Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄຊຍະບູລີ ກັກຕົວຜູ້ຄ້າຢາບ້າ 1.000 ກວ່າເມັດ

Posted on 29/07/202029/07/2020 By News No Comments on ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດໄຊຍະບູລີ ກັກຕົວຜູ້ຄ້າຢາບ້າ 1.000 ກວ່າເມັດ

ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ໄດ້ຮັບແຈ້ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມຄົນບໍ່ດີກໍາລັງເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານຫ້ວຍຊໍາອໍ້ ເມືອງໄຊຍະບູລີ

ຈຶ່ງໄດ້ນໍາໜ່ວຍງານວິຊາສະເພາະອອກເຄື່ອນໄຫວຕິດຕາມ ຮອດເວລາປະມານ 15 ໂມງຂອງວັນທີ່ 21 ກໍລະກົດ 2020 ຈຶ່ງສາມາດພົບເຫັນ ແລະ ເຂົ້າກັກຕົວ ທ້າວ ລີ ທໍ່ ອາຍຸ 28 ປີ ປະຊາຊົນບ້ານຫ້ວຍຊໍາອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ທີ່ຕົກເປັນເປົ້າໝາຍຕ້ອງສົງໄສ ພ້ອມຍຶດຂອງກາງ ຢາເສບຕິດປະເພດຢາບ້າ ຈໍານວນ 1.118 ເມັດ, ຖົງຢ່າງເປົ່າໃສ່ຢາບ້າ ຈໍານວນ 53 ຖົງ, ອຸປະກອບເສບຢາບ້າ 04 ອັນ, ອຸປະກອນເສບຢາຝີ່ນ 1 ອັນ ເງິນ 2.000.000 ກີບ ໂທລະສັບມືຖື 1 ເຄື່ອງ

ພ້ອມນີ້ ຍັງສາມາດກັກຕົວຜູ້ເສບຢາເສບຕິດໄດ້ 1 ຄົນຄື ທ້າວ ຊົງ ທໍ່ ອາຍຸ 28 ປີ ປະຊາຊົນບ້ານຫ້ວຍຊໍາອໍ້ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເຈົ້າໜ້າທີ່ຈື່ງໄດ້ນໍາຕົວຜູ້ກ່ຽວທັງສອງຄົນ ມາດໍາເນີນການສືບສວນ – ສອບສວນ ແລະ ລົງໂທດຕາມລະບຽບກົດໝາຍ.

ຂ່າວສານບ້ານເມືອງ

Post navigation

Previous Post: ສົກຮຽນ 2019-2020ທົ່ວແຂວງຫຼວງພະບາງມີນັກສອບເສັງຈົບຊັ້ນມັດທະຍົມປາຍ ມ.7 ຈຳນວນ 4.232 ຄົນ
Next Post: ຕິດຄຸກ 3 ປີ ພົ້ນໂທດອອກມາຍັງບໍ່ເຄັດຫຼາບສືບຕໍ່ລັກຊັບ

Related Posts

ນຶກວ່າສະກົດຜິດ! ເຈົ້າຂອງລິຂະສິດຍັງເຈັບຫົວນໍາ ຂ່າວສານບ້ານເມືອງ
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ເດີນທາງຢ້ຽມຢາມ ສປປ ລາວ (22-24 ສິງຫາ) ຂ່າວສານບ້ານເມືອງ
ຄັກແທ້! ຈັບ​ຕັກ​ກະ​ແຕນ​ທີ່​ທຳ​ລາຍ​ພືດ​ຂາຍ ສ້າງ​ລາຍ​ຮັບ​ໃໝ່ ຂ່າວສານບ້ານເມືອງ
ອູ່ຮັ່ນ! ໄດ້ປິດໂຮງໝໍຊົ່ວຄາວແຫ່ງ ທຳອິດແລ້ວ! ຫຼັງຈາກຄົນເຈັບໃໝ່ຫຼຸດລົງ ຂ່າວສານບ້ານເມືອງ
ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຈຳນວນຜູ້ສະໝັກ 12 ທ່ານ,​ ເລືອກເອົາ 09 ທ່ານ ຂ່າວສານບ້ານເມືອງ
ປະກາດແຕ່ງຕັ້ງ ທ່ານ ໄພທູນ ສີພູມມາ ເປັນປະທານອົງການກວດສອບປະຈຳພາກໃຕ້ ຢ່າງເປັນທາງການ. ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme