ຈາກເຫດການ ຄາດຕະກໍາສອງແມ່ລູກ ໃນຕອນເຊົ້າ ວັນທີ່ 22 ກໍລະກົດ 2020 ທີ່ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຜູ່ເສຍຊິວິດທັງສອງ ຊາບຊື່ແມ່ນ ແມ່ຊື່ ນາງຄໍາພຸດ ບຸດສະດີ (ຕັ້ງ) ອາຍຸ 40ປີ, ລູກຊາຍຊື່ ທ້າວອາເລັກ ບຸດສະດີ ອາຍຸ 10 ປີ.

ທັງສອງຖືກຄາດຕະກໍາຢ່າງໂຫດຮ້າຍ.

ບັນດາຍາດພີ່ນ້ອງມແລະ ໝູ່ເພື່ອນ ຕ່າງສະແດງຄວາມເສຍໃຈກັບເຫດການຄັ້ງນີ້. ງານສົ່ງສະການແມ່ນຈະຈັດໃນບ່າຍວັນທີ່ 23 ກໍລະກົດ 2020.

ເປັນກໍາລັງໃຈໃຫ້ເຈົ້າໜ້າທີ່ ສາມາດສືບສວນ ແລະ ຈັບຄາດຕະກອນມາຮັບໂທດຕາມກົດໝາຍຂອງບ້ານເມືອງ.
ສະແດງຄວາມເສຍໃຈອີກຄັ້ງກັບຄອບຄົວຂອງຜູ່ເຄາະຮ້າຍໃນຄັ້ງນີ້.

ຂ່າວກ່ອນໜ້ານີ້
ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດຄາດຕະກຳໂຫດ ສອງແມ່ລູກຖືກປາດຄໍ ເສຍຊີວິດຄາທີ່

ຈາກປະຊາຊົນມາຕອນເວລາ 10:00 ວັນທີ່ 22 ກໍລະກົດ2020 ວ່າ: ມີຜູ່ຊາຍ (ຜົວຂອງຜູ່ເສຍຊີວິດ) ແລ່ນອອກຈາກເຮືອນມາແຈ້ງບ້ານວ່າມີຄົນຂ້າເມຍແລະລູກຕົນເອງ ເສຍຊີວິດ. ເກີດເຫດຢູ່ບ້ານ ທ່າພະລານໄຊ ຫຼັກ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຕອນນີ້ຕຳຫຼວດກັກຕົວຜູ້ຝ່ເປັນຜົວໄວ້ສືບສວນ ແລະ ສົ່ງເຈົ້າໜ້າທີ່ໄປກວດສອບທີ່ເກີດເຫດ ເພື່ອ ເກັບຫຼັກຖານໃຫ້ລະອຽດ. ຈາກຂໍ້ມູນເບື້ອງຕົນ ແມ່ ແລະ ລູກ ແມ່ນຖືກປາດຄໍ ນອນເສຍຊີວິດ ຢູ່ພື້ນເຮືອນ.
ລາຍລະອຽດ ຂອງເຫດການຄັ້ງນີ້ ຈະລາຍງານເພີ່ມເຕີມໃຫ້ທ່ານຮັບຮູ້ຕື່ມພາຍຫຼັງ

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້
ສອງແມ່ລູກທີ່ເສຍຊີວິດ

.
