ນະຄອນຫຼວງວຽງຈັນ: ໜ່ວຍກູ້ໄພ ອາສາເພື່ອປະຊາຊົນແຈ້ງໃຫ້ຮູ້ ໃນວັນທີ 21 ກໍລະກົດ 2020 ເວລາ 17:28ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 54323636 ວ່າ ມີເຫດລົດໃຫຍ່ຕຳລົດຈັກແລ້ວຫນີ ເຂດບ້ານໂພນສະຫວັນ ເມືອງ ໄຊຖານີ ນະຄອນຫລວງ.

ລົດດັ່ງກ່າວແມ່ນຂີ່ມາຕາມສາຍທາງທີ 13 ໃຕ້ ຮອດຫລັກ36 ຈຸດປະຈຳການຂອງພວກເຮົາ ຈຶ່ງໄດ້ເຫັນລົດຄັນດັ່ງກ່າວ ຂີ່ເຂົ້າຮ່ອມ 3 ບ້ານບໍ່ເຫລັກ ອາສາພວກເຮົາຈຶ່ງໄດ້ໄລ່ ຈົນທັນລົດດັ່ງກ່າວ ແລະໄດ້ນຳລົດດັ່ງກ່າວມາຮັບຜິດຊອບຕໍ່ເຫດການດັ່ງກ່າວ

ເຫດພົບຜູ້ບາດເຈັບເປັນ 01ຄົນ ເປັນເພດ ຊາຍຄົນເຈັບຄົນທີ 1 ຄົນຂັບລົດຈັກ ເຊິ່ງມີອາການເບື້ອງຕົນແມ່ນ ຫົວແຕກເປີດໃຫຍ່ ແຜຕາມຕົນໂຕ.

ພວກເຮົາຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວໃຊ້ລົດສ່ວນໂຕນຳສົ່ງໃຫ້ສະມາຄົມອາສາກູ້ໄພນະຄອນຫລວງ 1624 ນຳສົ່ງຕໍ່.

ອຸປະຕິເຫດສຸກເສີນໂທ : 020 5432 3636 ສາຍດ່ວນ 🚑 1624 🚑
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ
- ອຸປະຖຳຕ່າງໆເຊັ່ນ : ເຂົ້າສານ,ອາຫານການກີນ
- ອຸປະກອນການແພດຕ່າງໆ
ສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການ ບ້ານບໍ່ເຫລັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ

.
