Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທົ່ວ​ແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໃນ 6 ເດືອນ​ຕົ້ນ​ປີ​ໄດ້​ແລ້ວ 629 ຕື້ກວ່າ​ກີບ, ເທົ່າກັບ 38% ຂ​ອງ​ແຜນ​ການ

Posted on 27/07/202027/07/2020 By News No Comments on ທົ່ວ​ແຂວງ​ສະ​ຫວັນ​ນະ​ເຂດ ເກັບ​ລາຍ​ຮັບ​ໃນ 6 ເດືອນ​ຕົ້ນ​ປີ​ໄດ້​ແລ້ວ 629 ຕື້ກວ່າ​ກີບ, ເທົ່າກັບ 38% ຂ​ອງ​ແຜນ​ການ

ຕາມການລາຍງານຂອງ ທ່ານ ປອ ແສນສັກ ສຸລິສັກ ວ່າການຫົວໜ້າພະແນກການເງິນແຂວງສະຫວັນນະເຂດໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ I ເຊິ່ງໄຂຂຶ້ນໃນລະຫວ່າງວັນທີ 22-24 ກໍລະກົດ 2020 ທີ່ຫໍວັດທະນະທຳໄກສອນພົມວິຫານນີ້ວ່າ: ແຜນລາຍຮັບງົບປະມານທັງໝົດທີ່ສະພາປະຊາຊົນແຂວງຮັບຮອງສຳລັບປີ 2020 ມີທັງໝົດ 1.618,14 ຕື້ກີບ, ໃນນັ້ນ: ພູດສູນກາງ 854,27 ຕື້ກີບ, ພູດຂອງທ້ອງຖິ່ນ 763,86 ຕື້ ກີບ, ລະອຽດລາຍຮັບທີ່ເປັນພູດຂອງທ້ອງຖິ່ນມີດັ່ງນີ້: ລາຍຮັບຈາກສ່ວຍສາອາກອນ 740 ຕື້ກີບ, ໃນນີ້ມີລາຍຮັບວິຊາການ 38,5 ຕື້ກີບ, ລາຍຮັບຈາກຊັບສິນຂອງລັດ 23,86 ຕື້ກີບ, ໃນນີ້ມີລາຍຮັບຈາກ: ຄຸ້ມຄອງວິສາຫະກິດ ແລະ ປະກັນໄພ 367 ລ້ານກີບ. ສ່ວນແຜນລາຍຈ່າຍມີທັງໝົດ 854,34 ຕື້ກີບ, ເຊິ່ງແຕ່ລະລາຍຈ່າຍປະກອບມີ: ລາຍຈ່າຍປົກກະຕິ ແລະ ວິຊາ ການ 774,56 ຕື້ກີບ, ລາຍຈ່າຍເງິນລົງທຶນ 79,7 ຕື້ກີບ. ສຳລັບການເກັບລາຍຮັບງົບປະມານ 6 ເດືອນຕົ້ນປີ 2020 ທົ່ວແຂວງສາມາດເກັບລາຍຮັບໄດ້ 629,55 ຕື້ກີບ, ເທົ່າກັບ 38,91% ຂອງແຜນການປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາຫຼຸດລົງ 2,94%. ລະອຽດມີດັ່ງນີ້: ລາຍຮັບພູດຂອງສູນກາງປະຕິບັດຢູ່ແຂວງໄດ້ຈຳນວນ 368,89 ຕື້ກີບ, ເທົ່າກັບ 43,18% ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 4,88%.

Image may contain: 1 person

ໃນນີ້ລາຍຮັບຈາກພາສີ 365,68 ຕື້ກີບ, ເທົ່າກັບ 43,02% ຂອງແຜນການປີ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 4,67%. ສຳລັບພູດຂອງທ້ອງຖິ່ນປະຕິບັດໄດ້ 260,66 ຕື້ກີບ, ເທົ່າກັບ 34,12% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຫຼຸດລົງ 12,19%, ໃນນີ້ ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 249,56 ຕື້ກີບ, ເທົ່າກັບ 33,74% ຂອງແຜນການປີ, ທຽບໃສ່ໄລຍະດຽວຫຼຸດລົງ 11,96%, ສ່ວນລາຍຮັບຈາກຊັບສິນລັດປະຕິບັດໄດ້11,01 ຕື້ກີບ, ເທົ່າກັບ 46,05% ຂອງ ແຜນການປີ, ທຽບໃສ່ໄລຍະດຽວຫຼຸດລົງ 17,17%. (ໃນ ລາຍຮັບຂ້າງເທິງນີ້ມີລາຍຮັບຄ່າບໍລິການວິຊາການຈົດຮັບຈຳນວນ 10,34 ຕື້ກີບ, ເທົ່າ ກັບ 26,86% ຂອງແຜນການ ປີ). ສຳລັບລາຍຈ່າຍປະຈຳ 6 ເດືອນຕົ້ນປີສາມາດປະຕິບັດໄດ້ທັງໝົດ 324,31 ຕື້ກີບ, ເທົ່າກັບ 37,96% ຂອງແຜນການປີ, ໃນນັ້ນໄດ້ຈັດສັນລາຍຈ່າຍໄປຕາມບູລິມະສິດຂອງລັດຖະບານລາຍລະອຽດດັ່ງນີ້: ຈ່າຍເງິນເດືອນ ແລະ ເງິນອຸດໜູນ 279,60 ຕື້ກີບ, ຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນ 20,37 ຕື້ກີບ, ຈ່າຍບໍລິຫານ 12,27 ຕື້ກີບ, ຈ່າຍດັດສົມ-ສົ່ງ ເສີມ 3,13 ຕື້ກີບ, ຈ່າຍເງິນແຮ 0,74 ຕື້ກີບ, ຈ່າຍຊື້ສົມບັດຮັບໃຊ້ບໍລິຫານ 0,08 ຕື້ກີບ, ຈ່າຍລົງທຶນຂອງລັດ 8,12 ຕື້ກີບ. ໃນລາຍຈ່າຍຂ້າງເທິງນີ້ລວມມີລາຍຈ່າຍຄ່າບໍລິການວິຊາການຈົດຮັບ-ຈົດຈ່າຍ 8,14 ຕື້ກີບ. ສຳລັບການປະຕິບັດລາຍຈ່າຍ 6 ເດືອນຕົ້ນປີ 2020 ແມ່ນປະຕິບັດຕາມແຈ້ງການສະບັບເລກທີ1037/ກງ, ລົງວັນທີ 11 ເມສາ 2020 ວ່າດ້ວຍການຈັດບູລິມະສິດລາຍຈ່າຍ ແລະ ການຕັດເງິນ ພາກ 63 ລົງ 10% ເທົ່າກັບ 2,12 ຕື້ກີບ. ສ່ວນການດຸ່ນດຽງ ຈາກສູນກາງໃນ 6 ເດືອນຕົ້ນ ປີ, ສູນກາງໄດ້ດຸ່ນດຽງມາໃຫ້ ແຂວງແລ້ວ 46,65 ຕື້ກີບ.

Image may contain: sky and outdoor

ທ່ານ ປອ ແສນສັກ ສຸລິສັກ ຍັງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດແຜນງົບປະມານ ໃນ 6 ເດືອນຕົ້ນປີນີ້ວ່າ: ດ້ານຕັ້ງໜ້າ: ໄດ້ມີການຊີ້ນຳ-ນຳ ພາຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍຈາກການນຳຂັ້ນແຂວງ ແລະ ຂັ້ນສູນກາງຢ່າງເປັນປົກກະຕິ, ກະຊວງການເງິນໄດ້ມີບົດແນະນຳໃນການສ້າງແຜນງົບປະມານ ແລະ ແຈ້ງແຜນງົບປະ ມານໃຫ້ແຂວງແຕ່ຕົ້ນປີ, ພ້ອມນັ້ນການນຳແຂວງກໍ່ໄດ້ອອກບົດແນະນຳໃນການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2020 ແຕ່ຫົວທີ, ນອກນັ້ນກະຊວງການເງິນຍັງໄດ້ມີການນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການຄຸ້ມຄອງຈັດເກັບລາຍ ຮັບປະເພດຕ່າງໆ, ຈາກນັ້ນ ຂະແໜງການເງິນ ແລະ ແໜງການຕ່າງໆພາຍໃນແຂວງ, ເມືອງ-ນະຄອນໄດ້ມີຄວາມ ພະຍາຍາມ ແລະ ປະສານງານກັນຢ່າງກົມກຽວໃນການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍ ແລະບັນຫາອື່ນໆ.

Image may contain: tree, sky, basketball court, plant, outdoor and water

ແຕ່ເຖິງວ່າຈະມີຄວາມພະຍາ ຍາມຢ່າງຕັ້ງໜ້າແຕ່ການປະຕິບັດລາຍຮັບ-ລາຍຈ່າຍກໍ່ຍັງໄດ້ຮັບຜົນກະທົບຈາກບັນຫາ ຕ່າງໆ ດັ່ງນີ້: ກະຊວງການເງິນ ໄດ້ມີການປັບປຸງ 3 ກົດໝາຍ ກ່ຽວກັບສ່ວຍສາອາກອນ ແລະ ມີຜົນບັງຄັບໃຊ້ໃນປີ 2020 ຈຶ່ງມີຜົນກະທົບເບື້ອງຕົ້ນຕໍ່ ການເກັບລາຍຮັບຂອງແຂວງ, ແຕ່ຈະເປັນພື້ນຖານທີ່ດີໃຫ້ແກ່ການເກັບລາຍຮັບໃນຊຸມປີຕໍ່ໄປ. ບັນຫາໜຶ່ງກໍ່ຍ້ອນໃນປີ 2019 ໄດ້ເກີດໄພພິບັດຫຼາຍຈຸດພາຍໃນແຂວງຈຶ່ງມີຜົນກະທົບແກ່ຍາວຫຼາຍສົມຄວນຕໍ່ພື້ນຖານເສດຖະກິດ ແລະຫົວໜ່ວຍທຸລະກິດຈຳນວນໜຶ່ງ, ຕໍ່ມາ ເລີ່ມແຕ່ເດືອນກຸມພາ 2020 ເປັນຕົ້ນມາ, ພະຍາດໂຄວິດ-19 ໄດ້ມີການແຜ່ລະບາດໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ ແລະພື້ນ ຖານເສດຖະກິດຂອງປະເທດເຮົາ, ລັດຖະບານໄດ້ອອກມາດຕະການຕ່າງໆເຊັ່ນ: ມາດຕະການປິດປະເທດ ແລະ ມາດຕະການອື່ນໆ, ມັນໄດ້ສົ່ງຜົນກະທົບຕໍ່ການນຳເຂົ້າ-ສົ່ງອອກ, ຕໍ່ການຜະລິດ, ຕໍ່ການບໍລິການ, ບັນດາຫົວໜ່ວຍທຸລະກິດ, ໂຮງຈັກ-ໂຮງງານ ແລະບັນ ດາອົງການຈັດຕັ້ງຕ່າງໆ ບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມ ເມັດເຕັມໜ່ວຍ. ອີກຜົນກະທົບໜຶ່ງກໍ່ແມ່ນການນຳໃຊ້ເຄື່ອງມື ທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບເຫັນວ່າຍັງ ເປັນບັນຫາໃໝ່, ຍັງຢູ່ໃນຈຸດ ເລີ່ມຕົ້ນ, ສັງຄົມ, ຜູ້ປະກອບ ການ, ພະນັກງານລັດ ແລະ ພາກສ່ວນທີ່ກ່ຽວຂ້ອງຍັງບໍ່ມີ ຄວາມຊິນເຄີຍຈຶ່ງເຮັດໃຫ້ຜົນໄດ້ຮັບຍັງບໍ່ໄດ້ຕາມລະດັບຄາດ ໝາຍທີ່ວາງໄວ້.ທັງໝົດທີ່ກ່າວມານັ້ນມັນ ແມ່ນສ່ວນໜຶ່ງທີ່ທ່ານວ່າການ ຫົວໜ້າພະແນກການເງິນໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດລາຍຮັບ ແລະ ລາຍຈ່າຍ ໃນ 6 ເດືອນຕົ້ນປີ, ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ I ໃນຄັ້ງນີ້.

ຂ່າວສານບ້ານເມືອງ

Post navigation

Previous Post: ວີໂກ້ປີ້ນຫງາຍທ້ອງ ທີ່ປາກຊ່ອງ
Next Post: ບັນດາອົງການຈັດຕັ້ງ ແລະ ພໍ່-ແມ່ປະຊາຊົນ ບ້ານດົງໝາກບ້າເມືອງເຊບັ້ງໄຟ ພ້ອມກັນສ້ອມແປງເສັ້ນທາງເຂົ້າບ້ານ

Related Posts

ນາຍົກລັດຖະມົນຕີ ຖະແຫລງກ່ຽວ ກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ເກີດເຫດ ຄົນຮ້າຍລັດ ຍິ ງ ລົດຢູ່ເຂດປາກອຸໂມງທາງດ່ວນເບື້ອງເມືອງຫີນເຫີບ  ຂ່າວສານບ້ານເມືອງ
ນາຍົກລັດຖະມົນຕີ ເຊີນຊວນນັກທຸລະກິດຫວຽດນາມເຂົ້າໄປລົງທຶນຢູ່ລາວ ໃຫ້ຫລາຍຂຶ້ນ ຂ່າວສານບ້ານເມືອງ
ໝວດທະຫານຮາບທີ່ 3 ກອງຮ້ອຍ 161 ສໍາເລັດການອົບຮົມຫັດແອບຍິ່ງລູກປືນແທ້ ຂ່າວສານບ້ານເມືອງ
ພົບສົບຍິງສາວໄຫຼນໍ້າຂອງຄ້າງທີ່ທ່າບ້ານສາຍລົມ ນະຄອນ ຫລວງພຣະບາງ ຂ່າວສານບ້ານເມືອງ
ບໍລິການ ກວດເຊື້ອໂຄວິດ ວັນຈັນ-ວັນສຸກ ໂຮງຫມໍມິດຕະພາບ 150ຕຽງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme