Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົດຂົນສົ່ງ 6 ລໍ້ ປະທະ 6 ລໍ້ ທາງໜອງບຶກ ເຈັບ 2

Posted on 21/07/202021/07/2020 By All in LAOS No Comments on ລົດຂົນສົ່ງ 6 ລໍ້ ປະທະ 6 ລໍ້ ທາງໜອງບຶກ ເຈັບ 2

ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 21 ກໍລະກົດ 2020 ເວລາ 13:45 ໂມງ ຫນ່ວຍກູ້ໄພມູນນິທິ1623 ໄດ້ຮັບແຈ້ງວ່າ ເກີດອຸບັດເຫດລົດໃຫຍ່ຕຳກັບລົດໃຫຍ່ ມີຜູ້ບາດເຈັບ 2 ລາຍ ແລະຕິດຢູ່ພາຍໃນລົດ 1 ລາຍ.

ຈຸດເກິດເຫດແມ່ນ ທາງຕັດໃຫມ່ຫນອງບຶກ ນະຄອນຫຼວງວຽງຈັນ. ຫນ່ວຍກູ້ໄພ ຈື່ງໄດ້ນຳໃຊ້ ອຸປະກອນຕັດຖ່າງ ຊ່ວຍເຫລືອ ອອກມາໃຊ້ເວລາ ປະມານ 15 ນາທີຈື່ງຊ່ວຍເຫລືອອອກມາໄດ້.

ຜູ່ບາດເຈັບຄົນທີ່ 1: ເພດຊາຍອາຍຸ 26 ປີ ບ້ານຫນອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນແມ່ນເຈັບຂາແລະມີບາດແຜຢູ່ຂາ(ມີສະຕິດີ).

ຜູ່ບາດເຈັບຜູ້ທີ່ 2: ເພດຊາຍ ອາຍຸ 25 ປິ ບ້ານວຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນແມ່ນມີບາດແຜຢູ່ຂາເລັກນ້ອຍ(ມີສະຕິດີ).

ທາງອາສາກູ້ໄພ 1623 ຈຶ່ງປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງຫມໍ ມິດຕະພາບ 150 ຕຽງ. ສ່ວນການກວດສອບສາເຫດຂອງອຸບັດຕິເຫດຄັ້ງນີ້ ທາງເຈົ້າໜ້າທີ່ຈະດໍາເນີນການຕໍ່ໄປ.

ຂ່າວສານບ້ານເມືອງ

Post navigation

Previous Post: ລົດຈັກຕຳກັບລົດຫົກລໍ້ ເສັ້ນທາງແກ້ງສາວ-ພູດູ່ ເສຍຊີວິດ 1
Next Post: ອາສາກູ້ໄພ ທັງຊ່ວຍຄົນເຈັບ ທັງໄລ່ຈັບລົດກະບະທີ່ຕໍາແລ້ວໜີ

Related Posts

ເປັນຕາອີຕົນແທ້ໆ! ໄດ້ແຕ່ແນມເບິ່ງນໍ້າພັດເຮືອນຫາຍໄປໃນພິບຕາ ຂ່າວສານບ້ານເມືອງ
ຕໍາກັນ 4 ຄັນຊ້ອນກາງເດິກ ເຈັບສາຫັດ ຂ່າວສານບ້ານເມືອງ
ປກສ ແຂວງບໍລິຄຳໄຊ ຍຶດກາເຟມ່ວນປະສົມສານເສບຕິດຈຳນວນຫຼາຍ ພ້ອມຈັບກຸມຜູ້ຖືກຫາ 2 ຄົນ ຂ່າວສານບ້ານເມືອງ
ເຫດເປົ້າໝາຍເສຍຊີວິດຕອນຍິງປະທະກັນແມ່ນຄົນຮ້າຍທີ່ກໍ່ເຫດປຸ້ນຊິງຊັບຫຼາຍຄັ້ງ ຂ່າວສານບ້ານເມືອງ
ສປປ ລາວ ຈະເປີດປະເທດຢ່າງເຕັມຮູບແບບ 1 ພຶດສະພາ 2022 ຂ່າວສານບ້ານເມືອງ
ມື້ດຽວລັກລົດຈັກ 2 ຄັນ! ເຈົ້າໜ້າທີ່ຈັບມາລົງໂທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme