ໃນວັນທີ 26 ກໍລະກົດ 2020 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງ ຂັ້ນສູນກາງ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າໃນການຟື້ນຟູພື້ນຖານໂຄງລ່າງ, ການກໍ່ສ້າງທີ່ຢູ່ອາໄສ ແລະ ການຈັດສັນອາຊີບ ໃຫ້ພໍ່ແມ່ປະຊາຊົນ ເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກເຫດການຄູກັນນໍ້າ D ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເມື່ອປີ 2018 ທີ່ຜ່ານມາ. ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອຸ່ນຫລ້າ ໄຊຍະສິດ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງອັດຕະປື.

ໂອກາດນີ້ ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເດີນທາງຢ້ຽມຢາມ, ຕິດຕາມເບິ່ງການຟື້ນຟູພື້ນໂຄງລ່າງ ເປັນຕົ້ນ ການສ້ອມແປງທາງ, ຂົວ, ຊົນລະປະທານ ຢູ່ໃນເທສະບານ ແລະ ບ້ານທີ່ໄດ້ຮັບຜົນກະທົບ, ເບິ່ງການບຸກເບີກເນື້ອທີ່ ທໍາການຜະລິດໃຫ້ປະຊາຊົນ ຢູ່ຈຸດບ້ານຕາມໍຢອດ ແລະ ການຈັດສັນ-ກໍ່ສ້າງທີ່ຢູ່ອາໄສໃໝ່ໃຫ້ ພໍ່ແມ່ປະຊາຊົນຢູ່ ຈຸດ ບ້ານທ່າແສງຈັນ ແລະ ຈຸດບ້ານດົງບາກ.

ສໍາລັບການຟື້ນຟູພື້ນຖານໂຄງລ່າງ ເມືອງສະໜາມໄຊ ແມ່ນພວມດໍາເນີນຢ່າງເຄັ່ງຮ້ອນ ແລະ ສໍາເລັດໂດຍພື້ນຖານແລ້ວ ໂດຍສະເພາະ ແມ່ນການສ້ອມແປງທາງ ແລະ ຂົວແມ່ນສໍາເລັດ ສາມາດໄປມາສະດວກ, ສ່ວນການສ້ອມແປງຄອງຊົນລະປະທານ ພວມເລັ່ງສ້ອມແປງຄືນ ຄາດວ່າຈະສຳເລັດໃນໄວໆນີ້, ສ່ວນການບຸກເບີກເນື້ອທີ່ການຜະລິດໃຫ້ປະຊາຊົນ ມາຮອດປັດຈຸບັນ ສາມາດບຸກ ເບີກເນື້ອທີ່ ເພື່ອໃຫ້ປະຊາຊົນປູກມັນຕົ້ນ ໄດ້ທັງໝົດ 2.140 ເຮັກຕາ, ໃນນີ້ໄດ້ບຸກເບີກ ຢູ່ 4 ຈຸດຄື: ຈຸດ ບ້ານຕາມໍຢອດ, ຈຸດ ບ້ານດົງບາກ, ຈຸດ ບ້ານດອນບົກ ແລະ ຈຸດ ບ້ານປິນດົງ.
ສໍາລັບການຈັດສັນ ແລະ ກໍ່ສ້າງທີ່ຢູ່ອາໄສໃຫ້ພໍ່ແມ່ປະຊາຊົນ ແມ່ນພວມດໍາເນີນການກໍ່ສ້າງເຮືອນ 811 ຫລັງໃຫ້ປະຊາຊົນ 5 ບ້ານ ແລະ 1 ຄຸ້ມ, ໂດຍແບ່ງອອກເປັນ 4 ຈຸດ ຫລື 4 ບ້ານຈັດສັນໃໝ່ ຄື: ບ້ານດົງບາກໃໝ່ຫີນຄໍາ, ບ້ານດອນບົກ, ບ້ານຕາມໍຢອດ ແລະ ບ້ານທ່າແສງຈັນ.
ຂ່າວ: ແສງເພັດ ແຊ່ຈ່າວ