Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ

Posted on 22/07/202022/07/2020 By News No Comments on ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ

ໃນວັນທີ 21/7/2020 ປິດບັ້ນຝຶກອົບຮົມຫັດແອບປັບປຸງລະບຽບແບບແຜນຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍໃຫ້ແກ່ພະນັກງານ – ນັກຮົບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ ແຂວງໄຊສົມບູນ ປະຈໍາປີ 2020

Image may contain: one or more people and outdoor

ກອງບັນຊາການທະຫານເມືອງອະນຸວົງ ໄດ້ປິດບັ້ນຝຶກອົບຮົມຫັດແອບປັບປຸງລະບຽບແບບແຜນຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍໃຫ້ແກ່ພະນັກງານ – ນັກຮົບຂອງຕົນຂຶ້ນ ໃນວັນທີ 17 ກໍລະກົດ 2020 ຢູ່ທີສະໜາມຫັດແອບ ກອງຮ້ອຍ 116 ໂດຍພາຍໃຕ້ການເປັນປະທານເຂົ້າຮ່ວມຂອງ ທ່ານ ດົວຊົ່ງ ເລ່ຍໂກ ຮອງເລຂາ ຄະນະບໍລິຫານງານພັກເມືອງ – ເມືອງອະນຸວົງ ມີສະຫາຍ ພັທ ປອ ຄໍາຕ໋ອຍ ມະນີວອນ ຮອງຫ້ອງເສນາທິການ ກອງບັນຊາການທະຫານແຂວງໄຊສົມບູນ ມີສະຫາຍ ພັທ ດ່າລໍ່ ຊົ່ງຢົວໜາວເຮີ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງອະນຸວົງ; ມີຄະນະພັກ – ຄະນະບັນຊາ ນາຍ ແລະ ພົນທະຫານ ຄະນະຄູອາຈານ ຄະນະຮັບຜິດຊອບບັ້ນຝຶກອົບຮົມ ແລະ ແຂກຖືກເຊີນເຂົ້າຮ່ວມ.

Image may contain: tree, outdoor and nature

ໃນພິທີ ສະຫາຍ ພັຕ ຄືຊົ່ງ ຢາບີ ຮອງການທະຫານ ໄດ້ຂຶ້ນຜ່ານບົດສະຫຼຸບ ບັ້ນຝຶກອົບຮົມໄລຍະສັ້ນໃນຄັ້ງນີ້ແມ່ນໄດ້ດໍາເນີນມາເປັນເວລາ 17 ວັນຈຶ່ງສໍາເລັດ; ເນື້ອໃນອົບຮົມ ມີ 3 ພາກ; ໃນນັ້ນ ພາກການເມືອງ ສະເລ່ຍຜົນໄດ້ຮັບ 90%; ພາກການທະຫານ 90%; ພາກພະລາທິການ 90%; ໃນຕອນທ້າຍພິທີ ທ່ານ ດົວຊົ່ງ ເລ່ຍໂກ ຮອງເລຂາຄະນະບໍລິຫານງານພັກເມືອງ ເມືອງອະນຸວົງ ກໍ່ໄດ້ໃຫ້ຄໍາເຫັນໂອ້ລົມເພື່ອຊີ້ທິດເຍື່ອງທາງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງບັນດາ ນາຍ ແລະ ພົນທະຫານ ທົ່ວກອງບັນຊາການທະຫານເມືອງອະນຸວົງ ເຊິ່ງກອນອື່ນ ທ່ານ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍໍ່ຜົນສໍາເລັດບັ້ນຝຶກອົບຮົມໃນຄັ້ງນີ້ ໄດ້ບັນລຸຕາມລະດັບຄາດໝາຍທີ່ວ່າງໄວ້ ແລະ ຮັບປະກັນຄວາມປອດໄພໄດ້ 100%; ພ້ອມນັ້ນຮຽກຮ້ອງໃຫ້ບັນດານາຍ ແລະ ພົນທະຫານ ຈົ່ງພ້ອມກັນນໍາເອົາເນື້ອໃນບັ້ນຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນສູງ; ໂດຍສະເພາະ ກໍາເອົາດ້ານເນື້ອໃນ; ທິດສະດີ – ຫຼັກການ; ດ້ານສີລະປະຍຸດ – ຢຸດທະວິທີ ແລະ ບັນດາບາດກ້າວທ່າຈັ່ງວະຕ່າງໆ ເຂົ້າໃນໜ້າທີ່ວຽກງານ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງຕົນໃຫ້ປະກົດຜົນເປັນຈິ່ງ.

Image may contain: one or more people, people standing, sky, child, tree, outdoor and nature
ຂ່າວສານບ້ານເມືອງ

Post navigation

Previous Post: ຫໍຫລັກເມືອງແຂວງໄຊສົມບູນ ສ້າງສໍາເລັດ 100% ແລ້ວ
Next Post: ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ

Related Posts

ຂົນກັນຊາ 100 ກວ່າກິໂລ ໄປບໍ່ລອດຖືກຈັບ ຂ່າວສານບ້ານເມືອງ
ກໍລະນີມີຂ່າວທາງສື່ສັງຄົມອອນລາຍວ່າມີຜູ້ແພ້ຢາວັກຊີນປ້ອງກັນພະຍາດໂ ຄ ວິ ດ ທີ່ເປັນຜື່ນແດງທົ່ວຕົນໂຕນັ້ນ ແມ່ນບໍ່ມີຄວາມຈິງ ຂ່າວສານບ້ານເມືອງ
ລົດຈັກປະທະລົດໃຫຍ່ ທາງເຂດເມືອງຊຽງເງິນ ເສຍຊີວິດ 1 ຂ່າວສານບ້ານເມືອງ
ກໍ່ເຫດກະທໍາສໍາເລົາເດັກແຕ່ບໍ່ສໍາເລັດ ຖືກຈັບມາລົງໂທດ ຂ່າວສານບ້ານເມືອງ
ທຸລະກິດໃດ ຢາກກູ້ເງິນ ດອກເບ້ຍ 3% ຕໍ່ປີ ເຊີນອ່ານ ຂ່າວສານບ້ານເມືອງ
ຊຸນລະວຸນໄວລຸ້ນ ຊຸ ມ ແ ຊ ວໃນຮ້ານບັນເທີງ ຫຼັກຖານຄົບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme