ໃນວັນທີ21/07/2020 ເວລາ 06:35 ໂມງ ຫນ່ວຍກູ້ໄພມູນນິທິ1623 ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີລົດໃຫຍ່ເສຍຫລັກຕຳເສົາໄຟຟ້າພໍອອກກວດສອບເຫດພົບວ່າມີຄົນເຈັບຕິດພາຍໃນລົດ 1 ຄົນ

ຜູ້ບາດເຈັບ ເປັນເພດຊາຍ ອາຍຸປະມານ 33 ປີ ອາຊີບ ພະນັກງານ ບ້ານດົງຫມາກຄາຍ ເມືອງໄຊທານີ ແຂວງນະຄອນຫລວງ

ອາການເບື້ອງຕົ້ນແມ່ນແຫນ້ນຫນ້າເອິກແລະມີບາດແຜຖະຫລອກຕາມແຂນ,ຂາຫັກເບື້ອງຊ້າຍ(ມີສະຕິດີ)

ຈຸດເກິດເຫດແມ່ນ ສົ້ນຂົວນໍ້າເຄັມ (ບ້ານທ່າສະຫວ່າງ) ເມືອງໄຊທານີ ແຂວງນະຄອນຫລວງ.

ຫນ່ວຍກູ້ໄພ ຈື່ງໄດ້ນຳໃຊ້ ອຸປະກອນຕັດຖ່າງ ຊ່ວຍເຫລືອ ອອກມາໃຊ້ເວລາ ປະມານ 10 ນາທີ ຈື່ງຊ່ວຍເຫລືອອອກມາໄດ້.

ດັ່ງນັ້ນ ຈື່ງທຳການປະຖົມພະຍາບານເບື້ອງຕົ້ນ ແລ້ວນຳສົ່ງໂຮງຫມໍ ມິດຕະພາບ 150ຕຽງ
