Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

Posted on 22/07/202022/07/2020 By News No Comments on ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

ໃນວັນທີ 21 ກໍລະກົດ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ (Video Conference) ກັບ ທ່ານ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໂດຍຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ທ່ານທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ ແລະ ການຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມພົບປະດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ທ່ານນາຍົກລັດຖະມົນຕີ ຫລີ ເຄີ້ສຽງຜ່ານລະບົບທາງໄກນີ້, ຊຶ່ງຖືເປັນກົນໄກອັນໃໝ່ຍ້ອນສະພາບໂຄວິດ-19. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງໂດຍສະເພາະຕໍ່ຍາດຕິພີ່ນ້ອງ ແລະ ຜູ້ໄດ້ຮັບເຄາະຢ່າງຮ້າຍຈາກເຫດການນ້ຳຖ້ວມຢູ່ຫຼາຍແຂວງຂອງ ສປ ຈີນ ເຊິ່ງໄດ້ສ້າງຄວາມສູນເສຍດ້ານຊີວິດ ແລະ ຊັບສິນ ເປັນຈຳນວນຫຼວງຫຼາຍ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍຍັງໄດ້ຕີລາຄາຄືນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການປະຕິບັດຜົນຂອງການພົບປະສອງນາຍົກໃນຕົ້ນເດືອນມັງກອນ 2020 ຜ່ານມາຢູ່ນະຄອນຫຼວງປັກກິ່ງ.

Image may contain: 5 people, people sitting, table and indoor

ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການໃຊ້ມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ຂອງທ່ານຈີນ, ສປປ ລາວ ຖືວ່າເປັນໄຊຊະນະອັນໃຫຍ່ຫຼວງຂອງຈີນທັງເປັນບົດຮຽນສຳຄັນໃຫ້ໂລກອີກດ້ວຍ, ພ້ອມທັງສະແດງຄວາມຄວາມຂອບໃຈ ທ່ານຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບເຊື້ອພະຍາດ ໂຄວິດ-19 ນັບແຕ່ຕົ້ນຈົນເຖິງປະຈຸບັນເຊິ່ງເຮັດໃຫ້ ສປປ ລາວ ບໍ່ມີຜູ້ຕິດເຊື້ອດັ່ງກ່າວເປັນເວລາຫຼາຍກວ່າ 3 ເດືອນແລ້ວ.

Image may contain: 1 person, sitting and indoor

ສອງນາຍົກລັດຖະມົນຕີຍັງໄດ້ແລກປ່ຽນ ແລະ ປຶກ ສາຫາລືກ່ຽວກັບການຮ່ວມມືສອງຝ່າຍເຊັ່ນ: ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ທີ່ສອງທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມລົງນາມໃນເດືອນເມສາ ປີ 2019 ຜ່ານມາ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ; ການເປີດຊ່ອງທາງດ່ວນເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ຊຶ່ງກັນ ແລະ ກັນ ການກະກຽມຈັດກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3; ການກະກຽມແຜນການເດີນທາງຢ້ຽມຢາມ ສປ ຈີນ ຂອງການນຳຂັ້ນສູງຂອງ ສປປ ລາວ ໃນທ້າຍປີ 2020; ການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ທີ່ ນະຄອນໜານໜິງ ໃນເດືອນພະຈິກ 2020. ພ້ອມດຽວກັນນີ້, ໃນປີ 2021 ຈະເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບ ຮອບ 60 ປີ (ວັນທີ 25 ເມສາ 1961 – 25 ເມສາ 2021) ແລະ ເປັນປີມິດຕະພາບ ລາວ-ຈີນ ໂດຍສອງຝ່າຍໄດ້ເຫັນ ດີຮ່ວມກັນຈັດຕັ້ງສະເຫຼີມສະຫຼອງຢ່າງມີບັນຍາກາດ ແລະ ມີຄວາມໝາຍເລິກເຊິ່ງ.

Image may contain: 2 people, screen

ໃນຕອນທ້າຍ ທ່ານ ທອງລຸນ ສີສຸລິດ ໄດ້ອວຍພອນ ທ່ານ ຫລີ ເຄີ້ສຽງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງທ່ານ ແລະ ອວຍພອນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະ ນົງແກ່ນ ຕາມທິດ 4 ດີ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳດຽວກັນ ແລະ ທ່ານ ທອງລຸນ ສີສຸລິດ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ທ່ານ ເລຂາທິການໃຫຍ່, ປະ ທານປະເທດ ບຸນຍັງ ວໍລະຈິດ ເຖິງ ທ່ານເລຂາທິການໃຫຍ່, ປະ ທານປະເທດ ສີ ຈິ້ນຜິງ ແລະ ທ່ານ ຫລີ ເຄີ້ສຽງ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ທ່ານເລຂາທິ ການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງ ທ່ານເລຂາທິ ການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຊັ່ນດຽວ ກັນ.

ພາບ-ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

ຂ່າວສານບ້ານເມືອງ

Post navigation

Previous Post: ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ
Next Post: ຂ່າວດ່ວນ! ສອງແມ່ລູກຖືກຄາດຕະກໍາທີ່ທ່າພະລານໄຊ

Related Posts

ຈັ ບ ແ ກ້ ງລັກລອບຂາຍ ຢ 5 ຄົນໄປດຳເນີນຄະດີ ຂ່າວສານບ້ານເມືອງ
ສະຫະພັນກຳມະບານແຂວງສະຫວັນນະເຂດ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນເຂດບ້ານທີ່ຖືກນ້ຳຖ້ວມ ຂ່າວສານບ້ານເມືອງ
ກອງພັນໃຫຍ່ 584 ປິດຊຸດເຝີກອົບຮົມ-ຫັດແອບທະຫານໃໝ່ຊຸດທີ XXI ປະຈຳປີ 2020 ຂ່າວສານບ້ານເມືອງ
ສະຖານີວັງວຽງ ເລີ່ມໃຫ້ບໍລິການຂົນສົ່ງສິນຄ້າຂອງລົດໄຟລາວ-ຈີນ ຂ່າວສານບ້ານເມືອງ
ເມືອງປາກທາ ມອບ-ຮັບ ເງິນອູດໜູນເສຍຊີວິດໃຫ້ແກ່ພະນັກງານລັັດຖະກອນຄູ ຂ່າວສານບ້ານເມືອງ
ແຈ້ງການ! ຢ່າງເປັນທາງການ ກ່ຽວກັບບຸນອອກພັນສາປະວໍຣະນາ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ປະຈຳປີ ພສ ໒໕໖໓ (2020) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme