Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມອບພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

Posted on 27/07/202027/07/2020 By News No Comments on ມອບພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

ກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີມອບ ພົນລະເມືອງຈີນ 34 ຄົນ ທີ່ເດີນທາງເຂົ້າ ສປປ ລາວ ບໍ່ຖືກຕ້ອງຕາມກົດໝາຍ ໃຫ້ເຈົ້າໜ້າທີ່ ສປປ ຈີນ ນໍາກັບຄືນປະເທດ.ໃນວັນທີ 20 ກໍລະກົດ ຜ່ານມາ ທີ່ດ່ານສາກົນລານຕຸ້ຍ-ດ່ານເມືອງຄໍາ, ເຂດຫຼັກໝາຍ ທີ 7 ຊາຍແດນລາວ-ຈີນ. ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-19 ກໍລະກົດ 2020 ໄດ້ກວດພົບ ພົນລະເມືອງຈີນ ຈໍານວນຫຼາຍລັກລອບເຂົ້າເມືອງ ໂດຍໃຊ້ເສັ້ນທາງນ້ອຍ (ບ້ານລົງທາງ) ເມືອງຍອດອູ ແຂວງຜົ້ງສາລີ. ດັ່ງນັ້ນ, ປກສ ເມືອງຍອດອູ ຈຶ່ງໄດ້ແຕ່ງຕັ້ງ ເຈົ້າ ໜ້າທີ່ວິຊາສະເພາະ ລົງຕິດຕາມກວດກາ. ມາໃນວັນທີ 19 ກໍລະກົດ 2020 ພົບເຫັນລົດຂົນສົ່ງໂດຍສານຜົ້ງສາລີ-ອຸດົມໄຊ ມີພົນລະເມືອງຈີນ ຈໍານວນ 34 ຄົນ ຍິງ 7 ຄົນ ຈຶ່ງໄດ້ກັກຕົວໃນຂໍ້ຫາກະທໍາຜິດ ຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ມາດຕາ 52 ຂໍ້ຫ້າມສໍາລັບຄົນຕ່າງປະເທດ ລັກລອບເດີນທາງເຂົ້າ-ອອກ ສປປ ລາວ.

Image may contain: 1 person, outdoor

ເຈົ້າໜ້າທີ່ ປກສ ໄດ້ສອບສວນ ຢ່າງຈະແຈ້ງແລ້ວ ຈິ່ງຮູ້ວ່າ: ພົນລະເມືອງຈີນຈໍານວນດັ່ງກ່າວ ແມ່ນມີຈຸດປະສົງ ທີ່ຈະເດີນທາງມາທ່ອງທ່ຽວ ແຕ່ຖືກກັກຕົວໄວ້ກ່ອນ ເນື່ອງຈາກວ່າ ລັດຖະບານ ຍັງຄຸມເຂັ້ມກ່ຽວກັບມາດຕະການສະກັດກັ້ນ ການແພ່ລະບາດຂອງໂຄວິດ-19. ພາຍຫຼັງກັກຕົວ ຈິ່ງໄດ້ມອບໃຫ້ເຈົ້າໜ້າທີ່ ສປ ຈີນ ນໍາໄປສຶກສາອົບຮົມ ເພື່ອບໍ່ໃຫ້ມີການກະທໍາຜິດຊໍ້າອີກ. ການມອບ-ຮັບ ພົນລະເມືອງຈີນ ກັບຄືນປະເທດຄັ້ງນີ້, ຝ່າຍ ສປປ ລາວ ນໍາໂດຍ ພັທ ລີ ປັນແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງຍອດອູ ແຂວງຜົ້ງສາລີ ແລະ ກ່າວຮັບໂດຍ ທ່ານ ເຈົາຊຸນລີ ຮອງຫົວໜ້າ ຕໍາຫຼວດເມືອງຈຽງເຊີນ ກອງບັນຊາການຕໍາຫຼວດ ນະຄອນພູເອີ ແຂວງຢູນນານ ແຫ່ງ ສປ ຈີນ, ມີເຈົ້າໜ້າທີ່ ທັງສອງຝ່າຍ ເຂົ້າຮ່ວມເປັນສັກຄີພະຍານ.

ຂ່າວສານບ້ານເມືອງ

Post navigation

Previous Post: ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ
Next Post: ຂ່າວດ່ວນ! ໄຟໄໝ້ຮຸນແຮງເຂດຕະຫຼາດຊາຍແດນ ເມືອງເຊໂປນ (ມີຄລິບລາຍງານສົດ)

Related Posts

ດ່ວນ! ໄຟໄໝ້ຮ້ານອາຫານ 3434 ທີ່ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ແຂວງອຸດົມໄຊ ປະກາດ ການແຕ່ງຕັ້ງການນຳແຂວງ ແລະ ມອບ-ຮັບ ຫນ້າທີ່ໃຫ້ຄະນະບໍລິຫານງານພັກແຂວງຈຳນວນຫນຶ່ງ ຂ່າວສານບ້ານເມືອງ
ແຈ້ງການແນະນຳ! ຈຸດບໍລິການ ຊື້ສິນຄ້າ ເຄື່ອງບໍລິໂພກ ລາຄາສົມເຫດ ສົມຜົນ ໃນໄລຍະການແຜ່ລະບາດໂຄວິດ ຂ່າວສານບ້ານເມືອງ
ໄທສົ່ງອອກເຂົ້າລັອດທຳອິດ 1.000 ໂຕ່ນໄປຈີນ ຜ່ານທາງລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
ປກສ ເມືອງທ່າແຂກ ຈັບສອງຄະດີລັກລົດ ກູ້ລົດຈັກຄືນໄດ້ 15 ຄັນ ຂ່າວສານບ້ານເມືອງ
ລັດວິສາຫະກິດໄຟຟ້າລາວ ຕັ້ງຄະນະກໍາມະການສອບສວນຄວາມຜິດພາດກໍລະນີໃບບິນຄ່າໄຟຟ້າ ຢູ່ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme