ຕອນເຊົ້າຂອງວັນທີ 29 ກໍລະກົດ 2020 ນີ້ ທ່ານ ບຸນຈັນ ສີວົງພັນ ຮອງເຈົ້າແຂວງຊຽງຂວາງ ໄດ້ລົງຊຸກຍູ້ຕິດ ຕາມການສອບເສັງຈົບຊັ້ນ ມ.7 ສາຍສາມັນສຶກສາ ເອກະພາບທົ່ວປະເທດ ທີ່ສູນສອບເສັງ ມສ ໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ພ້ອມທັງໃຫ້ກຽດກ່າວເປີດຫົວບົດການສອບເສັງເປັນທາງການຢູ່ຂັ້ນແຂວງ, ໂດຍມີທ່ານ ບຸນຄົງ ລັດຕະ ນະວິໄລ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ພ້ອມດ້ວຍຄະນະຮັບຜິດຊອບການສອບເສັງຂັ້ນສູນກາງ,ຂັ້ນແຂວງ ແລະ ກໍາມະການຍາມຫ້ອງສອບເສັງເຂົ້າຮ່ວມ.


ໂອກາດນີ້ ທ່ານຮອງເຈົ້າແຂວງຊຽງຂວາງໄດ້ໃຫ້ກຽດມີຄໍາເຫັນຕໍ່ຄະນະຮັບຜິດຊອບການສອບເສັງ ພ້ອມທັງຮຽກຮ້ອງໃຫ້ຄະນະຮັບຜິດຊອບການສອບເສັງທຸກພາກສ່ວນ ຈົ່ງເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ມີຄວາມບໍລິສຸດຍຸດຕິທໍາ ເປັນທີ່ໄວ້ວາງໃຈຂອງຂັ້ນເທິງ ແລະ ສັງຄົມໄດ້ ພະຍາຍາມບໍ່ໃຫ້ມີສະພາບບັນຫາທີ່ບໍ່ດີເກີດຂຶ້ນ ເພື່ອເຮັດແນວໃດໃຫ້ບັ້ນດໍາເນີນການສອບເສັງຈົບຊັ້ນ ມ.7 ສາຍສາມັນສຶກສາເອກະພາບທົ່ວປະເທດຢູ່ແຂວງຊຽງຂວາງໃນສົກປີນີ້ ມີຜົນສໍາເລັດ ແລະ ບັນລຸຕາມຈຸດປະສົງເປົ້າໝາຍ.


ສົກຮຽນ 2019-2020 ນີ້ ແຂວງຊຽງຂວາງມີຈໍານວນນັກຮຽນທີ່ສອບເສັງຈົບຊັ້ນ ມ.7 ທັງໝົດ 3,519 ຄົນ ຍິງ 1,440 ຄົນ, ແບ່ງອອກເປັນ 20 ສູນສອບເສັງ, 181 ຫ້ອງສອບເສັງ ແລະ ມີ 4 ວິຊາທີ່ນໍາມາສອບເສັງຄື: ວິຊາ ພາສາລາວ-ວັນນະຄະດີ, ຊີວະສາດ, ພູມສາດ ແລະ ວິຊາຄະນິດສາດ, ສໍາລັບວິຊາພາສາລາວ-ວັນນະຄະດີ ແລະ ວິຊາ ຄະນິດສາດໃຊ້ເວລາສອບເສັງ 120 ນາທີ, ສ່ວນວິຊາ ຊີວະສາດ ແລະ ພູມສາດໃຊ້ເວລາ 90 ນາທີ, ເຊິ່ງຈະດໍາເນີນການສອບເສັງເປັນເວລາ 2 ມື້ ແຕ່ວັນທີ 29 ຫາ 30 ກໍລະກົດນີ້ ຈິ່ງສໍາເລັດ, ພ້ອມດຽວກັນນັ້ນ ທາງແຂວງໄດ້ວາງຄາດໝາຍຜົນການສອບເສັງຈົບຊັ້ນ ມ.7 ໃນສົກປີນີ້ຈະໃຫ້ບັນລຸ 98% ຂຶ້ນໄປ.
ຂ່າວ: ຄານສີສະຫວັນ