ແຈ້ງຂ່າວເສົ້າສະຫຼົດໃຈ
ຫ້ອງວ່າການສູນກາງພັກ, ສູນກາງແນວລາວສ້າງຊາດ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະຊາປານະກິດສົບ ພ້ອມດ້ວຍຄອບຄົວ ສຸພານຸວົງ, ຂໍແຈ້ງຂ່າວເສົ້າສະຫຼົດໃຈ ມາຍັງການຈັດຕັ້ງພັກ – ລັດ, ເພື່ອນມິດສະຫາຍ ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນວ່າ

ນາງ ຍອດແກ້ວມະນີ ສຸພານຸວົງ, ລູກສາວຄີງ ຂອງທ່ານປະທານສຸພານຸວົງ, ອາດີດຮອງຫົວໜ້າຫ້ອງວ່າການສູນກາງພັກ, ອາດີດຮອງປະທານບໍ່ປະຈໍາການ ສູນກາງແນວລາວສ້າງຊາດ ສະໄໝທີ X , ອາດີດຫົວໜ້າພະແນກຄົ້ນຄວ້າ ຊ່ວຍລັດຖະມົນຕີ ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ອາດີດປະທານສະຫະພັນແມ່ຍິງ, ກໍາມະບານ, ເລຂາຊາວໜຸ່ມ ຄອວ, ຜູ້ເປັນແມ່, ເອື້ອຍ, ນ້ອງ, ໄດ້ເຖິງແກ່ມໍລະນະກຳ ໃນເວລາ 17:58 ໂມງ ຂອງວັນທີ 29 ກໍລະກົດ 2020 ດ້ວຍພະຍາດຂອງເພິ່ນເອງ ລວມອາຍຸ 75 ປີ.

ປັດຈຸບັນ ສົບຂອງເພີ່ນໄດ້ຈັດຕັ້ງບຳເພັນກຸສົນ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ II, ສູນກາງແນວລາວສ້າງຊາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
- ວັນຊາປະກິດສົບ ຈະໄດ້ຈັດຂື້ນໃນວັນອາທິດ, ວັນທີ 02 ສິງຫາ 2020 ທີ່ວັດເທບນິມິດທາດຝຸ່ນ ໃນເວລາ 13:00 ໂມງ.
- ວັນຈັນ, ວັນທີ 03 ສິງຫາ 2020 ເປັນມື້ເກັບອັດຖິ.
- ວັນອັງຄານ, ວັນທີ 04 ສິງຫາ 2020 ເປັນມື້ຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ຢູ່ທີ່ເຮືອນຂອງເພິ່ນເອງ, ບ້ານ ສີວິໄລ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
- ວັນພຸດ, ວັນທີ 05 ສິງຫາ 2020 ເປັນມື້ຕັກບາດຖວາຍສັງຄະທານ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວເສົ້າສະຫຼົດໃຈມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ, ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ໄກຊາບທົ່ວເຖິງກັນ.