Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການນຳ-ມວນຊົນ ແຂວງສະຫວັນນະເຂດ ໃສ່ບາດອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ຢ່າງຫລວງຫລາຍ

Posted on 30/07/202030/07/2020 By News No Comments on ການນຳ-ມວນຊົນ ແຂວງສະຫວັນນະເຂດ ໃສ່ບາດອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ຢ່າງຫລວງຫລາຍ

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2020, ບັນດາການນຳ ພັກ-ລັດ ໂດຍມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມຄະນະ ແລະ ມວນຊົນ ອອກຕົນຍາດໂຍມ ຊາວແຂວງສະຫວັນນະເຂດ ຈຳນວນຫລວງຫລາຍ ໄດ້ຮ່ວມໃສ່ບາດ ຖວາຍສັງຄະທານ ພຣະສົງ 39 ອົງ ເພື່ອອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ຜູ້ຊົງຄຸນຄວາມດີ ປະເທດຊາດ ພຸດທະສາສະໜາ ແລະ ວັດທະນະທຳລາວ.

ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຮູ້ສືກດີໃຈ ພູມໃຈ ທີ່ເຫັນວ່າ ປະຊາຊົນຊາວພຸດ ແຂວງສະຫວັນນະເຂດ ກໍຄືຊາວນະຄອນໄກສອນ ພົມວິຫານ ທີ່ໄດ້ມາເຕົ້າໂຮມກັນໃສ່ບາດຢາດນ້ຳ ທຳບຸນກຸສົນຢ່າງຫລວງຫລາຍ ເພື່ອອຸທິດແດ່ພຣະເຈົ້າໄຊຍະເຊດຖາທິຣາດ ເປັນການສະແດງຄວາມຮູ້ບຸນຄຸນຂອງບັນພະບຸລຸດລາວເຮົາ.
ພາຍຫລັງ ສຳເລັດພິທີໃສ່ບາດແລ້ວ ຂະບວນແຫ່ຮູບຫລໍ່ທອງເຫລືອງ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ໄດ້ສືບຕໍ່ເດີນທາງ ໄປຍັງນະຄອນປາກເຊ ແຂວງຈຳປາສັກ ຊຶ່ງໃນລະຫວ່າງທາງ ຈະຖືກຕ້ອນຮັບ ກາບໄຫວ້ ແລະ ທຳບຸນທຳທານ ຈາກມວນຊົນ ແລະ ອຳນາດການປົກຄອງ ເມືອງລະຄອນເພັງ ແຂວງສາລະວັນ.

Image may contain: one or more people, crowd and outdoor
Image may contain: 1 person, crowd, sky and outdoor
ຂ່າວສານບ້ານເມືອງ

Post navigation

Previous Post: ຮອງນາຍົກຫ່ວງເລື່ອງງົບປະມານຊົດເຊີຍຊ່ວຍເຫຼືອຜູ້ຖືກຜົນກະທົບ ຈາກສັນເຂື່ອນແຕກ ຢູ່ເມືອງສະໜາມໄຊ ເກີດມີຊ່ອງວ່າງສວຍໂອກາດຕ່າງໆ…
Next Post: ມາດຕະຖານ ຄ່າທໍານຽມຂັ້ນບ້ານ ທີ່ນະຄອນ ໄກສອນ

Related Posts

ຊື້ປີ້ລົດໄຟຕ້ອງໃສ່ຊື່ຜູ້ໂດຍສານເທົ່ານັ້ນ ຂ່າວສານບ້ານເມືອງ
ແຂວງໄຊສົມບູນ ມອບ-ຮັບ ໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
ເຫດຄົນແຂວນຄໍເສຍຊີວິດ ບ້ານໂພນຕ້ອງສະຫວາດ ຂ່າວສານບ້ານເມືອງ
ພາຍຸຖະຫຼົ່ມເຂດ ເມືອງສີສັດຕະນາກ ຕົ້ນໄມ້ໃຫຍ່ ຫັກທັບລົດ ມີຄົນເຈັບ 1 ຄົນ! ເສັ້ນທາງສັນຈອນບໍ່ໄດ້ ໄຟດັບເປັນວົງກວ້າງ ຂ່າວສານບ້ານເມືອງ
ເຕືອນຝົນຕົກໜັກ! ລະດັບນໍ້າໃນແມ່ນໍ້າຈະເພີ່ມສູງຂຶ້ນ ຂ່າວສານບ້ານເມືອງ
ຍີ່ປຸ່ນຕຽມປິດໂຮງຮຽນທົ່ວປະເທດ ປ້ອງກັນການລະບາດຂອງໂຄວິດ-19 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme