ໃນວັນທີ 28/7/2020 ເວລາ 19:06 ນາທີ ໄດ້ຮັບແຈ້ງເຫດຜ່ານເບີໂທ 1623 ວ່າມີອຸປະຕິເຫດຢູ່ຫຼັກ 30 ເມືອງໂພນທອງ ແຂວງຈຳປາສັກ ພໍໜ່ວຍກູ້ໄພຮອດຈຸດເກີດເຫດ ພົບເຫັນຜູ້ເສຍຊີວິດຈຳນວນ 02 ຄົນ ເພດຊາຍທັງ 02


ຜູ້ທີ່1 ເປັນເພດຊາຍ ອາຍຸ 33 ປີ ອາຊີບ ພະນັກງານ ປັດຈຸບັນຢູ່ບ້ານ ຫ້ວຍບັງລຽງ ເມືອງປະທຸມພອນ ແຂວງຈຳປາສັກ (ຂາຜິດຮູບ ກະທົບຫົວ ເສຍຊີວິດ) ຜູ້ທີ່2 ເປັນເພດຊາຍ ອາຍຸ 33 ປີ ອາຊີບ ພະນັກງານ ປັດຈຸບັນຢູ່ບ້ານ ໂພນທອງ ເມືອງໂພນທອງ ແຂວງຈຳປາສັກ (ຂາຜິດຮູບ ກະທົບຫົວ ເສຍຊີວິດ)


ຂໍສະແດງຄວາມເສຍໃຈນໍາຄອບຄົວຜູ້ເສຍຊີວິດດ້ວຍ