ແຂວງວຽງຈັນ: ວັນທີ 25 ກໍລະກົດ 2020 ທີ່ຜ່ານມາ, ພະແນກຕໍາຫຼວດເສດຖະກິດ ກອງບັນຊາການ ປກສ ແຂວງ ວຽງຈັນ ສົມທົບກັບ ກອງບັນຊາການ ປກສ ເມືອງ ວັງວຽງ ແຂວງ ວຽງຈັນ ໄດ້ສະກັດ ລັດກວດຄົ້ນລົດປາຣາໂດ້ ສີປອນທອງ ໝາຍເລກທະບຽນ ກສ 8342 ກໍາແພງນະຄອນ ເຊິ່ງເປັນລົດເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເສັ້ນທາງເລກທີ່ 13 ເໜືອ ເຂດບ້ານນາດາວ ເມືອງ ວັງວຽງ ແຂວງ ວຽງຈັນ.

ຜ່ານການກວດກາພາຍໃນລົດ ພົບຢາເສບຕິດ ປະເພດຢາໄອສ໌ ຈໍານວນ 72 ຖົງ ເທົ່າ 72 ກິໂລກຼາມ, ເຮໂຣອິນ ຈໍານວນ 2 ແທ່ງ ກັບ 1 ຖົງ, ໂທລະສັບ 6 ເຄື່ອງ, ພາດສະປອດ 2 ຫົວ, ເງິນກີບ 2.399,000 ກີບ, ເງິນບາດ 18.250 ບາດ, ພ້ອມທັງກັກຕົວຜູ້ຖືກຫາໄດ້ 3 ຄົນ ກ່ອນສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະດໍາເນີນການສືບສວນ-ສອບສວນ ດໍາເນີນຄະດີຕໍ່ໄປ.

ພະແນກຕໍາຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ ວຽງຈັນ ໃຫ້ຮູ້ວ່າ: ຜູ້ຖືກຫາທັງ 3 ຄົນ ຊື່ ທ້າວ ເຊິນລູ ອາຍຸ 34 ປີ ຢູ່ບ້ານ ຜົ້ງສາລີ ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ, ທ້າວ ເຊັງໄຮພົງ ແລະ ທ້າວ ກາງ ສຽວຮົ່ວ ເຊື້ອຊາດ ສັນຊາດຈີນ. ສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການດຽວກັນ ເພື່ອຕິດຕາມໄປດໍາເນີນຄະດີຕາມກົດໝາຍ.
—
