Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

Posted on 24/07/202024/07/2020 By News No Comments on ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ

ເພື່ອເປັນການສະຫຼຸບການຈັດຕັ້ງປະຕິບັດວຽກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ໃນ 6 ເດືອນຕົ້ນປີ ແລະ ທິດທາງໃນ 6 ເດືອນທ້າຍປີ 2020, ເພື່ອຍົກລະດັບຄວາມຮູ້ດ້ານແນວທາງນະໂຍບາຍແຜນການແຜນງານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃຫ້ພະນັກງານກອງທຶນຫຼຸດຜ່ອນຄວາມທຸກຍາກ, ທັງປັບປຸງກົງຈັກການຄຸ້ມຄອງ-ບໍລິຫານ, ກົນໄກການປະສານງານ, ການຄັດເລືອກ-ສັບຊ້ອນບຸກຄະລາກອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ແລະ ປະສົບການທີ່ມີທັງຮັບປະກັນໃຫ້ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຄວາມໝາະສົມສອດຄ່ອງກັບສະພາບຈຸດພິເສດຂອງໂຄງການໃນໄລຍະໃໝ່, ຍົກລະດັບລະບຽບແບບແຜນວິທີການເຮັດວຽກ ໃຫ້ຮັບປະກັນດ້ານປະສິດທິຜົນມີຄຸນນະພາບດີກວ່າເກົ່າ, ເສີມຂະຫຍາຍແນວຄວາມຄິດປະດິດສ້າງອັນໃໝ່, ເພີ່ມທະວີປັບປຸງການປະສານງານ, ປະສານສົມທົບ, ຮ່ວມມືກັບບັນດາກະຊວງ, ອົງການ, ຂະແໜງການຂັ້ນສູນກາງ, ອົງການປົກຄອງທ້ອງຖີ່ນ ແລະ ຜູ້ໃຫ້ທຶນ ບັນດາໂຄງການຕ່າງໆ.

Image may contain: 1 person, sitting

ສະນັ້ນ; ໃນລະຫວ່າງວັນທີ 21-22 ກໍລະກົດ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມເຝິກອົບຮົມຄວາມຮູ້ໃນດ້ານຕ່າງໆໃຫ້ພະນັກງານ ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກຂັ້ນສູນກາງ ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງຄະນະອໍານວຍການ ທລຍ, ຜູ້ຕາງໜ້າຈາກກົມພັດທະນາຊົນນະບົດ ແລະ ສະຫະກອນ, ພະນັກງານ ທລຍ ຂັ້ນສູນກາງ ລວມທັງໝົດ 35 ທ່ານ.

Image may contain: 2 people, people sitting and indoor

ທີ່ກອງປະຊຸມໄດ້ມີການລາຍງານວຽກງານທີ່ພົ້ນເດັ່ນຂອງແຕ່ລະຂະແໜງການ ແລະ ໜ່ວຍງານໃນ 6 ເດືອນຜ່ານມາ ພ້ອມທັງແບ່ງກຸ່ມຄົ້ນຄວ້າວາງແຜນວຽກງານໃນ 6 ເດືອນທ້າຍປີ 2020 ເຊັ່ນ:
1. ກຳນົດຕົວຊີ້ບອກຂອງແຕ່ລະຂະແໜງການ, ອົງການ, ທີ່ຕ້ອງພົວພັນ ແລະ ຮ່ວມມືແລກປ່ຽນຂໍ້ມູນລາຍງານ ເປັນປະຈຳ;
2. ກຳນົດພະນັກງານຮັບຜິດຊອບແຕ່ລະໜ້າວຽກ ພ້ອມຄາດໝາຍຄວາມຮູ້ຄວາມສາມາດ ຜົນໄດ້ຮັບ;
3. ກຳນົດແບບແຜນວິທີເຮັດວຽກຮ່ວມກັນ;
4. ຮ່າງແຜນພັດທະນາເບື້ອງຕົ້ນ ຂະຫຍາຍຕະໜ່າງແນ່ໃສ່ລຶບລ້າງການກືກໄອທີຂອງອົງການປົກຄອງບ້ານ ແລະ ປະ ຊາຊົນໃນບ້ານເປົ້າໝາຍ;
5. ເສີມຂະຫຍາຍດ້ານດີ ຂອງໄອທີລົງເຖິງຮາກຖານແກ່ປະຊາຊົນ ໂດຍປະຫຍັດລາຍຈ່າຍໃນການພິມເຈ້ຍ ດ້ວຍການເນັ້ນຄຣິບ, ຮູບພາບ ສົ່ງທາງ ອອນໄລ ທີ່ມີການບັນຍາຍຂອງພາສາຊົນເຜົ່າຕ່າງໆ.
6. ໃຫ້ປະຊາຊົນນຳໃຊ້ສື່ອອນລາຍ ເຂົ້າໃນການຊອກຮູ້ແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ຄວາມຮູ້ເຕັກນິກ ວິທະຍາສາດໃນການຜະລິດປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຫັນປ່ຽນແບບແຜນການດຳລົງຊີວິດໃຫ້ໄດ້ຮັບຜົນດີ

Image may contain: 7 people, people sitting, table and indoor

ນອກນັ້ນ ໄດ້ຮັບຟັງການເຜີຍແຜ່ຄຳສັ່ງສະບັບເລກທີ 097/ກມສພ, ລົງວັນທີ 18 ກຸມພາ 2020 ວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ແລະ ຈະພ້ອມກັນເອົາໃຈໃສ່ຜັນຂະຫຍາຍຄໍາສັ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນ 12 ຂໍ້ຂອງທິດທາງ ແລະ ໜ້າທີ່ຈຸດສຸມທີ່ຕິດພັນກັບວຽກງານຂອງ ທລຍ.

Image may contain: 4 people, people sitting, screen, table, office and indoor

ຜ່ານກອງປະຊຸມຄັ້ງນີ້ ໄດ້ເຮັດໃຫ້ບັນດາພະນັກງານ ມີຄວາມເຂົ້າໃຈ ແລະ ຮັບຮູ້ຢ່າງເລິກເຊິງ ເພື່ອຈະເອົາໄປຜັນຂະຫຍາຍໃຫ້ຕິດພັນກັບໜ້າທີ່ວຽກງານທີ່ແຕ່ລະຂະແໜງຮັບຜິດຊອບ.

Image may contain: 1 person, sitting and indoor
ຂ່າວສານບ້ານເມືອງ

Post navigation

Previous Post: ເສຍຊີວິດຄາທີ່ 1 ລົດຈັກຖືກຕໍາແລ້ວໜີເຂດເມືອງຫີນບູນ
Next Post: ດ່ວນທີ່ສຸດ! ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນແລ້ວ

Related Posts

ເຈົ້າແຂວງໆຄຳມ່ວນ ຢ້ຽມຊົມຖໍ້າເຫີບ ແລະ ກະຕຶບບ້ານນາ ແຫຼ່ງທ່ອງທ່ຽວເມືອງຄູນຄຳ ຂ່າວສານບ້ານເມືອງ
ສະຫຼົດໃຈ! ຂີ່ລົດຈັກມາຜົວເມຍລູກຖືກລົດພວງຕໍາແລ້ວລົບໜີ ຂ່າວສານບ້ານເມືອງ
ດ່ວນ! ແຈ້ງປັບລາຄານໍ້າມັນຂຶ້ນທຸກຊະນິດເລີ່ມ 6 ໂມງເຊົ້າ ວັນທີ 14 ມັງກອນ 2022 ເປັນຕົ້ນ ຂ່າວສານບ້ານເມືອງ
ລັດ ເຫັນດີໃຫ້ປະຕິບັດນະໂຍບາຍເງິນອຸດໜູນວ່າງງານໃຫ້ຜູ້ທີ່ຢູ່ໃນລະບົບປະກັນສັງຄົມ ຂ່າວສານບ້ານເມືອງ
ແຂວງຜົ້ງສາລີ ມອບ – ຮັບ ໜ້າທີລະຫ່ວາງຮອງເຈົ້າແຂວງຜູ້ເກົ່າ ແລະ ຜູ້ໃໝ່ ຂ່າວສານບ້ານເມືອງ
3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme