Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊີ້ນຳວຽກງານຢູ່ຫວຍພັດທະນາ

Posted on 30/07/202030/07/2020 By News No Comments on ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊີ້ນຳວຽກງານຢູ່ຫວຍພັດທະນາ

ໃນວັນທີ 10 ກໍລະກົດ 2020 ຜ່ານມານີ້, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ເຄື່ອນໄຫວຊີ້ນຳວຽກງານຢູ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ໂດຍການຕ້ອນຮັບຂອງຄະນະຜູ້ອຳ ນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ຮອງຫົວໜ້າຫ້ອງການກະຊວງ, ຄະນະພະແນກ, ພະນັກງານວິຊາການເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງການເງິນ, ໄດ້ຮັບຟັງການລາຍງານໂດຍຫຍໍ້ຂອງທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ກ່ຽວກັບການເຄື່ອນໄຫວວຽກງານຫວຍພັດທະນາໃນໄລຍະຜ່ານມາ, ຜົນການດຳເນີນທຸລະກິດ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2020, ປັດ ຈຸບັນລັດວິສາຫະກິດ ຫວຍພັດທະນາ, ປະກອບມີສະພາບໍລິຫານ 7 ທ່ານ, ມີຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ປະກອບມີຄະນະອຳນວຍການ 3 ທ່ານ, ມີ 6 ພະແນກ, ມີພະນັກງານທັງໝົດ 58 ທ່ານ, ຍິງ 26 ທ່ານ,ມີຕົວແທນຈຳໜ່າຍຫວຍພັດທະນາປະຈຳນະຄອນຫຼວງວຽງຈັນ, ແຂວງ, ນະຄອນ, ເມືອງໃນຂອບເຂດທົ່ວປະເທດທັງໝົດ 41 ຕົວແທນ, ມີສະມາຊິກຜູ້ຂາຍຫວຍທັງໝົດປະມານ 9.689 ຄົນ.

IMG_8577

ສ່ວນຜົນການດຳເນີນທຸລະກິດບໍລິສັດ ລັດວິສາຫະກິດ ຫວຍພັດທະນາ, ໄດ້ຄົ້ນຄວ້າຜະລິດຕະພັນໃບຫວຍພັດທະນາທຸກປະເພດ ນຳສະເໜີສະພາບໍລິຫານ ແລະ ກະຊວງການເງິນພິຈາລະນາ, ຄົ້ນຄວ້າອອກນິຕິກຳລະບຽບການຕ່າງໆຄຸ້ມຄອງໃບຫວຍທຸກປະເພດກ່ອນວາງຈຳໜ່າຍ, ຊຸກຍູ້ຕິດຕາມ, ກວດກາການເຄື່ອນໄຫວຂອງບັນດາຫົວໜ່ວຍຈຳໜ່າຍຫວຍພັດທະນາເປັນປົກກະຕິ, ໄປຄຽງຄູ່ກັບການປະກອບສ່ວນຄືນຜົນປະໂຫຍດແກ່ສັງຄົມ. ໃນປັດຈຸ ບັນຫວຍພັດທະນາອອກເລກລາງວັນ 2 ຄັ້ງ/ຕໍ່ອາທິດໃນທຸກໆວັນຈັນ ແລະ ວັນພະຫັດເວລາ 20:00 ໂມງ, ປະກອບມີ 5 ຜະລິດຕະພັນ (ເລກ 1 ໂຕ, ເລກ 2 ໂຕ 3 ໂຕ, ເລກ 4 ໂຕ, ເລກ 5 ໂຕ, ຫວຍ 3/40) ແລະ ຄາດຄະເນໃນ 6 ເດືອນຕົ້ນປີສາມາດປະຕິບັດລາຍຮັບໄດ້ທັງໝົດ 41,2 ຕື້ກີບເທົ່າກັບ 96,52% ຂອງແຜນການ, ລາຍຈ່າຍປະ ຕິບັດໄດ້ 10,88 ຕື້ກວ່າກີບເທົ່າກັບ 76,85% ຂອງແຜນການ, ກຳໄລລວມ 30 ຕື້ກວ່າກີບເທົ່າກັບ 106,27% ຂອງແຜນການ, ສາມາດປະຕິບັດພັນທະເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 24,58 ຕື້ກວ່າກີບ ຫຼື ເທົ່າກັບ 106,27% ຂອງແຜນການ.

ໂອກາດນີ້, ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ໄດ້ເນັ້ນໃຫ້ຄະນະບໍລິສັດ ລັດວິສາຫະກິດຫວຍພັດທະນາ, ຕ້ອງສ້າງລະບົບທີ່ທັນສະໄໝໃນການຄຸ້ມຄອງການຈໍາໜ່າຍຫວຍພັດທະນາ, ຫັນໄປສູ່ທັນສະໄໝໃຫ້ມີການຊໍາລະຊະສາງຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ, ເພື່ອຄວາມໂປ່ງໃສ, ສືບຕໍ່ຄົ້ນຄວ້າປັບປຸງຂອດການປະສານງານ, ເອົາໃຈໃສ່ໃນວຽກງານບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດຕາມເງື່ອນໄຂທີ່ກໍານົດໄວ້ ແລະ ຕ້ອງຮັບປະກັນຄວາມໂປ່ງໃສໃນການອອກເລກລາງວັນ, ເພື່ອໃຫ້ເປັນລັດວິສາຫະກິດທີ່ເປັນແບບຢ່າງນໍາໜ້າໃນການດໍາເນີນທຸລະກິດຂອງລັດວິສາຫະກິດທີ່ຂຶ້ນກັບກະຊວງການເງິນ ນຳອີກດ້ວຍ. 

ຂ່າວສານບ້ານເມືອງ

Post navigation

Previous Post: ການເກັບລາຍຮັບຂອງກອງຄຸ້ມຄອງພາສີ V ປີນີ້ຈະບໍ່ບັນລຸຄາດຫມາຍທີ່ວາງໄວ້
Next Post: ສະພາປະຊາຊົນແຂວງຄຳມ່ວນ ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ I

Related Posts

ຄລິບສະພາບຄວາມເສຍຫາຍຈາກພາຍຸລະດູຮ້ອນ ທີ່ບ້ານດອນ ເມືອງນາກາຍ ຂ່າວສານບ້ານເມືອງ
ຫສນຍ ຈັດຕັ້ງເຜີຍແຜ່ເອກະສານສຳຄັນ ຂອງລັດຖະບານ ຊຸດທີ IX ຂ່າວສານບ້ານເມືອງ
ຈັ ບ ແ ກ້ ງສໍ້ ໂ ກ ງ ຊັ ບ 3 ຄົນ ມູນຄ່າເສຍຫາຍເກືອບ 400 ລ້ານ ກີບ ຂ່າວສານບ້ານເມືອງ
ສປປ ລາວ ກຳນົດ 3 ແຜນບູລິມະສິດ ກຽມຮັບນັກທ່ອງທ່ຽວເຂົ້າປະເທດ ຂ່າວສານບ້ານເມືອງ
ສຸນິສາ ລີ ໄດ້ອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ ຂ່າວສານບ້ານເມືອງ
ດ່ວນທີ່ສຸດ ແຂວງໄຊຍະບູລີ ອອກແຈ້ງການ ຮັບມືນໍ້າຖ້ວມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme