ໃນວັນທີ 24 ກໍລະກົດ 2020, ເຈົ້າໜ້າທີ່ພະແນກຕຳ ຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈໍາປາສັກ ສາມາດຈັບເປົ້າໝາຍຄ້າຂາຍຢາເສບຕິດໄດ້ 4 ຄົນ ພ້ອມຂອງກາງຢາບ້າ 150.000 ກວ່າເມັດ. ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຈອນ ອາຍຸ 58 ປີ,ທ້າວ ອານຸນ ອາຍຸ 29 ປີ, ທ້າວ ນະ ອາຍຸ 25 ປີ ແລະ ທ້າວ ວົງ ອາຍຸ 41 ປີ ທັງໝົດ ຢູ່ບ້ານຫາງນາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ.

ປັດຈຸບັນ.ຄະດີດັ່ງກ່າວ ພວມຢູ່ໃນຂັ້ນຕອນຂອງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຕິດຕາມຈັບກຸມຜູ້ຖືກຊັດທອດ ມາດຳເນີນຄະດີຕື່ມອີກ.

