Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຂາຍຢາບ້າ! ຫຼາຍປີ… ຖືກໂທດ ຈໍາຄຸກຕະຫຼອດຊີວິດ

Posted on 27/07/202027/07/2020 By News No Comments on ຂາຍຢາບ້າ! ຫຼາຍປີ… ຖືກໂທດ ຈໍາຄຸກຕະຫຼອດຊີວິດ

ໃນວັນທີ 16 ກໍລະກົດ 2020 ຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ອ່ານຄໍາພິພາກສາ ຕັດສິນໃຫ້ຈຳຄຸກຕະຫຼອດຊີວິດຈຳເລີຍຄະດີຄ້າຂາຍຢາເສບຕິດປະເພດຢາບ້າ ແລະ ຢາໄອສ໌, ຕາມຄຳສັ່ງຟ້ອງຂອງອົງການໄອຍະການປະຊາຊົນ ພ້ອມປັບໃໝ 500.000.000 ກີບ. ສຳລັບຄະດີນີ້, ຈຳເລີຍ ຊື່ ທ້າວ ພອນຜາສຸກ ຫຼື ພຸ ອາຍຸ 56 ປີ ພັກເຊົ່າຢູ່ບ້ານນາຄູນ ເມືອງນາຊາຍທອງ ນະຄອນ ຫຼວງວຽງ ຖືກກັກຕົວມາດຳເນີນຄະດີ ໃນວັນທີ 6 ມີນາ 2019 ພ້ອມຢາບ້າ 900 ເມັດ ແລະ ຢາໄອສ໌ 1 ຫຼອດນ້ອຍ. ກ່ອນທີ່ ຈຳເລີຍ ຈະຖືກຈັບນັ້ນ, ຈຳເລີຍໄດ້ເຄື່ອນໄຫວເສບ ແລະ ຊື້ ຂາຍຢາບ້າ ມາແຕ່ຕົ້ນປີ 2012 ໂດຍຊື້ຢາບ້າ ນຳທ້າວສິງ ບໍ່ຮູ້ບ້ານຢູ່, ຊື້ຄັ້ງລະ 10-15 ມັດ (ມັດລະ 2.000 ເມັດ) ແລະ ຊື້ນໍາ ທ້າວ ສົມບັດ ຢູ່ບ້ານນາຄູນ, ຊື້ນຳທ້າວ ອະນຸໄຊ ຢູ່ບ້ານນາສ້ຽວ ເມືອງນາຊາຍທອງ ຄັ້ງລະ 1-3 ມັດ ແລະ ຜ່ານມາ ເຄີຍຊື້ຫຼາຍຄັ້ງ ຈົນບໍ່ສາມາດຈື່ຈຳນວນຄັ້ງໄດ້. ມາຮອດເດືອນພຶດ ສະພາ 2018 ມີຄົນໂທລະສັບສັ່ງຊື້ຢາບ້າ ຈຳນວນ1 ມັດ. ຈາກນັ້ນ, ຈຳເລີຍ ໄດ້ຈ້າງຄົນເອົາຢາບ້າ ໄປສົ່ງໃຫ້ຜູ້ສັ່ງຊື້. ແຕ່ພວກກ່ຽວທັງສອງຄົນ ກໍຖືກເຈົ້າໜ້າທີ່ ປກສ ຈັບຕົວພ້ອມຂອງກາງ. ພາຍຫຼັງ ທີ່ຈຳເລີຍຮູ້ວ່າ ທັງສອງຖືກຈັບ, ກໍໄດ້ພາເມຍ ຊື່ ນາງ ໝູນ ໜີອອກຈາກເຮືອນເຊົ່າ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ໄປເຊົ່າຫ້ອງແຖວ ຢູ່ບ້ານດົງຊ້າງຫີນ ເມືອງໄຊທານີ. ໃນມື້ດັ່ງກ່າວນັ້ນ, ເຈົ້າໜ້າທີ່ ໄດ້ເຂົ້າກວດຄົ້ນເຮືອນເຊົ່າ ທີ່ຈຳເລີຍເຊົ່າຢູ່ບ້ານຊຽງດາ ພົບຢາບ້າ 13 ຖົງລວມມີ ຢາບ້າ 2.233 ເມັດ ແລະ ຢາໄອສ໌ 4 ຫຼອດນ້ອຍ. 

Image may contain: 1 person, text

ຫຼັງຈາກ ຈຳເລີຍ ໜີມາເຊົ່າຫ້ອງແຖວ ຢູ່ເຂດບ້ານດົງຊ້າງຫີນ ກໍຍັງສືບຕໍ່ເຄື່ອນໄຫວຄ້າຂາຍຢາເສບຕິດໂດຍຕິດຕໍ່ພົວພັນໄດ້ຊື້ຢາບ້ານຳ ທ້າວ ທອງເພັດ ບໍ່ຮູ້ທີ່ຢູ່, ຊື້ຄັ້ງລະ 2 ມັດ ຜ່ານມາຊື້ຈຳນວນຫຼາຍຄັ້ງ. ໃນໄລຍະນີ້, ຈຳເລີຍໄດ້ຜິດຖຽງ ກັບເມຍແລ້ວໜີອອກຈາກຫ້ອງເຊົ່າ, ມາວັນທີ 13 ກໍ ລະກົດ2018 ເຈົ້າໜ້າທີ່ ປກສ ໄດ້ເຂົ້າກວດຄົ້ນຫ້ອງເຊົ່າ ນາງ ໝູນ (ເມຍຂອງຈຳເລີຍ ) ພົບຢາບ້າ 1 ມັດ ກັບ 5 ຖົງ ລວມມີ ຢາບ້າ 3.000 ເມັດແມ່ນຂອງຈຳເລີຍຊື້ມາໄວ້ຂາຍກ່ອນທີ່ທັງສອງຈະມີການຜິດຖຽງກັນ ແລະ ຍັງໄດ້ພົບປື້ມບັນທຶກທີ່ບຸກຄົນຕິດໜີ້ຄ່າຢາບ້າ ປະມານ 10 ກວ່າຄົນ. ພາຍຫຼັງ ທີ່ຈໍາເລີຍຜິດຖຽງກັບເມຍ ກໍໜີໄປເຊົ່າຫ້ອງແຖວຢູ່ເຂດບ້ານນາຄູນ ແລະ ໄດ້ຊື້ຢາບ້າ ນຳທ້າວສົມບັດ ບໍ່ຮູ້ທີ່ຢູ່ ຈຳນວນ 2 ຄັ້ງ, ຄັ້ງລະ 5 ຖົງ (ຖົງລະ 200 ເມັດ) ມາຮອດວັນທີ 6 ມີນາ 2019 ກໍຖືກເຈົ້າໜ້າທີ່ ປກສ ຈັບຕົວ ພ້ອມຢາບ້າ 900 ເມັດ ແລະ ຢາໄອສ໌ 1 ຫຼອດນ້ອຍ. ດ້ວຍເຫດຜົນ ແລະ ຫຼັກຖານ ທີ່ກ່າວມາຂ້າງເທີງນັ້ນແມ່ນມີຂໍ້ມູນໜັກແໜ້ນ ແລະ ພຽງພໍໃນການຢັ້ງຢືນວ່າ ທ້າວ ພອນຜາສຸກ ຫຼື ພຸເປັນຜູ້ກະທຳຜິດຕາມຂໍ້ກ່າວຫາແທ້. ສະນັ້ນ,ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ຈຶ່ງໄດ້ພິຈາລະນາຕັດສິນ ຈຳຄຸກຕະຫຼອດຊີວິດ ພ້ອມປັບໃໝ 500.000.000 ກີບ, ສ່ວນຜູ້ພົວພັນກັບຈໍາເລີຍນັ້ນ ປັດຈຸບັນ ຖືກເຈົ້າໜ້າທີ່ ປກສ ນຳຕົວ ມາດຳ ເນີນຄະດີຕາມກົດໝາຍແລ້ວ.

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດີ! ສປປ ລາວ ບໍ່ພົບຜູ້ຕິດເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19
Next Post: ສອງສ່ຽວ! ຮ່ວມກັນຊື້ຂາຍ… ຮ່ວມກັນ ຖືກດຳເນີນຄະດີ

Related Posts

ສະຫຼົດສາວງາມ ເ ສ ຍ ຊີ ວິ ດ ຢູ່ຫ້ອງແຖວໄດ້ 3 ມື້ໂດຍບໍ່ຮູ້ສາເຫດ ຂ່າວສານບ້ານເມືອງ
ໂຈນທຸບແວ່ນລົດເຂດໜອງບົວທອງໃຕ້ຕອນເຊົ້າມືດ ຂ່າວສານບ້ານເມືອງ
ລາວເຮົາບໍ່ພົບຜູ້ຕິດເຊື້ອເພີ່ມໂຄວິດ-19 ຂ່າວສານບ້ານເມືອງ
ອີກ 1 ເດືອນ ລາວເຮົາຈະສົ່ງອອກງົວ 3.000 ໂຕໃຫ້ຈີນ ຂ່າວສານບ້ານເມືອງ
ທ່ານພັນຄຳ ວິພາວັນ ນາຍຍົກລັດຖະມົນຕີ ຢ້ຽມຢາມນັກຮົບຊຸດຂາວ ທີ່ໂຮງໝໍພາກສະໜາມການເງີນພາກໃຕ້ ຂ່າວສານບ້ານເມືອງ
ລົດພ່ວງເສຍຫຼັກຕໍາຕົ້ນໄມ້ຂ້າງທາງເປເພໜັກ – ໂຊເຟີເຈັບສາຫັດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme