Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເດັກນ້ອຍຖືກຕົວະຂຶ້ນລົດເພື່ອໄປເອົາເງິນ, ເຫດເກີດຢູ່ ບ້ານເມືອງນ້ອຍຍັງບໍ່ຮູ້ຊາຕາກໍາ

Posted on 23/07/202023/07/2020 By News No Comments on ເດັກນ້ອຍຖືກຕົວະຂຶ້ນລົດເພື່ອໄປເອົາເງິນ, ເຫດເກີດຢູ່ ບ້ານເມືອງນ້ອຍຍັງບໍ່ຮູ້ຊາຕາກໍາ

ເກີດເຫດຕົວະເດັກນ້ອຍເພດຊາຍ ຊື່ທ້າວຕຸກຕິກ ຂຶ້ນລົດເພື່ອໄປເອົາເງິນ ມື້ເຊົ້ານີ້ ວັນທີ 23 ກໍລະກົດ ເວລາປະມານ 9 ໂມງ ຢູ່ບ້ານເມືອງນ້ອຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຮອດປັດຈຸນັນນີ້ ຍັງບໍ່ເຫັນຕົວຜູ້ກ່ຽວ ແລະ ຍັງບໍ່ຮູ້ຊາຕາກໍາ.

Image may contain: 1 person, selfie and closeup

ຜູ້ເຫັນເຫດການໄດ້ກ່າວຕໍ່ທີມງານວຽງຈັນທາຍວ່າ: ເວລາປະມານ 8 ໂມງ 50 ໄດ້ມີຜູ້ຍິງຖືພາໄດ້ຂີ່ລົດເກັງສີດໍາ (ບໍ່ຮູ້ໝາຍເລກທະບຽນ) ໄດ້ມາຊື້ເຂົ້າສານ 4 ເປົາ ແລະ ໄຂ່ 4 ແຕະ ຢູ່ຮ້ານແມ່ຂອງເດັກຊາຍຄົນດັ່ງກ່າວຢູ່ບ້ານເມືອງນ້ອຍ ແຕ່ບໍ່ທັນໄດ້ຈ່າຍເງິນ, ຍິງຄົນດັ່ງກ່າວໄດ້ບອກໃຫ້ທ້າວຕຸກຕິກຂຶ້ນລົດໄປກັບລາວ ເພື່ອໄປເອົາເງິນ ແຕ່ເມື່ອຂຶ້ນລົດແລ້ວທັງສອງກໍ່ໄດ້ຂີ່ລົດອອກໄປ ບໍ່ຮູ້ວ່າໄປໃສ, ຮອດປັດຈຸບັນນີ້ ຍັງບໍ່ພົບເຫັນທ້າວຕຸກຕິກເທື່ອ.

Image may contain: one or more people, car and outdoor

ກອງຫຼອນບ້ານເມືອງນ້ອຍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍາລັງເລັ່ງຕິດຕາມຊອກຫາເດັກຊາຍຄົນດັ່ງກ່າວ, ຖ້າມີຄວາມຄືບໜ້າຈະລາຍງານຕາມພາຍຫຼັງ. ທ່ານໃດພົບເຫັນລົດຜູ້ຕ້ອງສົງໃສ ຫຼື ເດັກນ້ອຍຕາມຮູບກະລຸນາໂທຫາເບີ 0302277349 ຈະມີການສົມມະນາຄຸນ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫຼົດໃຈ! ລົດປີ້ນເສຍຊີວິດ 1 ທາງເມືອງສັງທອງ
Next Post: ປະກາດຊອກຫາ ທ້າວໂຕ່ຍ ຂາດການຕິດຕໍ່ແຕ່ 5 ກໍລະກົດ 2020

Related Posts

ຂ່າວດ່ວນເດີ້ ປັບຂຶ້ນລາຄານໍ້າມັນທົ່ວປະເທດ ຂ່າວສານບ້ານເມືອງ
ແຕ່ງຕັ້ງ ທ່ານ ຮສ ດຣ ພູທອນ ເມືອງປາກ ເປັນປະທານອົງການກາແດງລາວ ຂ່າວສານບ້ານເມືອງ
ກໍານໍາທັນເລາະ ລັ ກ ເງິນວັດ ຫຼາຍກວ່າ 23 ລ້ານ ສຸດທ້າຍຖືກ ຈັ ບ ຂ່າວສານບ້ານເມືອງ
ຂ່າວດ່ວນ… ເກີດເຫດຍິງກັນເສຍຊີວິດ 2 ຄົນ ເຂດ ທາງ 450 ປີ ຂ່າວສານບ້ານເມືອງ
ແຂວງຜົ້ງສາລີ ອອກຄຳສັ່ງຫ້າມປະຊາຊົນ ເຂົ້າອອກແຂວງຜົ້ງສາລີ ແລະ ການເຂົ້າ-ອອກລະຫວ່າງເມືອງຕໍ່ເມືອງ ຂ່າວສານບ້ານເມືອງ
ຜູ່ຕິດເຊື້ອໃນຈີນລຸດລົງ, ແຕ່ປະເທດອື່ນໆ ເພີ່ມຂຶ້ນ, ໂດຍສະເພາະ ເກົາຫຼີໃຕ້, ທະວີບອາຟຣິກາ ກໍ່ມີລາຍງານ Covid-19 Update 28/2/2020 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme