ເມືອງລະຄອນເພັງ, ແຂວງສາລະວັນ ເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ພ້ອມກັບໂຮງຮຽນແຫ່ງຕ່າງຯ ໃນທົ່ວປະເທດ ເຊີ່ງຈັດຂຶ້ນລະຫວ່າງວັນທີ 29-30 ກໍລະກົດ 2020.

ເມືອງລະຄອນເພັງ ມີພຽງ 1 ສູນສອບເສັງ ທີ່ມາຈາກ 3 ໂຮງຮຽນ, ມີນັກສອບເສັງທັງໝົດ 211 ຄົນ,ຍິງ 107 ຄົນ ຄື: ໂຮງຮຽນ ມສ ລະຄອນສີ 112 ຄົນ,ຍິງ 56 ຄົນ , ມສ ດ່ານນາເລົາ 70 ຄົນ,ຍິງ 35 ຄົນ ແລະ ມາຈາກ ມສ ປາກຕະພານ 29 ຄົນ, ຍິງ 16 ຄົນ, ຫ້ອງສອບເສັງມີທັງໝົດ 10 ຫ້ອງ, ມີຄະນະກໍາມະການຍາມຫ້ອງສອບເສັງ 20 ຄົນ, ຍິງ 10 ຄົນ, ສອບເສັງ 4 ວິຊາຕາມທີ່ກະຊວງສຶກສາທິການ ແລະ ກິລາ ກໍານົດ ຄື: ພາສາລາວ-ວັນນະຄະດີ,ຊີວະສາດ, ຄະນິດສາດ ແລະພູມສາດ.

ໃນກຽດເຂົ້າຮ່ວມພິທີເປີດການສອບເສັງຄັ້ງນີ້ ມີ ທ່ານ ໄຊຊະນະ ສີສະຫວັດ ຮອງເຈົ້າເມືອງລະຄອນເພັງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທັງເປັນປະທານຄະນະກຳມະການສອບເສັງຂັ້ນເມືອງລະຄອນເພັງ.

ການສອບເສັງຄັ້ງນີ້ ນອກຈາກໄດ້ເຂັ້ມງວດການປະຕິບັດລະບຽບການສອບເສັງ ຍັງໄດ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ 19 ດ້ວຍການວັດແທກອຸນຫະພູມກ່ອນທີ່ຈະເຂົ້າຫ້ອງສອບເສັງ, ໃສ່ຜ້າອັດປາກອັດດັງ, ລ້າງມືດ້ວຍເຈວ, ຮັກສາໄລຍະຫ່າງ ທັງນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19.
