Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພໍ່ແມ່ປະຊາຊົນ ແລະ ການນຳຂັ້ນເມືອງເຊບັ້ງໄຟລົງ ຊ່ວຍກັນກໍ່ສ້າງສ້ອມແປງຂົວບ້ານດອນສະອາດ

Posted on 22/07/202022/07/2020 By News No Comments on ພໍ່ແມ່ປະຊາຊົນ ແລະ ການນຳຂັ້ນເມືອງເຊບັ້ງໄຟລົງ ຊ່ວຍກັນກໍ່ສ້າງສ້ອມແປງຂົວບ້ານດອນສະອາດ

ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃນວັນທີ 17 ກໍລະກົດ 2020 ຜ່ານມານີ້ ການນຳເມືອງເຊບັ້ງໄຟ , ສົມທົບກັບຫ້ອງການໂຍທາທິການແລະຂົນສົ່ງເມືອງ ລົງຊຸກຍູ້ການກໍ່ສ້າງ ຂົວຫ້ວຍອານ 2 ບ້ານດອນສະອາດ, ສໍາຫຼວດຄວາມເປັນໄປໄດ້ໃນການສ້ອມແປງເສັ້ນທາງແຕ່ບ້ານນາຊອຍຫາບ້ານວັງເດືອນຫ້າ ແລະເສັ້ນທາງອອກໄປຫາເມືອງໄຊບົວທອງ ເຊິ່ງນຳພາໂດຍ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ.

Image may contain: 7 people, people standing, outdoor and nature

ຈຸດປະສົງໃນການສ້າງຂົວນີ້ແມ່ນ ເພື່ອເຮັດໃຫ້ການສັນຈອນໄປມາຫາສູ່ກັນຂອງພໍ່-ແມ່ປະຊາຊົນພາຍໃນບ້ານ ແລະ ການສັນຈອນໄປ-ມາລະຫວ່າງບ້ານຫາບ້ານ ໄປມາຫາສູ່ກັນມີຄວາມສະດວກສະບາຍຕື່ມ ພ້ອມກັນນັ້ນ ກໍ່ເພື່ອເປັນການປຸກລະດົມຄວາມສາມັກຄີຂອງພໍ່-ແມ່ປະຊາຊົນພາຍໃນກຸ່ມບ້ານ ແລະ ສ້າງຄວາມສາມັກຄີຮັດແໜ້ນລະຫວ່າງການນຳເມືອງ ກັບ ພໍ່-ແມ່ປະຊາຊົນ,ຂົວຫ້ວຍອານ 2 ໄດ້ເລີ່ມລົງມືການກໍ່ສ້າງແຕ່ວັນທີ 10 ມີຖຸນາ 2020 ມາຮອດວັນທີ 17 ກໍລະກົດ 2020 ສຳເລັດແລ້ວ 65%, ຄາດຄະເນວ່າຈະສໍາເລັດໃນວັນທີ 25 ສິງຫາ 2020 , ຂົວທີ່ສ້າງໃນຄັ້ງນີ້ ເປັນຂົວໄມ້ ປູດ້ວຍແປ້ນ, ເຊິ່ງມີຄວາມຍາວ 30 ແມັດ , ກວ້າງ 3,5 ແມັດ, ລວມມູນຄ່າໃນການກໍ່ສ້າງທັງໝົດ 56 ລ້ານ ຫົກແສນຫ້າສິບພັນກີບ, ໃນນັ້ນໄດ້ຮັບທຶນສົມທົບຈາກໂຄງການສຸພານິມິດ 4 ລ້ານກີບ, ເຊິ່ງການກໍ່ສ້າງຂົວໃນຄັ້ງນີ້ແມ່ນໄດ້ລະດົມແຮງງານຂອງພໍ່-ແມ່ປະຊາຊົນບ້ານດອນສະອາດ.

Image may contain: one or more people, people sitting, outdoor and nature

ພ້ອມດຽວກັນນັ້ນ ຍັງໄດ້ສຳຫຼວດຄວາມເປັນໄປໄດ້ໃນການສ້ອມແປງເສັ້ນທາງແຕ່ບ້ານນາຊອຍຫາບ້ານວັງເດືອນຫ້າ ແລະເສັ້ນທາງອອກໄປຫາເມືອງໄຊບົວທອງ. ຈາກນັ້ນ ທ່ານ ທອງໄຊ ມັງໜໍ່ເມກ ເຈົ້າເມືອງໆເຊບັ້ງໄຟ ກໍ່ໄດ້ຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງບ້ານ ແລະ ພໍ່-ແມ່ປະຊາຊົນໃຫ້ເຕົ້າໂຮມຄວາມສາມັກຄີ ສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການກໍ່ສ້າງຂົວໃນຄັ້ງນີ້ ແລະ ກໍ່ໄດ້ເນັ້ນໃຫ້ພໍ່-ແມ່ປະຊາຊົນເອົາໃຈໃສ່ໃນການກໍ່ສ້າງຂົວໃຫ້ສຳເລັດໃນມໍ່ໆນີ້

Image may contain: one or more people, outdoor and nature

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວດ່ວນ! ສອງແມ່ລູກຖືກຄາດຕະກໍາທີ່ທ່າພະລານໄຊ
Next Post: ຈະສົ່ງສະການສອງແມ່ລູກທີ່ຖືກຄາດຕະກໍາໂຫດ ວັນທີ່ 23 ກໍລະກົດ

Related Posts

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ສົນທະນາທາງໂທລະສັບກັບສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສະໄໝທີ XIII ຂ່າວສານບ້ານເມືອງ
ໄຟໄໝ້ເຮືອນ 2 ຫຼັງ ທີ່ບ້ານຫົວນໍ້າສ້າງ ເມືອງຈໍາພອນ 14/1/2020 ຂ່າວສານບ້ານເມືອງ
ແຈ້ງການ! ແຂວງວຽງຈັນສັ່ງໂຈະການຮຽນ-ການສອນຊົ່ວຄາວທົ່ວແຂວງ ຂ່າວສານບ້ານເມືອງ
ຊີ້ແຈງກໍລະນີຄ່າກະແສໄຟຟ້າ ທີ່ເກີດຂຶ້ນຢູ່ ເມືອງນາຊາຍທອງ ບິນຄ່າໄຟຟ້າ 68 ລ້ານກວ່າກີບ ກວດຄືນແລ້ວ ມີແຕ່ 940.032 ກີບ ຂ່າວສານບ້ານເມືອງ
ໄຂກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ ບໍລິຄຳໄຊ ຂ່າວສານບ້ານເມືອງ
ດ່ວນບໍ່ແກ້ວສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເປັນເວລາ 14 ວັນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme