Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ດ່ວນທີ່ສຸດ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນແລ້ວ

Posted on 24/07/202024/07/2020 By News No Comments on ດ່ວນທີ່ສຸດ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນແລ້ວ

ຄະນະສະເພາະກິດລາຍງານ ພົບຜູ້ຕິດເຊື້ອໂຄວິດ-19 ເປັນເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໃປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ ແລະ ໄດ້ກັກໂຕຢູ່ໂຮງແຮມທີ່ຖືກກໍານົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ ຕາມການລາຍງານຂອງຜູ້ກ່ຽວກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ COVID-19 ດ້ວຍ RT-PCR ໃຫ້ຜົນລົບ ກ່ອນເດີນທາງເຂົ້າມາປະເທດລາວ, ຜູ້ກ່ຽວອາໄສຢູ່ນໍາຄອນຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19

Covid 19 - Putter Shop : Inspired by LnwShop.com
ພາບປະກອບ

ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ ( ໂອສະກາ=>ໂຕກຽວ ) ມາຜ່ານ ສສ ເກົາຫຼີ ( ອິນຊອນ ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ເລກທີ່ຕັ່ງນັ່ງ : 015E. ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ ( ຊຶ່ງໂຮງແຮມເຊົ່າມາ ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ

องค์การอนามัยโลก (WHO) ห่วงสถานการณ์การแพร่ระบาดของเชื้อไวรัสโควิด ...
ພາບປະກອບ

ນັບຕັ້ງແຕ່ວັນທີ 18 ຫາ 23 ກໍລະກົດ, ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ, ກິນອາຫານຢູ່ໃນຫ້ອງໂດຍມີພະນັກງານນໍາອາຫານ ແລະ ນໍ້າດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງ ໂດຍພະນັກງານໂຮງແຮມ ແຕ່ບໍ່ໄດ້ເຂົ້າຫ້ອງຮັກສາໄລຍະຫ່າງ 1 ແມັດ ( ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ) ແລະ ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ ເພາະກົດລະບຽບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ ທາງໂຮງແຮມໄດ້ຈັດອຸປະກອນທີ່ຈໍາເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກໍານົດ 14 ວັນ

A Comparative Analysis of COVID-19 Responses and their Effects on ...
ພາບປະກອບ

ໃນວັນທີ 22 ກໍລະກົດ 2020 ທີມງານ ສວລ ຮ່ວມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ເກັບຕົວຢ່າງຢູ່ໂຮງແຮມ ແລະ ໃນວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ໂມງ ຜົນກວດອອກມາພົບເຊື້ອ COVID-19 ເຊິ່ງຄົນເຈັບດັງກ່າວແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ ຜູ້ສໍາຜັດໃກ້ຊິດ ທີ່ໄຈ້ແຍກໄດ້ໃນເບື້ອງຕົນແມ່ນ 17 ຄົນ

.

.

.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ
Next Post: ເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19 ໃຫ້ ພຣະສົງ ແລະ ປະຊາຊົນທີ່ຢູ່ໃກ້ວັດບໍ່ໃຫ້ຢ້ານຈົນເກີນເຫດ (ແຕກຕື່ນ)

Related Posts

ຕິດຢາບ້າຄາດຕະກໍາເອື້ອຍໃພ້ ຂ່າວສານບ້ານເມືອງ
ປກສ ບໍລິຄຳໄຊ ສົ່ງຜູ່ຖືກຫາຄົນໄທ ມາລັກແຕ່ງງານຢູ່ ສປປ ລາວ ກັບຄືນປະເທດ ຂ່າວສານບ້ານເມືອງ
ເກີດແຜ່ນດິນໄຫວ 01 ຄັ້ງໃນບໍລິເວນແຂວງບໍ່ແກ້ວ ຂ່າວສານບ້ານເມືອງ
ຮອງແຂວງອັດຕະປື ລົງຕິດຕາມ ການເກັບກູ້ທ້ອນໂຮມ ໄມ້ຢືນ ຕ າ ຍ ແລະ ຈົມນ້ຳ ໃນອ່າງເກັບນ້ຳເຊກະໝານ I ຂ່າວສານບ້ານເມືອງ
ຂັບມາດ້ວຍຄວາມໄວເສຍຫຼັກຕໍາຂອບທາງ ເ ສ ຍ ຊ ີ ວິ ດ ຄາທີ່ ຂ່າວສານບ້ານເມືອງ
ເກີດເຫດ! ຄົນນອນເ ສ ຍ ຊີ ວິ ດ ບໍ່ຮູ້ສາເຫດ ຢູ່ເມືອງ ໂພນໂຮງ ແຂວງວຽງຈັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme