ຈໍາປາສັກ: ໃນວັນທີ 18 ກໍລະກົດ ຜ່ານມາ, ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ສາມາດຈັບເປົ້າໝາຍ ຄະດີຢາເສບຕິດ ໄດ້ 2 ຄົນ ຊື່ ບຸນເລີດ ອາຍຸ 35 ປີ ບ້ານໂພນທອງ ແລະ ທ້າວ ສຸລິນ ອາຍຸ 30 ປີ ບ້ານຫ້ວຍແກ້ວ ທັງສອງບ້ານຂຶ້ນກັບ ເມືອງຄໍາເກີດ ແຂວງບໍລິຄໍາໄຊ. ຜ່ານການກວດຄົ້ນ ພົບຢາບ້າ ຈຳນວນ 79 ມັດ ກັບ 9 ຖົງ ລວມມີ ຢາບ້າທັງໝົດ 159.800 ເມັດ ໄປດຳ ເນີນຄະດີກົດໝາຍ.
ປັດຈຸບັນຄະດີດັ່ງກ່າວ ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ພວມສືບຕໍ່ດຳເນີນການສອບສວນ ຢ່າງລະອຽດ ເພື່ອສະຫຼຸບສຳ ນວນ ຄະດີ ສົ່ງໃຫ້ໄອຍະການປະຊາຊົນ ຖະແຫຼງສັ່ງຟ້ອງສານຕັດສິນຕາມກົດໝາຍຕໍ່ໄປ. ພ້ອມກັນນີ້, ກໍຈະໄດ້ຕິດຕາມຈັບກຸມຜູ້ຖືກຊັດທອດໃນການພົວພັນກັບການຊື້ຂາຍຢາເສບຕິດໃນຄັ້ງນີ້ ມາດຳເນີນຄະດີຕື່ມອີກ.
