Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ

Posted on 27/07/202027/07/2020 By News No Comments on ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ

ຕົ້ນເດືອນ ກໍລະກົດ ນີ້, ໜ່ວຍງານສະດັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສີໂຄດຕະບອງ ໄດ້ນຳກຳລັງເຈົ້າໜ້າ ທີ່ວິຊາສະເພາະ ເຂົ້າມ້າງເປົ້າໝາຍຄະດີຢາເສບຕິດ ຢູ່ບ້ານນາແຮ່ ກວດຄົ້ນພົບ ຢາບ້າ 133 ເມັດ ແລະ ສອບຂະຫຍາຍຜົນ ຈັບສາມາດຜູ້ຖືກຊັດທອດ ຊື້ຂາຍຢາເສບຕິດນຳກັນ ໄດ້ອີກ 1 ຄົນ ພ້ອມຢາບ້າ 800 ເມັດ ໄປດຳເນີນຄະດີຮ່ວມກັນ. ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ເປີດເຜີຍໃຫ້ຮູ້ວ່າ: ຫຼັງຈາກ ຈັບເປົ້າໝາຍຢາເສບຕິດ ຊື່ ທ້າວ ສາຍລົມ ອາ ຍຸ 33 ປີ ຢູ່ບ້ານນາແຮ່ ເມືອງສີໂຄດຕະບອງ ໄດ້ພ້ອມຢາບ້າ 133 ເມັດ ໃນວັນທີ 7 ກໍລະກົດ ຜ່ານມາ, ຈາກການສອບສວນໃນເບື້ອງຕົ້ນ ຜູ້ກ່ຽວຍອມຮັບວ່າ ໄດ້ຊື້ຢາບ້າ ຈຳນວນ 2 ຖົງ ເທົ່າກັບ 400 ເມັດ ນຳໝູ່ ມາແບ່ງຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມເສບຢາບ້າ ຢູ່ພາຍໃນບ້ານ ແຕ່ຂາຍຢາບ້າຍັງເຫຼືອ 133 ເມັດ. ຈາກນັ້ນ ກໍໄດ້ຕິດຕາມຈັບເປົ້າໝາຍ ທີ່ຖືກຊັດທອດໄດ້ ຊື່ ທ້າວ ພອນປະສົງ ຫຼື ເຈີ່ນ ອາຍຸ35ປີ ຢູ່ບ້ານໜອງປິງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມຂອງກາງ ຢາບ້າ 800 ເມັດ.

Image may contain: 2 people, people sitting and text

ຜ່ານມາສອບສວນ ໃນເບື້ອງຕົ້ນ ທ້າວ ພອນປະສົງ ໃຫ້ການວ່າ: ໃນເດືອນ ມິຖຸນາ ຜ່ານມາ, ຜູ້ກ່ຽວ ເກັບຢາບ້າ 6 ຖົງ ເທົ່າກັບ 1.200 ເມັດ ໄດ້ຢູ່ທົ່ງນາ ເຂດບ້ານນາແຮ່ ແລ້ວກໍເອົາໄປຂາຍໃຫ້ທ້າວ ສາຍລົມ ຈຳນວນ 2 ຖົງ ,ຍັງເຫຼືອຢາບ້ 4 ຖົງ . ຈາກນັ້ນ, ກໍເອົາຢາບ້າມາ ຊຸກເຊື່ອງໃສ່ຖົງຫໍ່ໝີ່ໄວໄວສໍາເລັດຮູບ ແຕ່ກໍຖືກກັກຕົວ ພ້ອມຂອງກາງ 800 ເມັດ ໄປດຳເນີນຄະດີ. ປັດຈຸບັນ ຄະດີດັ່ງກ່າວນີ້ ຍັງຢູ່ໃນຂັ້ນຕົ້ນສອບສວນຂະຫຍາຍຜົນຫາທີ່ມາອັນແນ່ຂອງຢາບ້າທັງໝົກ 933 ເມັດ .ສ່ວນ ທ້າວ ພອນປະສົ່ງ ທີ່ໃຫ້ການອ້າງວ່າ ເກັບຢາບ້າຈຳນວນດັ່ງກ່າວໄດ້ຢູ່ທົ່ງນານັ້ນ ແມ່ນເປັນພຽງ ຄຳປະຕິເສດເບື້ອງຕົ້ນ ແຕ່ເຈົ້າໜ້າທີ່ຈະໄດ້ສອບສວນຢ່າງລະອຽດຕື່ມອີກ ເພື່ອຈະໄດ້ສະຫຼຸບສຳນວນຄະດີ ສົ່ງໃຫ້ໄອຍະການສືບຕໍ່ດຳເນີນ ຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂາຍຢາບ້າ! ຫຼາຍປີ… ຖືກໂທດ ຈໍາຄຸກຕະຫຼອດຊີວິດ
Next Post: ມອບພົນລະເມືອງຈີນ 34 ຄົນ ເຂົ້າເມືອງຜິດກົດໝາຍ ກັບຄືນປະເທດ

Related Posts

ຫຼາຍບ້ານຂອງເມືອງຈໍາປາສັກ ໄດ້ຮັບຜົນກະທົບຈາກພາຍຸ ໂນຣຸ ຂ່າວສານບ້ານເມືອງ
ເປີດທາມລາຍ! ຜູ້ຕິດເຊື້ອໃໝ່ກໍລະນີ 518 ຫາ 527 ຂ່າວສານບ້ານເມືອງ
ພາບການໄປໃຫ້ບໍລິການວັກຊິນຢູ່ເຂດຫ່າງໃກ ຂ່າວສານບ້ານເມືອງ
ຫຼວງພະບາງກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ ຂ່າວສານບ້ານເມືອງ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຕ້ອນຮັບ ລມຕ ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ຂ່າວສານບ້ານເມືອງ
ອາດີດປະທານປະເທດໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme