ ກິດຕະກອນ ອາຍຸ 24 ປີ ຢູ່ບ້ານທາດຫຼວງໃຕ້ ເມືອງໄຊເສດຖາ ແລະ ທ້າວ ພອນປະເສີດ ອາຍຸ 25 ປີ ຢູ່ບ້ານໃຜ່ລ້ອມ ເມືອງໄຊທານີ ທັງສອງເມືອງຂຶ້ນກັບ ນະຄອນຫຼວງວຽງຈັນ.

Image may contain: 2 people, text

ໂດຍພວກກ່ຽວ ໄດ້ຊຸກເຊື່ອງຢາໄອສ໌ຈຳນວນດັ່ງກ່າວ ໃສ່ໃນລົດເກງເກຍ ສີຂາວ ທະບຽນ ກດ 6480 ກຳແພງນະຄອນ ຂັບຂີ່ມາ ແຕ່ນະຄອນຫຼວງວຽງຈັນ ຈະຜ່ານດ່ານກວດກາ ອອກໄປສູ່ຊາຍແດນລາວ-ກຳປູເຈຍ ເພື່ອຈະນຳຢາໄອສ໌ 10 ກິ ໂລກຼາມ ໄປສົ່ງໃຫ້ຜູ້ສັ່ງຊື້. ແຕ່ກໍຖືກເຈົ້າໜ້າທີ່ ຈັບໄດ້ກ່ອນ ແລະ ໃນເວລາກວດຄົ້ນລົດຂອງພວກກ່ຽວນັ້ນ, ກໍຍັງພົບເຄື່ອງຂອງກາງ ທີ່ພົວພັນກັບຄະດີອີກຈຳນວນໜຶ່ງ ລວມມີ: ເງິນກີບ 2.700.000 ກີບ, ເງິນບາດ 5.300 ບາດ, ເງິນໂລດາ 102 ໂດລາສະຫຼະລັດ ແລະ ໂທລະສັບ 2 ເຄື່ອງ. ປັດຈຸບັນຄະດີດັ່ງກ່າວ, ໜ້າທີ່ ປກສ ປະຈຳດ່ານກວດຫຼັກ 84 ໄດ້ສົ່ງຜູ້ຖືກຫາ ທັງ 2 ຄົນ ພ້ອມຂອງກາງຄະດີໃຫ້ພະ ແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ສືບຕໍ່ດຳເນີນການສອບສວນ ຂະຫຍາຍຜົນຫາທີ່ມາ ຂອງຢາເສບຕິດຈໍານວນດັ່ງກ່າວ ເພື່ອສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນແຂວງ ສືບຕໍ່ດຳເນີນຄະດີໄປຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຈ້ງຂ່າວ ພິທີຊາປະນະກິດ ທ່ານນາງ ຍອດແກ້ວມະນີ ສຸພານຸວົງ
Next Post: 2 ສ່ຽວຕິດເກມອອນລາຍ ບໍ່ມີເງິນຊອກຫາຊິງຊັບ-ລັກຊັບ ຖືກຈັບດຳເນີນຄະດີ

Related Posts

ປະຊາຊົນ 1.018 ຄອບຄົວ ຍັງບໍ່ໄດ້ຮັບເງິນຊົດເຊີຍ ຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂ່າວສານບ້ານເມືອງ
ປະໝາດບໍ່ໄດ້! ເສຍຊີວິດເພີ່ມອີກ 1 ຍ້ອນໄຂ້ຍຸງລາຍ ລວມເປັນ 8 ຄົນແລ້ວ ຂ່າວສານບ້ານເມືອງ
ມອບ-ຮັບແນວພັນເຂົ້າສາຍພັນໃໝ່ທີ່ທົນຕໍ່ສະພາບນໍ້າຖ້ວມ ໃຫ້ແກ່ເມືອງຈຳພອນ  ຂ່າວສານບ້ານເມືອງ
ອ່ານດ່ວນ ການປະກອບເອກະສານ ຂໍອະນຸຍາດ ເຂົ້າ-ອອກ ສປປ ລາວ ໃນປີ 2022 ຂ່າວສານບ້ານເມືອງ
ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ຂ່າວສານບ້ານເມືອງ
ຈັບຜູ້ປ່ອຍຂ່າວປອມ ກໍລະນີມີຜູ້ຕິດເຊື້ອໂຄວິດ-19 ຈຳນວນ 20 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme