ເພື່ອເປັນເອກະພາບທົ່ວປະເທດໃນການສອບເສັງຈົບຊັ້ນມັດທະຍົມປາຍ ມ.7 ເມື່ອວັນທີ 29 ກໍລະກົດ 2020 ນີ້ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີ ສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ສາຍສາມັນທົ່ວແຂວງຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ຊາຍສະຫວັນ ຈັນມານິດ ຮັກສາການຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ແສງອາລຸນ ແກ້ວໃສ ຫົວໜ້າພະແນກກວດກາ ຕິດຕາມ ແລະ ປະເມີນຜົນ ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະກິລາ,ທ່ານ ຫົວໜ້າຫ້ອງການສຶກສາທິການແລະກິລາ ນະຄອນຫລວງ-ພະບາງ,ຜູ້ອຳນວຍການໂຮງຮຽນ ພະນັກງານ ຄູ-ຈານ,ຄະນະກຳມະການເຝົ້າຫ້ອງ ແລະ ນັກສອບເສັງເຂົ້າຢ່າງພ້ອມພຽງ.

ໃນພິທີ, ທ່ານ ຊາຍສະຫວັນ ຈັນມານິດ ໄດ້ກ່າວລາຍງານວ່າ: ໃນສົກຮຽນ 2019-2020 ທົ່ວແຂວງຫຼວງພະບາງມີໂຮງຮຽນມັດທະຍົມສຶກສາທັງໝົດ 114 ແຫ່ງ,ມັດທະຍົມສົມບູນ 46 ແຫ່ງ,ມັດທະຍົມຕອນຕົ້ນ 67 ແຫ່ງ ແລະ ມັດທະຍົມປາຍ 1 ແຫ່ງ,ມີນັກສອບເສັງຈົບຊັ້ນມັດທະຍົມປາຍ ມ.7 ທັງໝົດ 4.232 ຄົນ,ຍິງ 1.755 ຄົນ,ປະກອບມີສູນສອບເສັງທັງໝົດ 39 ສູນ,ມີຫ້ອງສອບເສັງ 217 ຫ້ອງ. ສົກຮຽນ 2019-2020 ນີ້ ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດວິຊາສອບເສັງທັງໝົດ 4 ວິຊາຄື: ພາສາລາວ-ວັນນະຄະດີ, ວິຊາ ຊີວະສາດ,ຄະນິດສາດ ແລະ ວິຊາພູມສາດ,ສອບເສັງໃນລະຫວ່າງວັນທີ 29-30 ກໍລະກົດ 2020.

ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ໄດ້ໃຫ້ກຽດຕັດຊອງຫົວບົດສອບເສັງ ໂດຍຊ່ອງຫນ້າຄະນະປະທານ,ກຳມະການ ຄະນະຮັບຜິດຊອບ ແລະ ນັກສອບເສັງ ພ້ອມຽວກັນນີ້ ທ່ານ ໄດ້ຮຽກຮ້ອງມາບັງຄະນະຮັບຜິດຊອບໃນແຕ່ລະສູນ ໂດຍສະເພາະບັນດາທ່ານ ອານຸກຳມະການດ້ານຕ່າງໆ ຕົ້ງພ້ອມກັນເອົາໃຈໃສ່ປະຕິບັດກົດລະບຽບຂອງການສອບເສັງໃຫ້ເຂັ້ມງວດ, ມີຄວາມໂປ່ງໃສ, ຍຸຕິທຳ, ມີຄວາມຮັບຜິດຊອບ ມີຈັນຍາບັນ ພ້ອມກັນຕ້ານສະກັດກັ້ນທຸກປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນໃນບັ້ນສອບເສັງຄັ້ງນີ້,ນ້ອງນັກສອບເສັງກໍາຕ້ອງໄດ້ເອົາໃຈໃສ່ປະຕິບັດກົດລະບຽບ,ມີຄວາມອຸ່ນອ່ຽງທຸ່ນທ່ຽງ ສຸມທຸກສະຕິປັນຍາເຂົ້າໃນການແກ້ຫົວບົດສອບເສັງຂອງຕົນໃຫ້ຖືກຕ້ອງ ແລະ ສຳເລັດຕາມເວລາທີ່ໄດ້ກຳນົດໃຫ້.
ໂດຍ: ແຈັກກີ້ ສກຂ ຫຼວງພະບາງ