ທ່າແຂກ: ຂະບວນແຮ່ຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມດ້ວຍຊ້າງ ແລະ ພຣະພຸດທະຮູບ ໄດ້ມາຮອດແຂວງຄຳມ່ວນໃນຕອນບ່າຍຂອງວັນທີ 28 ກໍລະກົດ 2020

ໂດຍມີການນຳພັກ – ລັດ ນໍາໂດຍ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ມີ ທ່ານ ຈັນ ບຸບຜາລີວັນ ປະທານແນວລາວສ້າງຊາດແຂວງ, ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງໆ ທ່າແຂກ ພ້ອມດ້ວຍຄະນະ ແລະ ມວນຊົນລາວບັນດາເຜົ່າຊາວເມືອງທ່າແຂກເຂົ້າຮ່ວມຕ້ອນຮັບຢ່າງເປັນຂະບວນຄຶກຄື້ນ.

ຂະບວນຮູບຫລໍ່ພຣະເຈົ້າໄຊຍະເຊດຖາທິຣາດໄດ້ເດີນທາງມາຈາກນະຄອນ ຫລວງວຽງຈັນແຕ່ວັນທີ 27 ກໍລະກົດ ໄດ້ພັກແຮມທີແຂວງບໍລິຄຳໄຊ ແລະ ມື້ວັນທີີ 28 ກໍລະກົດ 2020 ໄດ້ພັກແຮມທີ່ເມືອງທ່າແຂກ ເຊິ່ງຈະໄດ້ມີການຄົບງັນຕາມປະເພນີຢູ່ທີ່ເດີ່ນຫ້ອງວ່າການປົກຄອງເມືອງທ່າແຂກ, ຈະມີພິທີສູດປະລິມຸງຄຸນ, ນຸ່ງຂາວ, ຮົ່ມຂາວ ໄຫວ້ພຣະສູດມົນ

ແລະ ໃນຕອນເຊົ້າຂອງວັນທີ 29 ກໍລະກົດ ຈະໄດ້ມີການໃສ່ບາດຫລັງຈາກນັ້ນຈະໄດ້ເຄື່ອນຂະບວນດັ່ງກ່າວໄປແຂວງສະຫວັນະເຂດ. ຈະໄດ້ພັກຄ້າງຄືນ ຢູ່ສະຫວັນນະເຂດ 1 ຄືນ.

ຕາມແຜນຂະບວນເຄື່ອນຍ້າຍຈະໄປຮອດຈຸດໝາຍປາຍທາງທີ່ແຂວງອັດຕະປື ໃນວັນທີ 31 ກໍລະກົດ 2020 ເພື່ອຈັດພິທີສະຫຼອງ ແລະ ອັງເຊີນຂື້ນປະດິດສະຖານເທິງພຣະແທ່ນອະນຸສາວະລີ ແຂວງອັດຕະປືຢ່າງເປັນທາງການ.

.

.

ທີ່ມາ: Khammaoun News