Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງຮ້ອຍເອກະລາດ 154 (ເຄມີສາດ) ສາມາດຮັບປະກັນວຽກງານອົບຮົມຫັດແອບທະຫານໃໝ່

Posted on 30/07/202030/07/2020 By News No Comments on ກອງຮ້ອຍເອກະລາດ 154 (ເຄມີສາດ) ສາມາດຮັບປະກັນວຽກງານອົບຮົມຫັດແອບທະຫານໃໝ່

ເມື່ອເວົ້າເຖີງກອງຮ້ອຍເອກະລາດ 154 (ເຄມີສາດ) ຫ້ອງເສນາທິການ ກອງພົນທີ 4 ກໍ່ນັບໄດ້ວ່າງເປັນກອງຮ້ອຍໜຶ່ງທີ່ມີພາລະບົດບາດຮັບປະກັນ ເຄມີລັງສີ, ທທາດເຄມີທີ່ເປັນຜິດຕ່າງໆ ຢູ່ພາຍໃນຂອບເຂດຮັບຜິດຊອບ ຂອງກອງພົນທີ 4 ກໍ່ຄື 3 ແຂວງພາກກາງ, ນອກນີ້ຍັງມີໜ້າທີ່ກໍ່ສ້າງຮາກຖານການເມືອງເພື່ອພາຍໃນຂອບເຂດຮັບຜິດຊອບໃຫ້ສະພາບມີຄວາມສະຫງົບ.

Image may contain: 2 people, people sitting, outdoor and nature

ຍ້ອນເຫັນໄດ້ຄວາມມໝາຍຄວາມສຳຄັນດັງກ່າວ ຄະນະພັກ-ຄະນະບັນຊາກອງພົນທີ 4 ຈຶ່ງໄວ້ວາງໃຈມອບໝາຍໃຫ້ເປັນກອງຝຶກອົບຮົມທະຫານໃໝ່ຫຼກສູດລະບົບ 3 ເດືອນ ຊຸດທີ III ປີ 2020 ຈຳນວນນັກຝຶກອົບຮົມ 50 ສະຫາຍ ທີ່ກຽມພ້ອມເຂົ້າຮັບໃຊ້ວຽກງານໃນຖັນແຖວຂອງກອງທັບປະຊາຊົນລາວ ເຊີ່ງໄດ້ກຳນົດເວລາໃນການອົບຮົມ 90 (ບໍ່ໄລ່ວັນພັກ) ໃນນີ້ມີອົບຮົມການເມືອງ 10 ວັນ, ອົບຮົມພາລາທິການ 10 ວັນ, ອົບຮົມພາກລະບຽບຮູບແຖວ 25 ວັນ, ອົບຮົມກິລາກາຍະກຳ 15 ວັນ, ອົບຮົມຢຸດທະສິນ 15 ວັນ, ອົບຮົມຢຸດທະວິທີ 15 ວັນ ແບ່ງໄລ່ຍະອົບຮົມອອກເປັນ 3 ໄລ່ຍະຄື: ໄລຍະກະກຽມ, ໄລຍະດຳເນີນການອົບຮົມ ແລະ ໄລຍະສະຫຼຸບ. ເພື່ອໃຫ້ທະຫານໃຫມ່ໄດ້ຮັບຮູ້ ແລະ ເຂົ້າໃຈດ້ານລະບຽບແບບແຜນການດຳລົງຊີວິດຕ່າງໆຂອງກອງທັບ ທັງເປັນການຝຶກຝົນກຳລັງແຮງກາຍໃຫ້ມີສຸຂະພາບແຂງແຮງທົນທານແຂງແກ່ນກຽມພ້ອມຜ່ານຜ່າທຸກສະພາບເງຶຶ່ອນໄຂຕົວຈິງ, ເພື່ອໃຫ້ທະຫານໃໝ່ມີຄວາມຮູ້ຄວາມສາມາດນຳໃຊ້ເຂົ້າໃນວຽກງານຕົວຈິງໃນເວລາຮັບໃຊ້ບັນດາກົມກອງໃຫ້ມີຄວາມຄ່ອງແຄ້ວ ແລະ ໄດ້ຮັບຜົນດີ

Image may contain: one or more people, people standing, sky, cloud, grass, outdoor and nature

ສະຫາຍ ພັນຕີ ໄພລິນ ຈັນທະສົມ ຫົວໜ້າການທະຫານກອງຮ້ອຍເອກະລາດ 154 (ເຄມີສາດ) ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາກອງຮ້ອຍ ເຊື່ອມຊຶມກຳແໜ້ນຫັນເອົາແຜນການຈຸດສຸມກ່ຽວກັບວຽກງານອົບຮົມ-ຫັດແອບ ໄປຈັດຕັ້ງເຜີຍແຜ່ໃຫ້ທະຫານໃຫມ່ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ, ເພີ່ມທະວີໂຄສະນາວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ເຫັນໄດ້ທີ່ຕັ້ງ, ຄສວາມໝາຍຄວາມສຳຄັນຂອງການອົບຮົມຫັດແອບ ເພື່ອຍົກສູງລະດັບຄວາມຮູ້ ແລະ ສູ້ຮົບມີໄຊ, ໃນໄລຍະອົບຮົບຫັດແອບ ພາກສ່ວນຄູ-ອາຈານ ຫຼື ວິຊາການ ໄດ້ໃກ້ຊິດຕິດແທດອຳນວຍຄວາມສະດວກແກ້ໄຂບັນຫາຢ່າງວ່ອງໄວທັນສະພາບການ, ວິທີອົບຮົມຫັດແອບນີ້ແມ່ນອົບຮົມທິດສະດີຫຼັກການພຶ້ນຖານແຕ່ວິຊາງ່າຍໄປຫາວິຊາຍາກ, ແຕ່ບ່ອນສະດວກໄປຫາບ່ອນສັບສົນ ຖືເອົາການຫັດແອບຕົວຈິງເປັນບັນຫານສຳຄັນ, ປະຕິບັດ ສັງເກດ ຕີລາຄາ ສະຫຼຸບດ້ານດີ, ດ້າານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອລາຍງານໃຫ້ຂັ້ນເທີງເປັນປົກະຕິ.

Image may contain: one or more people, cloud, sky, outdoor and nature

ບົດໂດຍ: ຮ້ອຍຕີ ໂພຄຳ ພອນປະເສີດ, ພາບໂດຍ: ຮ້ອຍໂທ ຈັນທິບ ສຸທຳມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ສະພາປະຊາຊົນແຂວງຄຳມ່ວນ ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ I
Next Post: ກອງພົນທະຫານຮາບທີ 13 ກອງພົນທີ 4 ປັບປຸງກໍ່ສ້າງກົມກອງ 5 ມາດຖານ ກົມກອງວັດທະນະທຳ

Related Posts

ເສີມຂະຫຍາຍມູນເຊື້ອເຫຼົ່າຮົບປືນໃຫຍ່ໜ້າດີນ ເຂົ້າໃນພາລະກິດປົກປັກຮັກສາຕາມທ່າກ້າວພັດທະນາຂອງຊາດ ຂ່າວສານບ້ານເມືອງ
ກວດເຊື້ອເພີ່ມ 33 ຄົນ ຜົນກວດເປັນລົບ ເປັນມື້ທີ່ 17 ຕິດຕໍ່ກັນແລ້ວ, ປົວດີອີກ 1 ຄົນ ຂ່າວສານບ້ານເມືອງ
ຫຼວງພະບາງໂຈະການສັກວັກຊິນປ້ອງກັນໂຄວິດ ເຂັມທີ 1 ຊົ່ວຄາວ ຂ່າວສານບ້ານເມືອງ
ສ.ຣັດເຊຍ ເກັບກູ້ ລ ະ ເ ບີ ດ ບໍ່ທັນແຕກ 1.​000 ກວ່າໜ່ວຍ ຢູ່ແຂວງ ຊຽງແຂວງ ຂ່າວສານບ້ານເມືອງ
ກວດສອບຕົວເອງດ່ວນ! ກັບທາມລາຍ 6 ຄົນຜູ້ຕິດເຊື້ອຢູ່ຫຼວງພະບາງ ປະຈຳວັນທີ 29/4/2021 ຂ່າວສານບ້ານເມືອງ
ທ່ານຮອງນາຍຍົກເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme