ນະຄອນຫຼວງວຽງຈັນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ເກີດເຫດຄາດຕະກຳໂຫດ ສອງແມ່ລູກຖືກປາດຄໍ ເສຍຊີວິດຄາທີ່

ຈາກປະຊາຊົນມາຕອນເວລາ 10:00 ວັນທີ່ 22 ກໍລະກົດ2020 ວ່າ: ມີຜູ່ຊາຍ (ຜົວຂອງຜູ່ເສຍຊີວິດ) ແລ່ນອອກຈາກເຮືອນມາແຈ້ງບ້ານວ່າມີຄົນຂ້າເມຍແລະລູກຕົນເອງ ເສຍຊີວິດ. ເກີດເຫດຢູ່ບ້ານ ທ່າພະລານໄຊ ຫຼັກ 4, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຕອນນີ້ຕຳຫຼວດກັກຕົວຜູ້ຝ່ເປັນຜົວໄວ້ສືບສວນ ແລະ ສົ່ງເຈົ້າໜ້າທີ່ໄປກວດສອບທີ່ເກີດເຫດ ເພື່ອ ເກັບຫຼັກຖານໃຫ້ລະອຽດ. ຈາກຂໍ້ມູນເບື້ອງຕົນ ແມ່ ແລະ ລູກ ແມ່ນຖືກປາດຄໍ ນອນເສຍຊີວິດ ຢູ່ພື້ນເຮືອນ.
ລາຍລະອຽດ ຂອງເຫດການຄັ້ງນີ້ ຈະລາຍງານເພີ່ມເຕີມໃຫ້ທ່ານຮັບຮູ້ຕື່ມພາຍຫຼັງ

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້
ສອງແມ່ລູກທີ່ເສຍຊີວິດ

.
