ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ (ຜູ້ຮັບຜິດຊອບຄະດີ) ໃຫ້ຮູ້ວ່າ: ຕໍ່ກັບຄະດີຂອງນາງ ດໍາດວນ ຫຼື ແອ ທີ່ເຄື່ອນໄຫວລັກຈົກເອົາເງິນຂອງປະຊາຊົນທີ່ມາເລາະຊື້ເຄື່ອງຢູ່ຕະຫຼາດລາວ-ອົດຊີ ບ້ານໜອງແຕ່ງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 17 ກໍລະກົດ 2020 ເວລາ 06:30 ໂມງນັ້ນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດແທ້ ແລະ ກໍ່ເຫດລັກມາແລ້ວຫຼາຍຄັ້ງ ໃນໄລຍະເດືອນ 6-7 ປີ 2020. ຍ້ອນພາຍຫຼັງພົ້ນໂທດອອກມາປີ 2019 ໃນຂໍ້ຫາ: ລັກຊັບພົນລະເມືອງ ແລ້ວບໍ່ມີວຽກເຮັດງານທໍາ ຈຶ່ງຫວນຄືນມາເຄື່ອນໄຫວລັກຊັບຄືເກົ່າ.
ນາງ ດໍາດວນ ປັດຈຸບັນອາຍຸ 50 ປີ, ວ່າງງານ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນວ, ໄດ້ໃຫ້ການຍອມຮັບສາລະພາບຕໍ່ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງວ່າ: ໃນມື້ທີ່ກໍ່ເຫດລັກຊັບຕົນກໍໄດ້ໃຊ້ວິທີການເກົ່າທີ່ເຄີຍກໍ່ເຫດລັກຊັບສໍາເລັດມາແລ້ວຫຼາຍຄັ້ງຄື: ທໍາທ່າເລາະຊອກຊື້ເຄື່ອງຕາມຕະຫຼາດ ເພື່ອຕິດຕາມຊອກຫາເປົ້າໝາຍ ແລະ ໃນມື້ນັ້ນກໍໄດ້ຍ່າງເລາະໄປແຖວຮ້ານຂາຍຜັກ ເພາະສັງເກດເຫັນວ່າມີຄົນສົນລະວົນກັນຊື້ຜັກຢູ່ຫຼາຍແລ້ວກໍແນມເຫັນເງິນໃນຖົງເສື້ອເບື້ອງຊ້າຍຂອງຜູ້ຍິງຄົນໜຶ່ງທີ່ກໍາລັງຊື້ຜັກ, ຈຶ່ງໄດ້ໃຊ້ມືລັກຈົກເອົາເງິນ ໄດ້ແລ້ວກໍຍ່າງໜີໄປແຖວຮ້ານຂາຍຊີ້ນໝູ ແລະ ກໍຖືກພະນັກງານຈັດສັນຕະຫຼາດຈັບຕົວໄດ້ ພ້ອມເງິນທີ່ລັກມາຈໍານວນ 700,000 ກີບ.
ນາງ ດໍາດວນ ຍັງໃຫ້ການຮັບສາລະພາບອີກວ່າ: ໃນປີ 2016 ຕົນເອງຖືກດໍາເນີນຄະດີ ໃນຂໍ້ຫາ: ລັກຊັບພົນລະເມືອງ; ເຊິ່ງສານໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາຄຸກ 3 ປີ ແລະ ພົ້ນໂທດອອກມາໃນປີ 2019.
ຜ່ານການລົງເກັບກໍາຂໍ້ມູນຫຼັກຖານ ຢູ່ສະຖານທີ່ເກີດເຫດຕົວຈິງ; ເຊິ່ງພະນັກງານຈັດສັນຕະຫຼາດລາວ-ອົດຊີ ໄດ້ໃຫ້ປາກຄໍາຕໍ່ເຈົ້າໜ້າທີ່ວ່າ: ໄລຍະຜ່ານມາແມ່ນມີປະຊາຊົນທີ່ມາເລາະຊື້ເຄື່ອງ ຢູ່ຕະຫຼາດເຂົ້າມາແຈ້ງຄວາມນໍາພວກເຮົາຫຼາຍຄັ້ງວ່າ: ຖືກຄົນຮ້າຍລັກເອົາເງິນ, ແຕ່ບໍ່ສາມາດຈັບຕົວຜູ້ກະທໍາຜິດໄດ້ຈັກຄັ້ງ; ເຊິ່ງຕາມການກວດສອບກ້ອງວົງຈອນປິດແຕ່ລະຄັ້ງເປົ້າໝາຍແມ່ນເປັນຜູ້ຍິງ ອາຍຸປະມານ 40 ກວ່າປີ ແລະ ເປັນຄົນດຽວກັນ.
ຈາກນັ້ນ ພະນັກງານຈັດສັນຕະຫຼາດຈຶ່ງຕິດຕາມນໍາຈັບຕົວຈົນໄດ້ ໃນວັນທີ 17.ກໍລະກົດ. 2020 ແລະ ຕໍ່ກັບເຫດການທີ່ ເອົາປ້າຍທີ່ຂຽນວ່າ: ຄົນຂີ້ລັກແຂວນຄໍຂອງຜູ້ກໍ່ເຫດ ກໍຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງທາງພະນັກງານຈັດສັນຕະຫຼາດຂອງພວກເຮົາ; ເຊິ່ງຈຸດປະສົງທີ່ແທ້ຈິງນັ້ນແມ່ນພຽງຕ້ອງການຢາກແຈ້ງໃຫ້ພໍ່-ແມ່ປະຊົນທີ່ມາເລາະຕະຫຼາດໄດ້ຮັບຮູ້ ແລະ ເປັນເຈົ້າການມີສະຕິລະວັງຕົວໃນການຮັກສາຊັບສິນຂອງຕົນ; ສ່ວນວີດີໂອທີ່ຖືກເຜີຍແຜ່ລົງໄປນັ້ນແມ່ນຜູ້ເສຍຫາຍບາງຄົນເປັນຄົນຖ່າຍແລ້ວເອົາລົງທາງອອນໄລນ໌ເຮັດໃຫ້ສັງຄົມວິພາກວິຈານໄປຕ່າງໆນາໆ. ຕໍ່ກັບຄະດີລາຍນີ້ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພວມດໍາເນີນຕາມຂັ້ນຕອນຂອງລະບຽບກົດໝາຍ.
—
