Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສວນກະແສ! ສາມາດເກັບລາຍຮັບໄດ້ລື່ນແຜນ ທີ່ດ່ານຂົວມິດຕະພາບ 3 ແຂວງຄໍາມ່ວນ

Posted on 26/07/202026/07/2020 By All in LAOS No Comments on ສວນກະແສ! ສາມາດເກັບລາຍຮັບໄດ້ລື່ນແຜນ ທີ່ດ່ານຂົວມິດຕະພາບ 3 ແຂວງຄໍາມ່ວນ

ຄໍາມ່ວນ: ເຖິງວ່າສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຈະເປັນອຸປະສັກ ແລະ ສິ່ງທ້າທາຍ ຕໍ່ການເກັບລາຍຮັບເຂົ້າງົບປະມານ, ການເຂົ້າ-ອອກຂອງພາຫະນະມີການຫຼຸດລົງ ລວມເຖິງສິນຄ້າປະເພດຕ່າງໆກໍ່ມີການຫຼຸດລົງເຊັ່ນດຽວກັນ ແຕ່ເຖິງຢ່າງໃດກໍ່ຕາມດ່ານພາສີສາກົນຂົວມິດຕະພາບ 3 ກໍ່ໄດ້ສູ້ຊົນບຸກບືນເກັບລາຍຮັບເຂົ້າງົບປະມານຕາມການມອບໝາຍ ຈົນເຮັດໃຫ້ການເກັບລາຍຮັບໃນໄລຍະ 6 ເດືອນ ຕົນປີ 2020 ໄດ້ລື່ນແຜນການທີ່ຄາດຄະເນໄວ້.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ໄດ້ໃຫ້ສຳພາດໃນວັນທີ 22 ກໍລະກົດ 2020 ວ່າ: ສະເພາະແຜນການເກັບລາຍຮັບເຂົ້າງົບປະມານໃນປີ 2020 ດ່ານພາສີສາກົນຂົວມິດຕະພາບ 3 ໄດ້ຮັບມອບໝາຍຈຳນວນ 296 ຕື້ກີບ ກວມເອົາ 65.77% ຂອງລາຍຮັບພາສີພາຍໃນແຂວງຄຳມ່ວນ ແລະ ກວມເອົາ 22,76% ຂອງລາຍຮັບກອງຄຸ້ມຄອງພາສີເຂດ VI,

ເຊິ່ງໃນ 6 ເດືອນຕົ້ນປີແມ່ນໄດ້ຕັ້ງເປົ້າໝາຍໄວ້ ຈຳນວນ 148 ຕື້ກີບ, ສາມາດຈັດຕັ້ງປະຕິບັດໄດ້ຕົວຈິງ 151 ຕື້ກວ່າກີບ ເທົ່າກັບ 51,30% ຂອງແຜນການປີ ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສາມາດປະຕິບັດໄດ້ 108,80%.

ສຳລັບແຜນການໃນ 6 ເດືອນ ທ້າຍປີ ຄາດຄະເນຈະເກັບລາຍຮັບໄດ້ 131,2 ຕື້ກີບ ແລະ ຄາດຄະເນໝົດປີ 2020 ຈະເກັບລາຍຮັບໄດ້ທັງໝົດປະມານ 283 ຕື້ກີບ ເທົ່າກັບ 95,65% ຂອງແຜນການປີ ໂດຍສະເລ່ຍໃນແຕ່ລະເດືອນຕ້ອງເກັບລາຍຮັບໃຫ້ໄດ້ຈຳນວນ 22 ຕື້ກີບ.

ຂ່າວສານບ້ານເມືອງ

Post navigation

Previous Post: ອຸທາຫອນ! ເດັກ 3 ປີ ຫຼຽນ 5 ບາດຄາຄໍ ແພດລາວຊ່ວຍໄດ້ປອດໄພ
Next Post: ໄໝ້ກ້ຽງ 3 ຫຼັງກາງເດິກທີ່ບ້ານຮີທາດ (ມີຄລິບ)

Related Posts

ກອງກວດກາປ່າໄມ້ແຂວງຫລວງນໍ້າທາ ຍຶດ ແລະ ທໍາລາຍຊິ້ນສ່ວນສັດປ່າ 200 ກວ່າກິໂລ ຂ່າວສານບ້ານເມືອງ
ເມືອງຜາອຸດົມ ເກີດເຫດການງົວປະຊາຊົນຕາຍກະທັນຫັນ ຈໍານວນໜຶ່ງ ຂ່າວສານບ້ານເມືອງ
ປຶກສາຫາລືປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກໂລກໂຄງການສ້າງເຂື່ອນນ້ຳຂອງຫຼວງພະບາງ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 345ຄົນ ຂ່າວສານບ້ານເມືອງ
ຖືກຈັບຄາດ່ານ ພ້ອມຢາໄອສ໌ 10 ກິໂລກຼາມ ຂ່າວສານບ້ານເມືອງ
ວອນສັງຄົມຊ່ວຍເຫຼືອ ທ້າວວິໃນ ແດ່ ຄອບຄົວທຸກຍາກບໍ່ມີເງີນປິ່ນປົວແລ້ວ! ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme