Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫໍຫລັກເມືອງແຂວງໄຊສົມບູນ ສ້າງສໍາເລັດ 100% ແລ້ວ

Posted on 21/07/202021/07/2020 By All in LAOS No Comments on ຫໍຫລັກເມືອງແຂວງໄຊສົມບູນ ສ້າງສໍາເລັດ 100% ແລ້ວ

ໄຊສົມບູນ: ກອງປະຊຸມ ຄະນະກຳມະການຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 21 ກໍລະກົດ ນີ້ ທີ່ຫ້ອງປະຊຸມພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ

ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ, ຮອງເຈົ້າແຂວງໄຊສົມບູນ, ທັງເປັນຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ, ມີທ່ານ ຕົ່ງມົວ ຊົວໂກ້, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ, ຮອງຫົວໜ້າຄະນະຮັບຜິດຊອບຕິດຕາມ, ກວດກາ ແລະ ຄຸ້ມຄອງ ໂຄງການກໍ່ສ້າງຫໍຫຼັກເມືອງ ທັງເປັນເຈົ້າຂອງໂຄງການ, ທ່ານ ສົມບູນ ສອນລິດທິເດດ, ຫົວໜ້າຫ້ອງວ່າການ ແຂວງ ພ້ອມດ້ວຍຄະນະກຳມະການທີ່ກ່ຽວຂ້ອງ, ບໍລິສັດທີ່ປຶກສາໂຄງການ ແລະ ບໍລິສັດຮັບເໝົາກໍ່ສ້າງ ເຂົ້າຮ່ວມ.


ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງໂຄງການ ຈາກທ່ານ ທົງສະຫວັນ ໂພສະລາດ, ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຊຶ່ງໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 1 ມັງກອນ 2016 ເປັນຕົ້ນມາ

ໂດຍແມ່ນບໍລິສັດ ພັດທະນາພູເບ້ຍ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ

ມາຮອດປັດຈຸບັນສຳເລັດແລ້ວ 100% ໂດຍນຳໃຊ້ເວລາການກໍ່ສ້າງຕົວຈິງ 55 ເດືອນ ຊຶ່ງຫໍຫຼັກເມືອງປະກອບມີ 2 ຊັ້ນ, ກວ້າງ 31 ແມັດ x 31 ແມັດ, ສູງ 25 ແມັດ ຈາກລະດັບໜ້າດິນ, ເປັນໂຄງສ້າງປະກອບເປຕົງເສີມເຫຼັກທັງໝົດ, ຫຼັງຄາມຸງດ້ວຍດິນຂໍ-ໂຄງເຫຼັກ 3 ຊັ້ນ, ພື້ນປູດ້ວຍກະໂລຫີນເຜົາ, ມີລະບົບລະບາຍນໍ້າອອກ, ລະບົບໄຟຟ້າ, ລະບົບກະຈາຍສຽງ, ຮູບຊົງອາຄານເປັນເອກະລັກຊົງລາວ, ຕົບແຕ່ງລວດລາຍທັງພາຍໃນ ແລະ ນອກອາຄານ, ມີແຜນຜັງທາງດ້ານສະຖາປັດຕະຍະກຳ ແລະ ເຕັກນິກໂຄງສ້າງ ຢ່າງລະອຽດ.

ພ້ອມນີ້ ຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ຂອງໂຄງການກໍ່ສ້າງຫໍຫຼັກເມືອງ ຈາກບໍລິສັດ ທີ່ປຶກສາໂຄງການ ແລະ ບໍລິສັດ ຜູ້ຮັບເໝົ່າກໍ່ສ້າງ ຕື່ມອີກ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນປະກອບຄຳຄິດ-ຄຳເຫັນ ຢ່າງກໍໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ ກໍເພື່ອພ້ອມກັນຄົ້ນຄວ້າ ແລະ ເອກະກພາບ ກ່ຽວກັບການລົງກວດກາ ຜົນສຳເລັດໂຄງການກໍ່ສ້າງ 100%.

ຈາກນັ້ນ ຄະນະກຳມະການທັງໝົດ ໄດ້ພ້ອມກັນລົງກວດກາສະຖານທີ່ກໍ່ສ້າງຕົວຈິງ. ຊຶ່ງພາຍຫຼັງສຳເລັດແລ້ວ ຫໍຫຼັກເມືອງແຫ່ງນີ້ ຈະກາຍເປັນສະຖານທີ່ສັກສິດ ແລະ ສັກກາລະບູຊາ ຂອງເມືອງອະນຸວົງ ກໍຄືແຂວງໄຊສົມບູນ ໃນອະນາຄົດ ທັງເປັນສະຖານທີ່ທ່ອງທ່ຽວ ທີ່ສວຍງາມທາງດ້ານວັດທະນະທຳ ແລະ ສະຖາປັດຕະຍະກຳ ທີ່ເປັນກະລັກ ນອກນີ້ ແຂວງໄຊສົມບູນ ກໍຈະມີໃບໜ້າອັນໃໝ່ທີ່ມີຫໍຫຼັກເມືອງຕັ້ງສະຫງ່າ ອັນເປັນສູນລວມທາງດ້ານຈິດໃຈ ທັງເປັນມູນມໍລະດົກທີ່ສຳຄັນ ແລະ ມິ່ງຂວັນ ຂອງຊາວແຂວງໄຊສົມບູນ ຕະຫຼອດໄປ.

ພາບ-ຂ່າວ: ຈິນລະວອນ ວໍລະສົມບູນ

ຂ່າວສານບ້ານເມືອງ

Post navigation

Previous Post: ອາສາກູ້ໄພ ທັງຊ່ວຍຄົນເຈັບ ທັງໄລ່ຈັບລົດກະບະທີ່ຕໍາແລ້ວໜີ
Next Post: ປິດບັ້ນຝຶກອົບຮົມຫັດແອບ ກໍາລັງປະກອບອາວຸດ ທົ່ວກອງບັນຊາການທະຫານເມືອງອະນຸວົງ

Related Posts

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ແລະ ວິທະຍາຄານການແພດເອກະພາບບົດສຸຂະສຶກສາກ່ຽວກັບພະຍາດ ໂຄວິດ-19 ຂ່າວສານບ້ານເມືອງ
ສະຫວັນນະເຂດກັບໃບຫນ້າໃຫມ່ແຄມຂອງໃນນະຄອນໄກສອນ ພົມວິຫານມີແນວປ່ຽນແປງ ຂ່າວສານບ້ານເມືອງ
ເຈົ້າເມືອງວິລະບູລີນຳພາອົງການຈັດຕັ້ງມະຫາຊົນ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເກັບກູ້ຜົນຜະລິດເຂົ້ານາປີຂອງປະຊາຊົນທີ່ຖືກນຳ້ຖ້ວມ ຂ່າວສານບ້ານເມືອງ
ຄລິບສໍາພາດ ນັກດໍານໍ້າ 1624 ຕໍ່ກັບອຸປະສັກ ແລະ ຕອນພົບສົບ ຜູ່ສູນຫາຍ ທີ່ອ່າງນໍ້າງຶ່ມ ຂ່າວສານບ້ານເມືອງ
9 ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຂ່າວສານບ້ານເມືອງ
ໝູບຄາພື້ນ! ຈັບໂຈນດຶງກະເປົາທີ່ດອນຕະລາດ (ມີຄລິບ) ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme