ສະຫວັນນະເຂດ: ປະຊາຊົນລາຍງານໃຫ້ຮູ້ ສະພາບຄວາມເສຍຫາຍຂອງຕະຫຼາດ ບ້ານແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ ຈາກເຫດການໄຟໄໝ້ ຄືນວັນທີ່ 27 ກໍລະກົດ 2020 ຜ່ານມາ.

ຮ້ານຂາຍເຄື່ອງຖືກໄຟໄໝ້ກ້ຽງຈໍານວນຫຼາຍ, ສ້າງຄວາມເສຍຫາຍໜັກ. ສ່ວນສາເຫດ ແລະ ຄວາມເສຍຫາຍລະອຽດຍັງຢູ່ໃນການກວດສອບຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ເປັນກໍາລັງໃຈໃຫ້ ທຸກທ່ານຜ່ານວິກິດຄັ້ງນີ້.

.

.

.

.

.

.

.

ຄລິບ
ພາບແລະຂ່າວ: Pui Kssd
.
ຂ່າວກ່ອນໜ້ານີ້
ສະຫວັນນະເຂດ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເວລາປະມານ 20:25 ວັນທີ່ 27 ກໍລະກົດ 2020 ເກີດເຫດອັກຄີໄພໄຟໄໝ້ຮູນແຮງ ເຂດ ຕະຫລາດຊາຍແດນ ເມືອງເຊໂປນ ແຂວງສະຫວັນນະເຂດ. (ມີຄລີບຢູ່ດ້ານລຸ່ມ)

ປະຊາຊົນ ແລະ ໜ່ວຍງານດັບເພີ່ງ ໄດ້ພະຍາຍາມເຂົ້າມອດໄຟ ແຕ່ ບໍ່ສາມາດຄວບຄຸມສະຖານະການໄດ້ ໄຟໄໝ້ລາມຮຸນແຮງ ສ້າງຄວາມເສຍຫາຍໜັກ.

ສາເຫດແລະ ຄວາມເສຍຫາຍຈະແຈ້ງໃຫ້ຮູ່ຕື່ມພາຍຫຼັງ

ຄລິບ 1
ຄລິບ 2
ຄລິບ 3
ຄລິບ 4